ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດພິເສດ ສປຊ ເຊື່ອວ່າ ການຕົກລົງ ສັນຕິພາບ ໃນລີເບຍ ມີທາງເປັນໄປໄດ້


ທ່ານ Bernardino Leon ທູດພິເສດສະຫະປະຊາຊາດ ຮັບຜິດຊອບ ກ່ຽວກັບປະເທດລີເບຍ.
ທ່ານ Bernardino Leon ທູດພິເສດສະຫະປະຊາຊາດ ຮັບຜິດຊອບ ກ່ຽວກັບປະເທດລີເບຍ.

ທູດ​ພິ​ເສດ​ສະຫະ​ປະ​ຊາດ ຮັບຜິດຊອບເລື້ອງ​ລີ​ເບຍ ກ່າວ​ໃນ​
ວັນ​ພະຫັດ​ວານ​ນີ້​ວ່າ ທ່ານ​ເຊື່ອວ່າ ການ​ຕົກລົງ​ສັນຕິພາບມີ
ທາງ​ເປັນ​ໄປ​ໄດ້ ລະຫວ່າງພັກຝ່າຍຕ່າງໆທີ່ພວມເຮັດສົງຄາມ
ຢູ່​ໃນ​ລີ​ເບຍ.

ຫລັງ​ຈາກ​ມື້​ທຳ​ອິດ​ຂອງ​ການເຈລະຈາສັນຕິພາບຮອບ​ໃໝ່ ທີ່​
ປະ​ເທດມາຣົກ​ໂກ ທ່ານ Bernardino Leon ​ໄດ້​ກ່າວ​ຕໍ່​ບັນ
ດາ​ນັກ​ຂ່າວ​ວ່າ “ມີ​ຄວາມ​ຮູ້ສຶກ​ວ່າ ຖ້າບໍ່ແມ່ນໃນ​ແງ່​ດີຫຼາຍ
ໂພດ ຢ່າງ​ໜ້ອຍກໍ​ມີ​ຄວາມຮູ້ສຶກ​ວ່າ​ມັນ​ອາດ​ເປັນ​ໄປ​ໄດ້ ທີ່​
ຈະ​ບັນລຸ​ຂໍ້​ຕົກລົງກັນ. ​ແລະ​ນັ້ນ​ແມ່ນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ ​ເພາະ
ວ່າ ຢູ່​ໃນ​ເດືອນ​ທີ່​ແລ້ວ ​ເລື້ອງ​ດັ່ງ​ກ່າວນີ້​ບໍ່​ເກີດຂື້ນເລີຍ.”

ທ່ານ Leon ​ແລະ​ບັນດາ​ຜູ້​ໄກ່​ເກ່ຍຂອງອົງການສະຫະປະຊາຊາດ ​ໄ​ດ້ພົບ​ປະແບບແຍກ
ກັນ ​ກັບບັນດາ​ຜູ້ຕາງໜ້າ​ລັດຖະບານລີ​ເບ​ຍ ​ແລະ​ພວກ​ຫົວ​ຮຸນ​ແຮງ​ຈັດ​ອິສລາມ ​ທີ່​ໄດ້​ເຂົ້າ
ຍຶດ​ເອົາ​ນະຄອນຫລວງ Tripoli ​ແລະ​ໄດ້​ຈັດ​ຕັ້ງ​ການ​ປົກ ຄອງ​ຂຶ້ນຕ່າງຫາກ. ຢູ່​ໃນ​ສາມ
ຮອບ​ຂອງ​ການເຈລະຈາ​ທີ່​ຜ່ານ​ມາ ທັງ​ສອງ​ຝ່າຍ​ບໍ່​ໄດ້​ພໍ້​ກັນ​ແບບໜ້າ​ຕໍ່ໜ້າເລີຍ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ ຫວັງ​ວ່າ​ຈະນຳ​ເອົາ​ລັດຖະບານທີ່ເປັນຄູ່ແຂ່ງ ​ທັງສອງ
​ມາໂອ້ລົມກັນ.

ລີ​ເບຍ ​ມີຄວາມບໍ່ທຸ່ນທ່ຽງເພີ້ມຂຶ້ນ ນັບ​ຕັ້ງ​ແຕ່ຈອມຜະ​ເດັດ​ການ​ ທີ່ປົກຄອງປະເທດມາເປັນ
ເວລາດົນນານ Moammar Gadhafi ​ໄດ້​ຖືກ​ໂຄ່ນ​ລົ້ມ ​ແລະເສຍ​ຊີວິດ​ໃນ​ປີ 2011. ການ​
ສູ້​ລົບ​ກັນໄດ້ເພີ້​ມຂື້ນ​ໃນ​ເດືອນ​ສິງຫາ ​ເວລາ​ລັດຖະບານ​ ​ແລະ​ສະພາທີ່​ຜ່ານການ​ເລື​ອກຕັ້ງ
ໄດ້​ຖືກ​ບັງຄັບ​ໃຫ້​ຍ້າຍ​ ອອກໄປຈາກນະຄອນ Tripoli.

ສະຖານ​ທີ່​ຂຸດ​ນໍ້າ​ມັນ​ຫລາຍໆ​ແຫ່ງ​ທີ່​ມີ​ລາຍໄດ້ງາມແມ່ນເປັນບ່ອນຍາດແຍ່ງຂອງ ​ທັງສອງ​
ຝ່າຍ. ບໍລິສັດ​ລັດວິສາຫະກິດ ​ໄດ້​ອ້າງ​ເຫດຜົນດ້ານ​ຄວາມ​ປອດ​ໄພ ທີ່​ໄດ້​ຢຸດ​ການ​ຜະ​ລິດ​
ຢູ່ 11 ບໍ່​ນໍ້າມັນ ຫລັງ​ຈາກ​ພວກ​ຫົວ​ຮຸນ​ແຮງ​ໄດ້​ຍຶດ​ເອົາບໍ່ນໍ້າ​ມັນສ​ອງ​ແຫ່ງທີ່​ສຳຄັນ ​ໃນ​ຕົ້ນ​
ອາທິດ​ນີ້.

LIBYA PEACE TALKS CNPK
please wait

No media source currently available

0:00 0:01:25 0:00

XS
SM
MD
LG