ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວຖືກເລືອກ ໃຫ້​ເປັນ​ຈຸດທ່ອງທ່ຽວ ອັນ​ດັບ​ນຶ່ງ​ຂອງໂລກ


ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີລາວ ໃຫ້ການຕ້ອນຮັບແກ່ ຄະນະຜູ້ແທນສະພາການທ່ອງທ່ຽວ ແລະການຄ້າ ຢູໂຣບ ເມື່ອມໍ່ໆມານີ້.
ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີລາວ ໃຫ້ການຕ້ອນຮັບແກ່ ຄະນະຜູ້ແທນສະພາການທ່ອງທ່ຽວ ແລະການຄ້າ ຢູໂຣບ ເມື່ອມໍ່ໆມານີ້.
ສະພາ​ການທ່ອງທ່ຽວ​ແລະ​ການ​ຄ້າ​ຢູ​ໂຣບ ຄັດ​ເລືອກ​ໃຫ້ ສປປ
ລາວ ​ເປັນ​ຈຸດໝາຍ​ປາຍທາງ​ອັນ​ດັບ​ນຶ່ງ ​ທີ່​ບັນດາ​ນັກທ່ອງທ່ຽວ
ຢາກ​ຈະ​ເດີນທາງ​ ເຂົ້າມາ​ທ່ອງ​ທ່ຽວຫຼາຍທີ່​ສຸດ​ໃນ​ປີ 2013 ນີ້.

ພີ​ທີ​ການ​ມອບ​ລາງວັນ​ໃຫ້​ກັບ​ທາງ​ການ​ລາວ ​ໃນ​ຖານະ​ປະ​ເທດ​
ທີ່​ໄດ້​ຮັບ​ການ​ຄັດເລືອກ​ໃຫ້​ເປັນ​ປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ
​ໃນໂລກ​ສໍາລັບ​ປີ 2013 ນີ້ ​ໄ​ດ້ມີ​ຂຶ້ນ​ໃນໂອກາດ​ທີ່​ຄະນະ​ຜູ້​ແທນ
​ຂອງ​ສະພາ​ການທ່ອງທ່ຽວ​ແລະ​ການ​ຄ້າ​ແຫ່ງ​ສະຫະ​ພາບ​ຢູ​ໂຣບ​
ໄດ້​ເດີນທາງ​ມາ​ຢ້ຽມຢາມ​ສປປ.ລາວ​ ຢ່າງ​ເປັນ​ທາງ​ການ​ລະ
ຫວ່າງ​ວັນ​ທີ 5-10 ​ພຶດສະພາ​ນີ້ ​ໂດຍ​ມີ​ທ່ານ​ທອງ​ສິງ ທໍາ​ມະ​ວົງ
ນາຍົກລັດຖມົນຕີ ​ແລະທ່ານ​ບໍ່​ແສງ​ຄໍາ ວົງ​ດາ​ຣາ ລັດຖະມົນຕີ
​ກະຊວງ​ຖະ​ແຫຼງຂ່າວ ວັດທະນະທໍາ​ ແລະ​ທ່ອງ​ທ່ຽວ​ ​ໃຫ້​ກຽດ​ເຂົ້າຮ່ວມ​ໃນ​ພິທີ​ດ້ວຍ.

ທັງນີ້ ລາງວັນດັ່ງກ່າວ ໄດ້ເລີ່ມມີຂຶ້ນນັບຕັ້ງແຕ່ປີ 2007 ເປັນຕົ້ນມາ ແລະສປປ.ລາວ ນັບເປັນປະເທດທີ 5 ທີ່ໄດ້ຮັບການຄັດເລືອກສໍາລັບປີ 2013 ນີ້ ໂດຍຄະນະກໍາມະ
ການຂອງສະພາການທ່ອງທ່ຽວ ແລະການຄ້າຂອງຢູໂຣບ ພິຈາລະນາຈາກ 3 ເງື່ອນໄຂ
ດ້ວຍກັນຄື ການຖືເອົາການທ່ອງທ່ຽວເປັນຊັບພະຍາກອນອັນນຶ່ງ ໃນການພັດທະນາ
ວັດທະນະທໍາ-ສັງຄົມ ມີຄວາມເຄົາລົບ ແລະນັບຖືຕໍ່ຈັນຍາບັນໃນການປົກປັກຮັກສາ
ມໍລະດົກທາງວັດທະນະທໍາ-ສັງຄົມ ແລະການຮັບປະກັນໃນການພັດທະນາການທ່ອງ
ທ່ຽວຢ່າງຍືນຍົງ ທີ່ຮັບປະກັນຄວາມປອດໄພໃຫ້ກັບນັກທ່ອງທ່ຽວໄດ້ຢ່າງແທ້ຈິງ.
ທ່ານ ບໍ່ແສງຄໍາ ດາຣາວົງ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະທ່ອງທ່ຽວຂອງລາວ
ທ່ານ ບໍ່ແສງຄໍາ ດາຣາວົງ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະທ່ອງທ່ຽວຂອງລາວ

ທາງດ້ານທ່ານບໍ່ແສງຄໍາ ກໍໄດ້ຖະແຫຼງຢືນຢັນວ່າການໄດ້ຮັບ
ລາງວັນລະດັບໂລກດັ່ງກ່າວນີ້ ຈະສົ່ງຜົນດີຕໍ່ການພັດທະນາກ
ານທ່ອງທ່ຽວຂອງລາວ ໂດຍສະເພາະແມ່ນຈະເຮັດໃຫ້ນັກ ທ່ອງທ່ຽວຕ່າງຊາດພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວ ຫຼາຍຂຶ້ນນັບມື້ ແລະກໍຈະເປັນຜົນເຮັດໃຫ້ພາກບໍລິການ ແລະ
ທ່ອງທ່ຽວໃນລາວມີລາຍຮັບເປັນເງິນຕາຕ່າງປະເທດເພີ່ມຂຶ້ນ
ຢ່າງຕໍ່ເນື່ອງອີກດ້ວຍ ດັ່ງທີ່ທ່ານບໍ່ແສງຄໍາ ໄດ້ໃຫ້ການຢືນຢັນ
ໃນໂອກາດດຽວກັນນີ້ວ່າ:


ມາຮອດປັດຈຸບັນນີ້ ພວກເຮົາກໍຮູ້ແລ້ວວ່າການທ່ອງທ່ຽວຂອງພວກເຮົານີ້
ໄດ້ຮັບການນິຍົມຊົມຊອບຈາກນັກທ່ອງທ່ຽວໃນໂລກກໍຄືໃນສະຫະພາບ
ຢູໂຣບ ມີນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວຢູ່ບ້ານເຮົານີ້ ນັບມື້ນັບເພີ່ມ
ຂຶ້ນ ອາດຈະເວົ້າໄດ້ວ່າແຕ່ລະປີນີ້ເພີ່ມຂຶ້ນປະມານ 20% ໃນປີ 2012 ທີ່
ຜ່ານມານີ້ ນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວປະເທດເຮົານີ້ມີປະມານ
3.3 ລ້ານຄົນ ໄດ້ສ້າງລາຍຮັບໃຫ້ແກ່ປະຊາຊົນລາວເຮົາປະມານ 500
ກວ່າລ້ານໂດລາ.”


ກ່ອນໜ້ານີ້ ທາງການລາວກໍໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບລັດຖະມົນຕີດ້ານ
ການທ່ອງທ່ຽວຂອງອາຊ່ຽນຄັ້ງທີ 32 ຢູ່ນະຄອນວຽງຈັນມາແລ້ວ ໂດຍຄາດຫວັງວ່າການ
ເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວຈະມີ ສ່ວນຢ່າງສໍາຄັນໃນການເຮັດໃຫ້ນັກທ່ອງ
ທ່ຽວຕ່າງຊາດເດີນທາງເຂົ້າມາ ທ່ອງທ່ຽວໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນດຽວກັນ.

ທາງດ້ານທ່ານຈະເລີນ ວາລິນທະສັກ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ
-ວັດທະນະທໍາ ແລະທ່ອງທ່ຽວ ກໍໄດ້ຢືນຢັນວ່ານັກທ່ອງທ່ຽວ ຊາວຕ່າງຊາດໄດ້ພາກັນ
ເດີນທາງເຂົ້າມາທ່ອງທ່ຽວໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກປີ 1993 ເປັນຕົ້ນມາ ໂດຍ
ເຖິງແມ່ນວ່າ ນັກທ່ອງທ່ຽວຈາກສະຫະພາບຢູໂຣບຈະຫລຸດລົງ ເພາະບັນຫາວິກິດການ
ທາງການເງິນ ທີ່ເກີດຂຶ້ນໃນເວລານີ້ກໍຕາມ ຫາກແຕ່ສໍາລັບນັກທ່ອງທ່ຽວຈາກເອເຊຍ
ດ້ວຍກັນ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກໄທ ມາເລເຊຍ ຫວຽດນາມ ແລະສິງກະ
ໂປນັ້ນກໍຍັງຄົນເດີນທາງເຂົ້າມາທ່ອງທ່ຽວໃນລາວຫຼາຍຂຶ້ນນັບມື້.

ໃນປີ 2012 ທີ່ຜ່ານມາ ກໍປາກົດວ່າພາກບໍລິການໃນລາວມີລາຍຮັບຈາກການທ່ອງທ່ຽວ
ຫຼາຍກວ່າ 500 ລ້ານໂດລ່າ ແລະຖ້າຫາກຄິດໄລ່ ຈາກປີ 1993 ເຖິງປີ 2012 ກໍຈະໄດ້ວ່າ
ນັກທ່ອງທ່ຽວຕ່າງຊາດເດີນທາງ ເຂົ້າມາໃນລາວເພີ່ມຂຶ້ນສູງກວ່າ 20% ຕໍ່ປີ ແລະໃນປີ
2013 ນີ້ ກໍຄາດ ໝາຍວ່າຈະມີນັກທ່ອງທ່ຽວຕ່າງຊາດຫຼາຍກວ່າ 3.6 ລ້ານຄົນທີ່ຈະເດີນ
ທາງເຂົ້າມາໃນລາວ ຊຶ່ງກໍຈະເຮັດໃຫ້ພາກບໍລິການໃນລາວມີລາຍຮັບເກີນກວ່າ 550 ລ້ານ
ໂດລາຢ່າງແນ່ນອນ.
XS
SM
MD
LG