ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາ​​ຢູ​ໂຣບ ຮຽກຮ້ອງໃຫ້ ອົງການຕໍ່ຕ້ານ ການຜູກຂາດ ທັບມ້າງ ບໍລິສັດ Google


ສັນຍາລັກ ເຄື່ອງໝາຍ ຂອງ ບໍລິສັດ Google ທີ່ມີຫຼຽນ ໜຶ່ງ ຢູໂຣ ຢູ່ແທນໂຕອັກສອນ "O".
ສັນຍາລັກ ເຄື່ອງໝາຍ ຂອງ ບໍລິສັດ Google ທີ່ມີຫຼຽນ ໜຶ່ງ ຢູໂຣ ຢູ່ແທນໂຕອັກສອນ "O".

ລັດຖະສະພາ​ຂອງ​ຢູ​ໂຣບ ພວມ​ຮຽກຮ້ອງ ​ໃຫ້ບັນດາ​ຜູ້​ຮັກສາ
​ກົດ​ລະບຽບຄຸ້ມຄອງຕໍ່ຕ້ານການຜູກຂາດຂອງ​ຢູ​ໂຣບ ​ໃຫ້​ທັບ​
ມ້າງ ບໍລິສັດ Google.

ມະຕິທີ່ບໍ່ມີຜົນບັງຄັບໃຊ້ ​ໄດ້​ຖືກ​ຮັບ​ຜ່ານ ​ໃນ​ວັນ​ພະຫັດ​ວານ​ນີ້
ດ້ວຍ ຄະ​ແນນ​ສຽງ 384 ຕໍ່ 174 ​ໃນ​ຂະນະ​ທີ່ ບັນດາສະມາຊິກ
ສະພາ ພະຍາຍາມ ທີ່​ຈະ​ປ້ອງ​ກັນ​ບໍ່​ໃຫ້ບັນດາ​ບໍລິສັດ ທີ່​ໃຫ້
​ບໍລິການ​ທາງ​ດ້ານ​ອິນ​ເຕີ​ແນັດ ນຳເອົາການຊອກຄົ້ນຫາຂໍ້ມູນ
ທາງ ເຂົ້າໄປຮວມກັບບໍລິ ສັດການຄ້າອື່ນໆ.

​ບັນດານັກວິ​ເຄາະ​ກ່າວ​ວ່າ ​ເຖິງແມ່ນ​ວ່າ ບໍ່​ໄດ້​ເອີ່ຍເຖິງ ຢ່າງເຈາະ
​ຈົງກໍຕາມ ແຕ່ບໍລິສັດຍັກໃຫຍ່ເທັກໂນໂລຈີ Google ຂອງ​ສະຫະ​ລັດ ທີ່​ຮັບຜິດຊອບ 90 ​ເປີ​ເຊັນ ​ໃນການ​ຊອກ​ຄົ້ນຫາທາງ​ອິນ​ເຕີ​ແນັດ​ຂອງ​ຢູ​ໂຣບນັ້ນ ​ກໍຄື​ເປົ້າໝາຍ.

ຫົວໜ້າ​ກຳມາທິການ ດ້ານການ​ແຂ່ງ​ຂັນ​ ຂອງ​ຢູ​ໂຣບ ທ່ານ​ນາງ Margrethe Vestager ກ່າວ​ວ່າ ທ່ານ​ນາງ ຈະ​ທົບ​ທວນຄືນ​ເບິ່ງຄຳ​ຮ້ອງທຸກ​ຕ່າງໆ ຈາກພວກ​ຄູ່​ແຂ່ງຂອງບໍລິສັດ Google ກ່ອນຈະຕັດ ສິນໃຈວ່າ ຈະດຳເນີນການຕໍ່ໄປຫລືບໍ່.

ຄະນະກຳມາທິການຢູໂຣບ ໄດ້ທຳການສືບສວນບໍລິສັດ Google ມາ ເປັນເວລາ 4 ປີຫລັງຈາກມີການຮ້ອງທຸກໂດຍພວກຄູ່ແຂ່ງຈຳນວນນຶ່ງ ທີ່ຮວມທັງບໍລິສັດ Microsoft ແລະບໍລິສັດ Axpedia.

XS
SM
MD
LG