ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານອີຈິບ ຕັດສິນລົງໂທດ ອະດີດ ປະທານາທິບໍດີ Morsi ໃຫ້ຕິດຄຸກ 20 ປີ


 ອະດີດ ປະທານາທິບໍດີອີຈິບ ທ່ານ Mohammed Morsi ຢູ່ໃນກົງຂັງ.
ອະດີດ ປະທານາທິບໍດີອີຈິບ ທ່ານ Mohammed Morsi ຢູ່ໃນກົງຂັງ.

ສານ​ອີ​ຈິບ​ແຫ່ງ​ນຶ່ງ ​ໄດ້​ຕັດສິນ​ລົງ​ໂທດ ອະດີດ​ປະທານາທິບໍດີ
Mohammed Morsi ໃຫ້ຕິດ​ຄຸກ​ເປັນ​ເວລາ​ 20 ປີ ​ໃນ​ວັນ​ອັງ
ຄານ​ມື້ນີ້ ​ໃນ​ຖານ​ພົວພັນ​ກັບ ​ການຄາດ​ຕະກຳ ພວກ​ປະ​ທ້ວງ​
ໃນ​ປີ 2012.

ທ່ານ​ໄດ້​ລອດ​ພົ້ນ​ຈາກຄວາມເປັນ​ໄປ​ໄດ້​ ໃນ​ການ​ລົງ​ໂທດປະ
ຫານ​ຊີວິດ ທີ່​ສານ​ຕັດສິນ​ວ່າ ທ່ານ​ແລະ​ບັນດາ​ຜູ້ນຳ ​ພ້ອມດ້ວຍ
​ຜູ້ສະໜັບສະໜູນພັກພະລາດອນພາບມຸສລິມ 12 ຄົນ ມີ​ຄວາມ​
ຜິດໃນ​ການ​ຂົ່ມຂູ່ ​ແລະ​ໃຊ້​ຄວາມຮຸນ​ແຮງ ​ແຕ່​ວ່າ​ບໍ່​ໄດ້​ທຳການ
ຄາດຕະກຳ.

ການ​ກ່າວ​ຫານີ້ ແມ່ນ​ພົວພັນ​ກັບການ​ປະ​ທະ​ກັນ​ຢູ່​ນອກທຳນຽບປະທານາທິບໍດີ ທີ່​ເລີ້ມ
ດ້ວຍບັນດາ​ຜູ້​ສະໜັບສະໜູນພັກອິສລາມ ຂອງ​ທ່ານ Morsi ​ໂຈມ​ຕີ​ພວກ​ປະ​ທ້ວງ ຊຶ່ງ
ເດີນ​ຂະ​ບວນຕ້ານ​ດຳລັດທີ່ປະກາດ​ວ່າການ​ຕັດສິນ​ໃຈ​ຂອງ​ທ່ານນັ້ນ ບໍ່​ສາມາດ​ທີ່​ຈະ
​ທ້າ​ທາຍ​ໄດ້​ໂດຍສານ.

ທ່ານ Morsi ​ປະທານາທິບໍດີ ທີ່​ຖືກ​ເລືອກ​ແບບປະຊາທິປະ​ໄຕ ຄົນ​ທຳ​ອິດຂອງ ປະເທດ
​ໄດ້ເຂົ້າ​ກຳ​ອຳນາດ​ເມື່ອ​ສີ່​ປີ​ກ່ອນ ໂດຍ​ໃຫ້​ຄຳ​ໝັ້ນສັນຍາວ່າຈະ​ເຮັດ​ໃຫ້ ອີ​ຈິບ ມີ​ອະນາຄົດ
​ອັນ​ແຈ່​ມ​ໃສຂຶ້ນກວ່າເກົ່າ ຫລັງ​ຈາກ​ການ​ລຸກ​ຮື​ຂື້ນຂອງປະຊາຊົນ ທີ່ເຮັດໃຫ້ການ​ປົກຄອງ​
ມາເປັນເວລາດົນ​ນານ​ຂອງ​ທ່ານ Hosni Mubarakສິ້ນສຸດລົງ. ​ແຕ່​ນະ​ໂຍບາຍ​ຂອງ​ທ່ານ
ໄດ້​ກໍ່ໃຫ້ເກີດມີ​ການ​ປະ​ທ້ວງ​ຂະໜາດ​ໃຫຍ່ ຂຶ້ນ ຊຶ່ງ​ພາໃຫ້ນາຍພົນ Abdel Fattah
El-Sissi ຜູ້ບັນຊາການທະຫານໃນ ເວລານັ້ໜ ​ຂັບ​ໄລ່​ທ່ານ​ອອກ​ຈາກ​ໜ້າ​ທີ່.

ກາ​ນນຳພາ​ໃນໄລຍະຂ້າມ​ພວກທະຫານ ສີ້​ນສຸດ​ລົງໂດຍ​ທີ່​ນາຍພົນ Sissi ​ເອງ​ໄດ້​ກາຍ​
ມາ​ເປັນປະທານາທິບໍດີຂອງປະເທດນັ້ນ ຍັງຮວມ​ທັງ​ການທັບ​ມ້າງປາບປາມ ພັກພະລາ
ດອນພາບມຸສລິມ ຂອງ​ທ່ານ Morsi ນຳດ້ວຍ​. ກຸ່ມ​ດັ່ງກ່າວ​ເຄີຍ​ຖືກ​ຫ້າມ​ຄັ້ງນຶ່ງມາແລ້ວ
ພາຍ​ໃຕ້ການນຳພາຂອງທ່ານ Mubarak ​ແຕ່​ຫຼັງ​ຈາກ ​ໄດ້​ໂຜ່ໂຕ​ຂື້ນ​ມາ​ອີ​ກ ພາຍໃຕ້ການ
​ປົກຄອງຂອງ​ທ່ານ Morsi ​ກໍໄດ້​ຖືກ​ປະກາດ​ໃຫ້ເປັນອົງຈັດ​ຕັ້ງ​ຂອງພວກກໍ່​ການ​ຮ້າຍ ພາຍ
ໃຕ້​ລັດຖະບານຊຸດ​ປັດ​ຈຸ​ບັນ ໂດຍ ທີ່​ບັນດາ​ຜູ້ນຳ​ສ່ວນໃຫຍ່ຂອງ​ກຸ່ມໄດ້​ຖືກ​ຈັບ.

Egypt Morsi
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG