ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທູດ​ພິ​ເສດ ສປຊ ຊຸກຍູ້ໃຫ້ ເປີດການເຈລະຈາ ສັນຕິພາບ ໃນເຢເມນ


ນັກການເມືອງເຢເມນ ທ່ານ Mubarak
ນັກການເມືອງເຢເມນ ທ່ານ Mubarak

ທີ່​ປຶກສາ​ພິ​ເສດອົງການ​ສະຫະ​ປະຊາ​ຊາດໃນ​ເຢເມນ ​ໄດ້​ກ່າວ​ວ່າ
ການ​ປ່ອຍຕົວ​ຂອງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ ທີ່​ໄດ້​ຖືກ​ຈັບ
​ເປັນ​ຕົວ​ປະກັນ​ໂດຍ​ພວກ​ກະບົດ Houthi ຈະເປັນ​ການ​ລຸດຜ່ອນ
​ຄວາມ​ເຄັ່ງ​ຕຶງ​ລົງ.

ທູດ​ພິ​ເສດທ່ານ Jamal Benomar ​ໄດ້​ພົບໃນ​ວັນ​ພຸດ​ວານ​ນີ້​ກັບ
​ທ່ານ Ahmed bin Mubarak ​ຜູ້​ຊຶ່ງ​ໄດ້​ຈັບ​ກຸມເມື່ອ 10 ມື້ ກ່ອນ
​ໜ້າ​ນີ້ ທີ່​ໄດ້​ກໍ່ໃຫ້ເກີດມີການ​ປະ​ທະກັນລະຫວ່າງ​ ພວກ​ກະບົດ
Houthi ​ແລະ​ກອງ​ກຳລັງ​ລັດຖະບານ ການປິດລ້ອມຂອງພວກ
​ກະບົດ Houthi ​ຕໍ່ທຳນຽບລັດຖະບານ ການລາອອກຂອງປະທາ
ນາທິບໍດີ ນາຍົກລັດຖະມົນຕີ ແລະຄະນະລັດຖະບານ.

ທ່ານ Benomar ເວລານີ້ ກຳລັງຊອກຫາຊ່ອງທາງເພື່ອໃຫ້ມີການປະນີປະນອມກັນ ໂດຍ
ເປີດ ປະຊຸມຮອບພິເສດໃນວັນພຸດວານນີ້ກ່ຽວກັບຂໍ້ຕົກລົງສັນຕິພາບແລະພາຄີແຫ່ງຊາດ ຊຶ່ງເປັນຂັ້ນ ຕອນທີ່ໄດ້ວາງໄວ້ຫລັງຈາກພວກ Houthi ບຸກເຂົ້າມາໃນນະຄອນຫຼວງ Sa-
na’a ​ໃນ​ເດືອນ​ກັນຍາ​ແລ້ວ​ນີ້ ​ເພື່ອ​ທີ່​ຈະເຂົ້າ​ພົວພັນ​ກັບ​ການ​ເຄື່ອນ​ໄຫວ​ ໃນການ​ເຈລະຈາ ກັບກຸ່ມການ​ເມືອງ ອື່ນໆ​ຂອງ​ເຢ​ເມນ.

ທູດ​ພິ​ເສດທ່ານ Jamal Benomar ກ່າວຕໍ່ພວກນັກຂ່າວ ໃນ Sanaa, 28 ກັນຍາ 2014
ທູດ​ພິ​ເສດທ່ານ Jamal Benomar ກ່າວຕໍ່ພວກນັກຂ່າວ ໃນ Sanaa, 28 ກັນຍາ 2014

​ໃນ​ສະຖານະ​ການ​ຍັງມີການປ່ຽນແປງຢູ່ນີ້ ພວກ​ສັງ​ເກດ​ການ
​ບາງ​ຄົນ ໃຫ້ຂໍ້ສັງເກດວ່າ ​ເຖິງ​ແມ່ນ​ມີຊ່ອງຫວ່າງທາງ​ອຳນາດ
ຢູ່ກໍຈິງ ແຕ່ໂອກາດ​ຂອງ​ການ​ເຈລະຈາກ່ຽວ​ກັບ​ການຕົກລົງ
ກັນນັ້ນແມ່ນຍັງ​ມີ​ຢູ່​. Hakim Almasmari ​ບັນ​ນາ​ທິການ​ຂອງ
ໜັງສືພິມ Yemen Post ​ໄດ້ກ່າວ​ວ່າ “ພວກ​ກະບົດ Houthi
ບໍ່​ຕ້ອງການຈະ​ຄຸ​ມຄອງ​ເຢ​ເມນໂດຍ​ກົງ”
​ເພາະວ່າ “ພວກ​ເຂົາບໍ່​ຢາກຈະເປັນຜູ້ ຮັບຜິດ​ຊອບຕໍ່​ປະ​ເທດ​ທີ່ປົກຄອງຕົນເອງບໍ່ໄດ້.”

ແຕ່ທ່ານ Almasmari ​ໄດ້​ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ວິ​ກິດ​ການ
​ທີ່​ວ່າ​ນີ້ ​ໄດ້​ເພີ້​ມກຳລັງ​ໃຫ້​ພວກ​ກະບົດ​ທີ່​ມີຖານ​ປະຕິບັດງານ
ຢູ່ໃນ​ພາກ​ເໜືອ​ຂອງປະເທດ. ທ່ານ​ກ່າວ​ຕໍ່ VOA ​ໂດຍ​ໃຫ້
ຂໍ້ສັງເກດວ່າ ຄວາມ​ວຸ້ນ​ວາຍ​ 3 ມື້​ໃນສັບປະດາ​ທີ່​ແລ້ວ​ນີ້
ມີ​ໜ້ອຍ​ກວ່າ 30 ຄົນ ​ໄດ້​ຖືກ​ສັງຫານ. ຄວາມຮຸນ ແຮງທີ່ຢູ່ໃນຂີດຈຳກັດດັ່ງກ່າວ ​ສະ​ແດງ​ໃຫ້
ເຫັນວ່າ ທັງປະຊາຊົນ ລັດ​ຖະບານ ແລະ​ກຳລັງ​ທະຫານ​ຕ່າງກໍບໍ່ຢາກສູ້ລົບກັນ. ພວກ​ເຂົາ​ຢາກ​ໃຫ້ບັນລຸການຕົກລົງກັນ.

ເບິ່ງວີດີໂອກ່ຽວຂ້ອງ:

As Ground Shifts, Obama Reviews Middle East Strategy
please wait

No media source currently available

0:00 0:03:14 0:00

XS
SM
MD
LG