ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດວ່າ ພັກ​ລັດຖະບານ ອີທີໂອເປຍ ຈະໄດ້ຮັບ ໄຊຊະນະ ຢ່າງໃຫຍ່ ໃນການເລືອກຕັ້ງ ວັນອາທິດມື້ນີ້


Millions Flock to Ethiopia Polls
please wait

No media source currently available

0:00 0:00:34 0:00

ເບິ່ງວີດີໂອ ລາຍງານນີ້

ຄາດ​ກັນ​ວ່າ ພັກ​ແນວ​ໂຮມປະຊາຊົນປະຕິວັດ​ ເພື່ອ​ປະຊາທິປະ​ໄຕ
ເອທິ​ໂອ​ເປຍ ​ຫຼື EPRDF ຂອງລັດຖະບານ ທີ່​ກຳ​ອຳນາດ​ມາ​ໄດ້
ຫຼາຍກວ່າ 2 ທົດ​ສະ​ວັດແລ້ວນັ້ນ ຈະ​ໄດ້​ຮັບໄຊຊະນະ​ຢ່າງ​ໃຫຍ່ ​
ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປະ​ເທດ ໃນ​ວັນ​ອາທິດ​ມື້​ນີ້.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ນາຍົກລັດຖະມົນຕີ ທ່ານ
Hailemarian Desalegn ​ແມ່ນ​ເປັນ​ທີ່​ແນ່ນອນ​ວ່າ ຈະ​ຄອບ
​ຄອງ​ຕຳ​ແໜ່​ງອີກ​ຕໍ່​ໄປ.

ຄາດ​ກັນ​ວ່າ ຜົນ​ການ​ເລືອກ​ຕັ້ງໃນ​ເບື້ອງ​ຕົ້ນ ຈະ​ອອກ​ມາ​ໃນ​ສອງ​
ສາມ​ມື້​ນີ້ ​ແຕ່​ວ່າ ການ​ນັບ​ຄະ​ແນນ​ສຽງ​ຂັ້ນສຸດ​ທ້າຍ ຂອງ​ປະ​ເທດ
​ທີ່​ມີ​ພົນລະ​ເມືອງ ທີ່​ໄດ້​ໄປ​ລົງທະບຽນປ່ອນ​ບັດ​ 37 ລ້ານ​ຄົນ ​ແມ່ນຈະ​ບໍ່​ເປີດ​ເຜີຍໃຫ້​ຮູ້ໄດ້
ຈົນ​ກວ່າເດືອນ​ໜ້າ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ໄດ້​ກ່າວ​ວ່າ ການ​ປ່ອນ​ບັດ ໃນ​ວັນ​ອາທິດ​ມື້​ນີ້ ​ແມ່ນບໍ່ເສ​ລີ
​ແລະ ບໍ່​ທ່ຽງ​ທຳ ຍ້ອນວ່າ ພັກ​ລັດຖະບານ​ໄດ້​ຄວບ​ຄຸມ​ ພວກ​ສະໜັບສະໜຸນພັກ​ຝ່າຍ​ຄ້ານ
​ແລະ ​ຈັບກຸມບັນດາ blogger ​ແລະ ນັກ​ຂ່າວ.

​ເອທີ​ໂອ​ເປຍ ​ແມ່ນ​ປະ​ເທດ​ໜຶ່ງ​ໃນ​ອາ​ຟຣິກາ ທີ່​ມີ​ເສດຖະກິດ ​ທີ່​ແຂງແຮງທີ່​ສຸດ.



Ethiopia's ruling Ethiopian People's Revolutionary Democratic Front
( EPRDF ) party, in power for more than two decades, is expected to be the big winner Sunday in the country's general election.

Analysts say Prime Minister Hailemarian Desalegn is certain to retain his office.

Initial results are expected in a few days, but the final vote count of the nation with 37 million registered voters will not be revealed until next month.

Rights groups have said Sunday's vote is not free and fair because the ruling party clamps down on opposition supporters and routinely detains bloggers and journalists.

Ethiopia has one of Africa's most robust economies.

XS
SM
MD
LG