ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະພາບ​ຢູ​ໂຣບ ຮຽກຮ້ອງ​ ໃຫ້​ທາງ​ການ​​ລາວ ປັບປຸງ​ ວຽກ​ງານ​ໃນ 6 ດ້ານ ລວມ​ເຖິງ ດ້ານ​ສິດທິ​ມະນຸດ​ຊົນ


ສະຫະພາບ​ຢູ​ໂຣບຖະ​ແຫລ​ງການ​ຮຽກຮ້ອງ​ ທາງ​ການ​ລາວ ປັບປຸງ​ການຈັດ​ຕັ້ງປະຕິບັດ ​ຫລັກການ​ສິດທິ​ມະນຸ​ດຊົນ​ພາຍ​ໃນ​ລາວ ​ໃຫ້​ມີ​ຄວາມ​ໂປ່​ງ​ໃສ ​ແລະ ​ໄດ້​ມາດຕະຖານ​ສາກົນ ຢ່າງ​ແທ້​ຈິງ ຊຶ່ງ​ລວມ​ເຖິງ ກໍລະນີ​ການ​ຫາຍ​ຕົວ​ໄປ ຂອງ​ ທ່ານສົມ​ບັດ ສົມ​ພອນ ດ້ວຍ​ນັ້ນ​ເອງ.
ສະຫະພາບ​ຢູ​ໂຣບຖະ​ແຫລ​ງການ​ຮຽກຮ້ອງ​ ທາງ​ການ​ລາວ ປັບປຸງ​ການຈັດ​ຕັ້ງປະຕິບັດ ​ຫລັກການ​ສິດທິ​ມະນຸ​ດຊົນ​ພາຍ​ໃນ​ລາວ ​ໃຫ້​ມີ​ຄວາມ​ໂປ່​ງ​ໃສ ​ແລະ ​ໄດ້​ມາດຕະຖານ​ສາກົນ ຢ່າງ​ແທ້​ຈິງ ຊຶ່ງ​ລວມ​ເຖິງ ກໍລະນີ​ການ​ຫາຍ​ຕົວ​ໄປ ຂອງ​ ທ່ານສົມ​ບັດ ສົມ​ພອນ ດ້ວຍ​ນັ້ນ​ເອງ.

ສະຫະພາບ​ຢູ​ໂຣບ ຖະ​ແຫລ​ງການ​ໃນ​ໂອກາດ ກອງ​ປະຊຸມ​
ໂຕະມົນ​ປະຈຳ​ປີ 2014 ​ໂດຍ​ຮຽກຮ້ອງ​ໃຫ້​ທາງ​ການ​ລັດຖະບານ
​ລາວ ປັບປຸງ​ວຽກ​ງານ​ໃນ 6 ດ້ານ ຊຶ່ງລວມ​ເຖິງ​ດ້ານ​ສິດທິ​ມະນຸດ
​ຊົນພາຍ​ໃນ​ປະ​ເທດ​ດ້ວຍ.

ສະຫະພາບ​ຢູ​ໂຣບ ​ໃນ​ຖານະ​ເປັນ​ຫຸ້ນ​ສ່ວນ​ດ້ານ​ການພັດທະນາ ​ໃນ​ກອງ​ປະ​ຊຸມ​ໂຕະມົນ​
ປະຈຳ​ປີ 2014 ທີ່​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ຊ່ວງ​ກາງ​ເດືອນ​ພະ​ຈິກນີ້ ຢູ່​ນະຄອນ​
ຫລວງ​ວຽງ​ຈັນ ​ໄດ້​ຖະ​ແຫລ​ງການ​ຮຽກຮ້ອງ​ໃຫ້ ​ລັດຖະບານ​ລາວ​ ດຳ​ເນີນ​ການ​ພັດທະນາ
ປັບ​ປຸງ​ເພື່ອ​ຍົກ​ລະດັບ​ປະສິດທິພາບ ​ໃນ​ການຈັດຕັ້ງປະຕິບັດ​ວຽກ​ງານ ສຳ​ຫລັບ​ສົກ​ປີ
2014-2015 ນີ້​ ​ໃນ 6 ດ້ານຈາກ​ທັງ​ໝົດ 9 ດ້ານ​ທີ່​ເປັນ​ເປົ້າ​ໝາຍ ສະຫັດ​ສະ​ວັດ ການ​
ພັດທະນາ ທີ່​ລັດຖະບານລາວ ​ໄດ້​ຕົກລົງ​ຮ່ວມ​ກັບ​ອົງການ​ສະຫະ​ປະຊາ​ຊາດ.

​ໂດຍ​ໃນ​ນີ້​ມີ​ຢູ່ 4 ດ້ານ​ທີ່​ກ່ຽວ​ກັບ​ການ​ພັດທະນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບ ຊີວິດ​ການ​
ເປັນ​ຢູ່​ທີ່​ດີ​ຂຶ້ນຂອງ​ແມ່ຍິງ ​ແລະ ​ເດັກ​ນ້ອຍ​ລາວ ກໍ​ຄື​ການ​ລົບ​ລ້າງ​ບັນ​ຫາ​ຂາດ​ສານ​ອາຫາ
ຂອງ​ເດັກນ້ອຍ ການ​ລົດ​ອັດຕາ​ການ​ເສຍ​ຊີວິດ​ ຂອງ​ເດັກ​ນ້ອຍ​ອາຍຸ​ຕ່ຳ​ກວ່າ 5 ປີ ການ​
ລົດ​ອັດຕາ​ການ​ເສຍ​ຊີວິດ ຂອງ​ແມ່ຍິງ​ໃນ​ຂະນະຖືພາ ຫຼື ກຳ​ເນີ​ດລູກ ​ແລະ​ ການ​ລົດ​ອັດຕາ ​ການ​ປະລະການ​ຮຽນ ຂອງ​ເດັກນ້ອຍ ​ເນື່ອງ​ຈາກ​ວ່າ ການ​ຈັດຕັ້ງປະຕິບັດ​ໃນ​ລະຍະ
​ທີ່ຜ່ານ​ມາ ຍັງ​ບໍ່​ເປັນ​ໄປ​ຕາມ​ເປົ້າໝາຍ​ແຜນການ​ທີ່​ວາງ​ໄວ້.

ສ່ວນ​ອີກ 2 ດ້ານ​ທີ່​ເຫລື​ອ ກໍ​ແມ່ນ​ການ​ນຳ​ໃຊ້​ປະໂຫຍດ ຈາກ​ຊັບພະຍາກອນ​ ທຳ​ມະ​ຊາດ
ຢ່າງ​ຍືນ​ຍົງ ​ເພາະ​ສະຫະພາບຢູ​ໂຣບ ​ເຫັນ​ວ່າ ການ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ລາວ ​ໃນ​ລະຍະ​ທີ່​ຜ່ານ​ມານັ້ນ ​ເຖິງ​ແມ່ນ​ວ່າ ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ ​ໃຫ້​ຂະຫຍາຍຕົວ​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ​ກໍ​ຕາມ ຫາກ​ແຕ່​ວ່າ ກໍ​ໄດ້​ມີ​ການ​ທຳລາຍ​ຊັບພະຍາກອນ​ທຳມະ​ຊາດ​ໄປ ​ຢ່າງ​ຫລວງຫຼາຍ ​ໃນ​ຂະນະ​ທີ່ ປະຊາຊົນ​ລາວຫຼາຍກວ່າ 1 ລ້ານ 5 ​ແສນ​ຄົນ ຍັງ​ຢູ່​ພາຍ​ໃຕ້​ສະພາບ​ການ​ ທີ່​ທຸກຍາກຢ່າງ​ຍິ່ງຢູ່​ເລື້ອຍ​ມາ.

ສຳ​ຫລັບ​ດ້ານ​ສຸ​ດທ້າຍ​ ທີ່​ສະຫະພາບ​ຢູ​ໂຣບຖະ​ແຫລ​ງການ​ຮຽກຮ້ອງ​ ໃນ​ຄັ້ງນີ້ ກໍ​ຄື​ການ​ປັບປຸງ​ການຈັດ​ຕັ້ງປະຕິບັດ​ ຂອງ​ທາງ​ການ​ລາວ ທີ່​ມີ​ຕໍ່​ຫລັກການ​ສິດທິ​ມະນຸ​ດຊົນ​ພາຍ​ໃນ​ລາວ ​ໃຫ້​ມີ​ຄວາມ​ໂປ່​ງ​ໃສ ​ແລະ ​ໄດ້​ມາດຕະຖານ​ສາກົນ ຢ່າງ​ແທ້​ຈິງ ​ເນື່ອງ​ຈາກ​ຍັງ​ປາກົດ​ມີ​ການລະ​ເມີດ​ສິດທິ​ຂັ້ນພື້ນຖານ​ຂອງ​ພົນລະ​ເມືອງ​ລາວ ​ເກີດ​ຂຶ້ນຢູ່​ເລື້ອຍ​ມາ ຊຶ່ງ​ລວມ​ເຖິງ ກໍລະນີ​ການ​ຫາຍ​ຕົວ​ໄປ ຂອງ​ ທ່ານສົມ​ບັດ ສົມ​ພອນ ດ້ວຍ​ນັ້ນ​ເອງ.

ກອງ​ປະຊຸມ​ໂຕະມົນ ​ປະຈຳ​ປີ 2014 ຄັ້ງທີ່ 12 ລະຫວ່າງ ສະຫະພາບຢູໂຣງ ແລະ ລັດຖະບານລາວ ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ຊ່ວງ​ກາງ​ເດືອນ​ພະ​ຈິກນີ້ ຢູ່​ນະຄອນ​ ຫລວງ​ວຽງ​ຈັນ.
ກອງ​ປະຊຸມ​ໂຕະມົນ ​ປະຈຳ​ປີ 2014 ຄັ້ງທີ່ 12 ລະຫວ່າງ ສະຫະພາບຢູໂຣງ ແລະ ລັດຖະບານລາວ ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ຊ່ວງ​ກາງ​ເດືອນ​ພະ​ຈິກນີ້ ຢູ່​ນະຄອນ​ ຫລວງ​ວຽງ​ຈັນ.

ທາ​ງດ້ານ ທ່ານນາງ Ng Shui Meng ພັນ​ລະ​ຍາ​ຂອງ​ ທ່ານ
ສົມບັດ ສົມ​ພອນ ນັກ​ພັດທະນາ​ລາວ​ຜູ້ດີ​ເດັ່ນ​ໃນອາຊ່ຽນ ທີ່​ໄດ້
​ຫາຍ​ຕົວ​ໄປ​ນັບ​ແຕ່ ວັນ​ທີ 15 ທັນ​ວາ ປີ 2012 ​ເປັນຕົ້ນມານັ້ນ
ກໍ​ຍັງ​ຄົງ​ເຄື່ອນ​ໄຫວ​ຕິດຕາມ​ຫາ​ຜູ້​ເປັນ​ສາມີ​ຂອງ​ນາງ​ຢູ່​ເລື້ອຍ​ມາ
ທັງ​ຍັງ​ໄດ້​ເຊີນຊວນ​ໃຫ້​ຜູ້​ທີ່​ຮັກ​ຄວາມ​ເປັນ​ທຳ​ທັງ​ໃນ​ລາວ ​ແລະ
ຕ່າງປະ​ເທດ​ຮ່ວມ​ກັນ​ຂຽນ​ຈົດໝາຍ​ເຖິງ​ທ່ານ ສົມບັດ ທີ່​ມີ​ເນື້ອ​ຫາ
​ກ່ຽວ​ກັບ​ຊີວິດ ​ແລະ ຜົນງານ ​ແນວ​ຄວາມ​ຄິດ​ອຸດົມ​ການ ​ແລະ ​ວິຖີ
​ການ​ປະຕິບັດ​ງານ​ຂອງ ທ່ານ​ສົມບັດ ​ເພື່ອ​ເຜີຍ​ແຜ່​ອອກ​ສູ່​ການ​
ຮຽນ​ຮູ້​ໃນ​ວົງ​ກວ້າງ ນັບ​ແຕ່​ວັນ​ທີ 15 ທັນວາ ປີ 2013 ​ເປັນຕົ້ນມາ
​ຈົນ​ເຖິງ​ປັດຈຸບັນ​ນີ້​ກໍ​ຕາມ.

ຫາກ​ແຕ່​ວ່າ ທ່ານ​ນາງ Ng Shui Meng ກໍ​ຍັງ​ຄົງ​ບໍ່​ໄດ້​ຮັບ​ຂ່າວ​ຄາວ​ໃດໆ​ເລີຍ ຈາກ​ຜູ້​ເປັນ​ສາມີ​ຂອງ ທ່ານ​ນາງ ທັງ​ກໍ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ໃດໆ ຈາກ​ການ​ສືບສວນ ສອບ​ສວນ ຂອງ​ທາງ​ການ​ຕຳຫລວດ​ລາວ​ເລີຍ ດັ່ງ​ທີ່ ທ່ານ​ນາງ​ໄດ້​ກ່າວ​ວ່າ:

"ມັນຍັງເປັນຄວາມຮັບຜິດຊອບຂອງ ລັດຖະບານ ແລະ ກອງກຳລັງຮັກສາ
ຄວາມສະຫງົບ ທີ່ຈະຕ້ອງຊອກຫາ ສົມບັດ ໃຫ້ພົບ ແລ້ວນຳເອົາ ສົມບັດ ມາສົ່ງ
ໃຫ້ແກ່ຂ້າພະເຈົ້າ ແລະ ຄອບຄົວ ໂດຍປອດໄພ. ເຂົາເຈົ້າໄດ້ແຕ່ງຕັ້ງ ຄະນະ
ສືບສວນສອບສວນຂຶ້ນ ແຕ່ບໍ່ເປັນຈັ່ງໂຊກ ມາເຖິງມື້ນີ້ ກໍຍັງບໍ່ມີ ຂໍ້ມູນກ່ຽວກັບ
ວ່າ ສົມບັດ ຢູ່ບ່ອນໃດເລີຍ."

ນອກຈາກ​ການ​ເຊີນຊວນ​ໃຫ້​ມີ​ການ​ຂຽນ​ຈົດໝາຍ​ເຖິງ ທ່ານ​ສົບ​ບັດ ດັ່ງກ່າວ​ແລ້ວ ບັນດາ​ອົງການ​ຄຸ້ມ​ຄອງ​ສິດທິ​ມະນຸດ​ຊົນ​ສາກົນ ​ເຊັ່ນ​ເຄືອ​ຂ່າຍ​ສະໝານ​ສັນ​ພາກ​ປະຊາຊົນ​ອາ​ຊ່ຽນ ຄະນະ​ປະສານ​ງານ​ມະຫະກຳ​ພາກ​ປະຊາຊົນ​ອາ​ຊ່ຽນ​ກັບ​ຢູ​ໂຣບ ຄະນະ​ກຳມະການ​ປະສານ​ງານ​ອົງ​ກອນ​ພັດທະນາ​ເອກະ​ຊົນ​ໄທ ​ເຄືອ​ຂ່າຍ​ອົງ​ກອນ​ພັດທະນາ​ເອກະ​ຊົນ​ຍີ່ປຸ່ນ ​ແລະ ​ເຄືອ​ຂ່າຍ​ເຍົາວະ​ຊົນ​ອາ​ຊ່ຽນ ກໍ​ໄດ້​ພາກັນ​ຈັດ​ກິດຈະກຳ​ເພື່ອ​ຮຽກຮ້ອງ ຂໍ​ໃຫ້​ທາງ​ການ​ລາວ​ຕາມ​ຫາ ​ແລະ ​ໃຫ້ການ​ຊ່ອຍ​ເຫຼືອ ທ່ານ​ສົມບັດ ຢ່າງ​ຈິງ​ຈັງ​ອີກ​ດ້ວຍ.

ກ່ອນ​ໜ້າ​ນີ້ ຄະນະ​ຜູ້​ແທນ​ລັດຖະສະພາ​ຢູ​ໂຣບ ​ໄດ້​ເດີນທາງ​ໄປ​ຢ້ຽມ​ຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ຊ່ວງເດືອນ​ຕຸລາ ປີ 2013 ຊຶ່ງ​ນຳ​ໂດຍ ທ່ານ Werner Langen ປະທານ​ລັດຖະສະພາ​ຢູ​ໂຣບ ກໍ​ໄດ້​ພົບ​ປະ​ເຈລະຈາ​ຮ່ວມ​ກັນ​ກັບ ຄະນະ​ຜູ້​ແທນຂອງ​ສະພາ​ແຫ່ງ​ຊາດ​ລາວ ທີ່​ມີ ທ່ານ​ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ເປັນ​ຫົວໜ້າ​ຄະນະ.

ຫາກ​ແຕ່​ວ່າ ນັບ​ຈາກ​ນັ້ນ​ເປັນຕົ້ນມາ ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ກໍ​ຍັງ​ບໍ່ມີຜົນ​ຄືບ​ໜ້າ​ໃນ​ກໍລະນີ​ການ​ຫາຍ​ຕົວ​ໄປ ຂອງ​ທ່ານ​ສົມບັດ ​ເກີດ​ຂຶ້ນ​ແຕ່​ຢ່າງ​ໃດ ຊຶ່ງ​ກໍ​ເຮັດ​ໃຫ້​ບັນດາ​ອົງການ​ສິດທິ​ມະນຸດ​ຊົນ​ສາກົນ​ມອງ​ວ່າ ທາງ​ການ​ລາວ​ບໍ່​ຈິງ​ຈັງ​ກັບ​ການ​ຊອກ​ຫາ​ຄວາມ​ຈິງ ​ໃນ​ກໍລະ​ນີດັ່ງກ່າວ​ນີ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG