ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຢູ ຈະ​ເພີ້​ມທຶນ ​ຂຶ້ນ​ເປັນ 3 ​​ເທົ່າ ສຳ​ຫລັບ ການຊ່ວຍເຫຼືອ ພວກອົບພະຍົບ


Visitors and revelers react at the prehistoric stones of the Stonehenge monument at dawn on Winter Solstice, the shortest day of the year, near Amesbury in south west Britain.
Visitors and revelers react at the prehistoric stones of the Stonehenge monument at dawn on Winter Solstice, the shortest day of the year, near Amesbury in south west Britain.

ສະຫະພາບ​ຢູ​ໂຣບ ພາຍ​ໃຕ້​ຄວາມ​ກົດ​ດັນ ທີ່ເພີ້ມທະວີຂຶ້ນ ເພື່ອ
ໃຫ້​ຜ່ອນຄາຍວິ​ກິດ​ການອົບ​ພະ​ຍົບນັ້ນ ​ໄດ້​ຕົກລົງ​ທີ່​ຈະ​ເພີ້​ມທຶນ​
ຂຶ້ນ​ເປັນ 3 ເທົ່າ ສຳ​ຫລັບ ພາລະກິດການ​ລາດຕະ​ເວນຊອກ
ຄົ້ນ​ຫາ ແລະ ການຊ່ວຍ​ເຫຼືອຕ່າງໆ ຢູ່​ໃນ​ທະ​ເລ Mediterranean.

ນາຍົກລັດຖະມົນຕີ ​ເຢຍຣະມັນ ທ່ານ​ນາງ Angela Merkel ​ໄດ້
​ປະກາດ​ ກ່ຽວກັບການ​ໃຫ້​ຄຳ​ໝັ້ນສັນຍາ​ດັ່ງ​ກ່າວ ​ໃນ​ວັນ​ພະຫັດ
​ວານ​ນີ້ ຫຼັງຈາກ​ກອງ​ປະຊຸມ​ສຸກ​ເສີນ​ສຸດ​ຍອດ ຢູ່​ທີ່​ນະຄອນ
Brussels. ນອກ​ຈາກ​ນັ້ນ​ແລ້ວ ປະ​ທາ​ນາ​ທິບໍດີ ຝຣັ່ງ ທ່ານ
Francois Hollande ກ່າວ​ວ່າ ທ່ານ​ຈະ​ຫາ​ຊ່ອງທາງ ​ເພື່ອໃຫ້​ອົງການ​ສະຫະ​ປະຊາ​ຊາດ ອອກ​ມະຕິ​ ​ອະນຸຍາດ​ໃຫ້​ສະຫະພາບ​ຢູ​ໂຣບ ທຳລາຍພວກ​ເຮືອ ທີ່​ນຳ​ໃຊ້​ໂດຍ​ພວກ​ຄ້າ​ມະນຸດ ​ ​ຂົນ​ສົ່ງ​ຊາວ​ອົບ​ພະຍົບຫຼາຍພັນ​ຄົນ ຈາກອາ​ຟຣິກາ​ເໜືອ ​ໄປ​ຍັງ​ຢູ​ໂຣບນັ້ນ.

Migrants Trek Through Western Balkans to Reach EU
please wait

No media source currently available

0:00 0:02:42 0:00

ກອງປະຊຸມ​ສຸດ​ຍອດ​ສະຫະພາບ​ຢູ​ໂຣບ ມີ​ຂຶ້ນພຽງ 4 ມື້ ຫຼັງຈາກ​ທີ່​ມີ​ ຊາວ​ອົບ​ພະຍົບ ຫຼາຍ​
ເຖິງ 900 ຄົນ ຢູ່​ເທິງ​ເຮືອ​ລຳ​ນຶ່ງ ທີ່ມຸ້ງ​ໜ້າ​ໄປ​ຍັງ ອີ​ຕາ​ລີນັ້ນ ​ໄດ້​ຈົມ​ນ້ຳຕາຍ ນອກ​ຝັ່ງ​ຂອງ
​ລີ​ເບຍ ​ໃນ​ເວລາ​ເຮືອ​ລຳ​ດັ່ງກ່າວ ​ໄດ້ປີ້ນຂວ້ຳລົງ. ມັນ​ເປັນ​ໄພພິບັດທີ່ຮ້າຍ​ແຮງ​ທີ່​ສຸດດ້ານ
ອົບ​ພະຍົບ ​ຂອງ​ຢູ​ໂຣບ.

ກ່ອນ​ໜ້າ ກອງ​ປະຊຸມ​ສຸດ​ຍອດ ບັນດາ 28 ປະ​ເທດ ໃນ​ກຸ່ມ​ສະຫະ ພບຢູ​ໂຣບ ​ໄດ້​ຖືກ​ຕຳ​ໜິ
ຕິຕຽນຢ່າງ​ໜັກ ຍ້ອນຄວາມຫຼົ້ມ​ແຫຼວ ທີ່ບໍ່​ມີ​ແຜນການ​ຮັບ​ມື​ກັບ​ວິ​ກິດ​ການ​ ໃນ​ທະ​ເລ​
ເມ​ດີ​ເທີ​ເຣນຽນ​ດັ່ງກ່າວນັ້ນ ຢ່າງ​ພຽງພໍ.

The European Union, under mounting pressure to ease a surging migrant crisis, has agreed to triple funding for maritime search and rescue operations in the Mediterranean.

German Chancellor Angela Merkel announced the pledge Thursday after an emergency EU summit in Brussels. Additionally, French President Francois Hollande said he will seek a United Nations resolution authorizing the EU to destroy boats used by people smugglers to ferry thousands of migrants from North Africa to Europe.

The EU summit came just four days after up to 900 migrants aboard a single boat bound for Italy drowned off the coast of Libya, when the vessel capsized. It was Europe's worst migrant disaster.

Ahead of the summit, the 28-nation EU bloc had been sharply criticized for failing to adequately address the Mediterranean crisis.

XS
SM
MD
LG