ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຢູ ຈັດແຈງ ການເຈລະຈາ "ກໍລະນີພິເສດ" ກ່ຽວກັບ ວິກິດການ ຂອງຊາວອົບພະຍົບ


ຊາວອົບພະຍົບ ລໍຖ້າຕຳຫຼວດເມຊາໂດເນຍ ເພື່ອອະນຸຍາດໃຫ້ພວກເຂົາເຈົ້າ ຂ້າມເຂົ້າໄປໃນ ເມຊາໂດເນຍ ຢູ່ຊາຍແດນ ລະຫວ່າງ ກຣິສ ແລະ ເມຊາໂດເນຍ ໃກ້ເມືອງ Gevgelija ເມື່ອວັນທີ 28 ສິງຫາ 2015.
ຊາວອົບພະຍົບ ລໍຖ້າຕຳຫຼວດເມຊາໂດເນຍ ເພື່ອອະນຸຍາດໃຫ້ພວກເຂົາເຈົ້າ ຂ້າມເຂົ້າໄປໃນ ເມຊາໂດເນຍ ຢູ່ຊາຍແດນ ລະຫວ່າງ ກຣິສ ແລະ ເມຊາໂດເນຍ ໃກ້ເມືອງ Gevgelija ເມື່ອວັນທີ 28 ສິງຫາ 2015.

ບັນດາ​ລັດຖະມົນຕີ ກະຊວງພາຍ​ໃນ ຂອງອັງກິດ ຝຣັ່ງ ​ແລະ ​
ເຢຍຣະມັນ ​ໄດ້ຮຽກຮ້ອງ ​ໃຫ້​ປະຕິບັດ​ການ ຢ່າງ​ຮີບ​ດ່ວນ ກັບ​
ບັນຫາ​ທ້າ​ທາຍ ຈາກຊາວ​ອົບ​ພະຍົບຫຼາຍພັນ​ຄົນ ທີ່​ຫລັ່ງ​ໄຫລ
​ເຂົ້າ​ໄປ​ໃນ​ຢູ​ໂຣບ ​ເຊິ່ງ​ໄດ້ສ້າງ​ຄວາມ​ແ​ຕກ​ແຍກ​ໃຫ້​ແກ່ບັນດາ
​ປະ​ເທດ​ໃນ​ຢູ​ໂຣບ ​ໃນ​ຂະນະ​ທີ່ປະ​ເທດ​ດັ່ງກ່າວ ອະພິປາຍກັນ
​ວິທີ​ຮັບ​ມື​ກັບ​ສະຖານະ​ການ​ຢູ່​ນັ້ນ.

ທ່ານ​ນາງ Theresa May ລັດຖະມົນຕີ​ຂອງ​ອັງກິດ, ທ່ານ Bernard Cazeneuve ​
ຂອງຝຣັ່ງ ແລະ ທ່ານ Thomas de Maiziere ຂອງ​ເຢຍຣະມັນ ​ໄດ້​ອອກ​ຖະ​ແຫ​ລ່ງການ
ຮ່ວມສະບັບ​ນຶ່ງ ​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ຂໍ​ຮ້ອງ​ ໃຫ້ປະທານ​ສະຫະພາບ​ຢູ​ໂຣບ ຜູ້​ດຳລົງ​
ຕຳ​ແໜ່​ງເປັນ​ປະທານາທິບໍດີ ​ ຂອງປະ​ເທດ Luxembourg ໃນ​ປັດຈຸບັນ ໃຫ້ຈັດຕັ້ງ
ກອງ​ປະຊຸມ​ພາຍ​ໃນ 2 ອາທິດ.

ເສັ້ນທາງ ການເດີນທາງ ຂອງຊາວອົບພະຍົບ ຈາກຕາເວັນອອກກາງ
ເສັ້ນທາງ ການເດີນທາງ ຂອງຊາວອົບພະຍົບ ຈາກຕາເວັນອອກກາງ

​Luxembourg ກ່າວ​ວ່າ ຕົນ​ຈະ​ຈັດ​ການ​ເຈລະຈາ ທີ່​ລວມ​ເອົາ ບັນດາ​ລັດຖະມົນຕີ ກະຊວງ ​
ພາຍ​ໃນ ຈາກປະ​ເທດ​ທີ່​ເປັນສະມາຊິກສະຫະພາບ​ຢູ​ໂຣບ ​ໃນ​ວັນ​ທີ 14 ກັນຍາ ​ຢູ່​ທີ່​ນະຄອນ Brussels ​ເພື່ອ​ເຮັດ​ໃຫ້ “ການ​ຮັບ​ມື​ກັບ​ສະຖານະ​ການ ​ຂອງ​ສະຫະພາບ​
ຢູ​ໂຣບນັ້ນ ​ເຂັ້ມ​ແຂງ​ຂຶ້ນ.”

​ ດ້ວຍການເອີ້ນ​ສະຖານະ​ການດັ່ງກ່າວ​ວ່າ ​ເປັນ “ກໍລະ​ນີພິ​ເສດ” ບັນດາ​ລັດຖະມົນຕີດັ່ງກ່າວ ​ຈຶ່ງໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ດຳ​ເນີນ​ການ​ຮັບ​ເອົາ​ຊາວ​ອົບ​ພະ​ຍົບ ທີ່​ດີກ​ວ່າ​ນີ້ ​ໃນ​ອີ​ຕາ​ລີ ​ແລະ ກຣິສ ​ເຊິ່ງອົງການ​ເພື່ອການ​ອົບ​ພະຍົບສາກົນ ກ່າວ​ວ່າ ​ເປັນຈຸດຜ່ານຫຼັກ ຂອງ​ຊາວ​ອົບ​ພະຍົບ ຫຼາຍກວ່າ 322,000 ຄົນ ຜູ້​ທີ່​ໄດ້ເດີນທາງຜ່ານ​ ທະ​ເລເມ​ດີ​ເທີ​ເລ​ນຽນ ​ໃນ​ປີ​ນີ້.

Europe Migrants
please wait
Embed

No media source currently available

0:00 0:00:58 0:00

The interior ministers of Britain, France and Germany have called for urgent action to address the challenges of thousands of migrants flowing into Europe, which has divided European nations as they debate how to respond.

Ministers Theresa May of Britain, Bernard Cazeneuve of France and Thomas de Maiziere of Germany issued a joint statement Sunday asking current European Union president Luxembourg to hold a meeting within two weeks.

Luxembourg said it will convene the talks involving home and justice ministers from EU member states on September 14 in Brussels in order to "strengthen the European response."

Labeling the situation as "exceptional," the ministers called for better processing of migrants in Italy and Greece, which the International Organization for Migration said are the main landing points for more than 322,000 migrants who have crossed the Mediterranean this year.

XS
SM
MD
LG