ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ເທີກີ ປະກາດ ຈະດຳເນີນການ ຕ້ານພວກກໍ່ການຮ້າຍ ຕໍ່ໄປ ໃນຊີເຣຍ ແລະອີຣັກ


ທະຫານເທີກີຄົນນຶ່ງຢຶນຍາມ ໃນຂະນະທີ່ຄວັນໄຟ ພຸ່ງຂື້ນຈາກເມືອງ Kobani ຂອງຊີເຣຍ.
ທະຫານເທີກີຄົນນຶ່ງຢຶນຍາມ ໃນຂະນະທີ່ຄວັນໄຟ ພຸ່ງຂື້ນຈາກເມືອງ Kobani ຂອງຊີເຣຍ.

ປະທານາທິບໍດີ ​ເທີ​ກີ ທ່ານ Recep Tayyip Erdogan ​ໄດ້​ໃຫ້​
ຄຳໜັ້ນສັນຍາ​ທີ່​ຈະດຳເນີນການຕໍ່ໄປ ກັບການ​ໂຈມ​ຕີ​ທາງ​ທະ
ຫານ​ ຕໍ່ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ແລະ​ພວກ​ກະບົດຊາວ​
ເຄີ​ດ ​ໃນ​ຊີ​ເຣຍ ​ແລ​ະອີຣັກ ​ໃນ​ຂະນະ​ທີ່ບັນດາ​ເຈົ້າ​ໜ້າ​ທີ່ອົງການ
NATO ຕຽມ​ການ​ສົນທະນາ​ຫາລືກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ໃນ​ວັນ
​ອັງ​ຄານ​ມື້​ນີ້.

ທ່ານ Erdogan ​ໄດ້​ກ່າວ​ຢູ່​ກອງ​ປະຊຸມ​ນັກ​ຂ່າວ ທີ່​ເດີ່ນ​ເຮືອບິນ
​ໃນ​ນະຄອນ Ankara ກ່ອນເດີນທາງ​ໄປ​ຢ້ຽມຢາມ​ຈີນ ຢ່າງ​ເປັນ​
ທາງ​ການວ່າ “ບໍ່​ມີ​ການ​ເອົາ ບາດກ້າວ​ກັບ​ຄືນຫຼັງ ໃນ​ການ​ຕໍ່ສູ້
ຕ້ານ​ການ​ກໍ່​ການ​ຮ້າຍ​ ຂອງພວກ​ເຮົາ. ນີ້​ເປັນ​ຂັ້ນຕອນ ​ແລະຈະ
​ດຳ​ເນີນຕໍ່ໄປ ​ດ້ວຍການຕັດສິນໃຈແບບດຽວກັນ.”

ທ່ານ​ຍັງ​ໄດ້​ສ​ະ​ແດງ​ຄວາ​ມໝັ້ນ​ໃຈ​ເຖິງ “ບາດ​ກ້າວ​ຈຳ​ເປັນ” ທີ່​ຈະ​ປະຕິບັດ​ໂດຍ ບັນດາ​
ຜູ້ນຳອົງການ NATO ​ທີ່​ໄດ້​ພົບ​ກັນ​ໃນ​ວັນ​ອັງຄານ​ມື້​ນີ້ ​ຕາມການ​ຮ້ອງ​ຂໍ​ຂອງ​ເທີ​ກີ ​ເພື່ອ
​ຫາລືກ່ຽວກັບບັນຫາຂັດແຍ້ງ​ໃນ​ຊີ​ເຣຍ ​ແລະ​ອີຣັກ.

Ankara ​ໄດ້​ທຳການຮ້ອງ​ຂໍພາຍ​ໃຕ້ມາດຕາ 4 ໃນສົນທິສັນຍາການກໍ່ຕັ້ງອົງການ NATO
ທີ່​ອະນຸຍາດ​ໃຫ້​ບັນດາ​ປະ​ເທດ​ຕ່າງໆ ຮ້ອງຂໍໃຫ້ເປີດການປຶກສາ​ຫາລື ​ເວລາ​ໃດ​ທີ່​ເຂົາ​ເຈົ້າ
ເຊື່ອ​ວ່າ ຜືນແຜ່ນດິນອັນຄົບຖ້ວນ ຄວາມ​ເປັນ​ເອກ​ກະລາດ​ທາງ​ດ້ານ​ການ​ເມືອງ ​ແລະ
​ຄວາມ​ປອດ​ໄພຂອງເຂົາເຈົ້າ ຖືກ​ຂົ່ມຂູ່.

ການ​ເຈລະຈາຫາລືດັ່ງກ່າວ ຈະ​ມີ​ຂື້ນ ​ໃນ​ຂະນະ​ທີ່​ເ​ທີ​ກີ ​ປະ​ເຊີນ​ໜ້າ​ກັບຄວາມ ຮຸນ​ແຮງ
ທີ່ເພີ້ມທະວີຂຶ້ນ ໃນພາກໃຕ້ຂອງປະເທດ​ໃກ້​ກັບ​ຊາຍຊີ​ເຣຍ ​ແລະ​ກຳລັງ​ເພີ້ມການດຳ
ເນີນຄວາມ​ພະຍາຍາມ​ເພື່ອຕໍ່ສູ້ກັບ​ພວກ​ກໍ່​ການ​ຮ້າຍນັ້ນ.

​ໃນ​ວັນ​ຈັນ​ວານ​ນີ້ ສະຫະລັດ ກ່າວ​ວ່າ ຕົນ​ກຳລັງ​ດຳເນີນງານຮ່ວມ​ກັບ​ເທີ​ກີກ່ຽວ​ກັບແຜນ
​ໂຈມ​ຕີ ​ເພື່ອ​ກວດ​ລ້າງ​ພວກ​ກະບົດລັດ​ອິສລາມ ອອກ​ຈາກ​ພາກ​ເໜືອ​ຊີ​ ເຣຍ ຊຶ່ງການ​ໂຈມ​
ຕີ​ທາງ​ທະຫານດັ່ງກ່າວ ​ອາດຈະ​ເພີ້​ມການ​ພົວພັນ​ຂອງ Ankara ​ໃນ​ການຕໍ່ສູ້ ​ຕ້ານພວກ
ຫົວ​ຮຸນ​ແຮງ​ຢູ່​ໃນ​ຂົງ​ເຂດ.

Turkey
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG