ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍແພດ ສຫລ ທີ່ຕິດເຊື້ອ ອີໂບລາ ພວມເດີນທາງ ກັບຄືນປະເທດ (ສະໄລດ໌/ວີດີໂອ)


ທ່ານ Will Elphick (ຊ້າຍ) ຫົວໜ້າອົງການໆກຸສົນ SIM ທີ່ມີຫ້ອງການຢູ່ສະຫະລັດ ແລະທ່ານ Bruce Johnson
ທ່ານ Will Elphick (ຊ້າຍ) ຫົວໜ້າອົງການໆກຸສົນ SIM ທີ່ມີຫ້ອງການຢູ່ສະຫະລັດ ແລະທ່ານ Bruce Johnson

ເຈົ້າໜ້າ​ທີ່​ການ​ແພດສະຫະ​ລັດ ຄົນ​ທີສາມ ກຳລັງ​ກັບ​ຄືນ​ບ້ານ
ຫລັງ​ຈາກ​ໄດ້ ຕິດ​ເຊື້ອ​ໄວຣັສອີ​ໂອລາ ​ໃນ​ຂະນະ​ທີ່​ເຮັດວຽກ​ ຢູ່
ເຂດອາ​ຟຣິກາຕາ​ເວັນ​ຕົກ.

ດອກ​ເຕີ Rick Sacra ​ທີ່​ໄດ້​ເຮັກ​ວຽກ​ຢູ່ປະ​ເທດ​ໄລ​ບີ​ເຣຍ ມີ​ກຳ
ນົດ​ຈະ​ຖືກສົ່ງມາ​ເຖິງລັດ Nebraska ​ໃນເຂດພາກກາງຂອງ
ສະຫະລັດ ໃນ​ວັນ​ສຸກ​ມື້​ນີ້.

ທ່ານ Sacra ​ຈະ​ໄດ້​ຮັບ​ການ​ປິ່ນປົວ ​ທີ່ສູນກາງ​ຄວບຄຸມພະຍາດ
ຂອງ​ ສູນ​ກາງ​ການ​ແພດ ທີ່ເມືອງ Omaha ລັດ Nebraska.

ພະນັກງານ​ການ​ແພດອາ​ເມຣິກັນ ສອງ​ຄົນຈຸທຳອິດ​ທີ່​ຕິດ​ເຊື້ອອີ​ໂບລາ ຄືດອກ​ເຕີ Kent
Brantley ​ແລະທ່ານ​ນາງ Nancy Writebol ​ໄດ້​ຫາຍ​ດີແລ້ວ ນັບ​ຕັ້ງ​ແຕ່​ໄດ້​ຖືກສົ່ງໂດຍ
ທາງເຮືອບິນມາສູ່ໂຮງໝໍຂອງມະຫາວິທະຍາໄລ Emory ທີ່​ນະຄອນ Atlanta ໃນພາກ
​ຕາ​ເວັນ​ອອກ​ສຽງໃຕ້ຂອງສະຫະລັດ​ເພື່ອຮັບ​ການ​ປິ່ນປົວ.

ທ່ານ Sacra ​ໄດ້​ເຮັດວຽກໃຫ້ແກ່ອົງການໆກຸສົນ SIM ທີ່ມີຫ້ອງການຢູ່ລັດ North Carolina ໃນຂະນະທີ່​ປະຕິບັດ​ງານຢູ່ປະ​ເທດ​ໄລ​ບີເຣຍ.

ປະທານ​ອົງການ SIM ທ່ານ Bruce Johnson ກ່າວ​ວ່າ ທ່ານ Sacra ​ໄດ້​ຮັບ​ “ການ
​ປິ່ນປົວ​ທີ່ດີ​ເລີດ” ຢູ່​ສະຖານທີ່ພະຍາບານຂອງຕົນ​ ໃນປະ​ເທດ​ໄລ​ບີ​ເຣຍ ​ແຕ່​ວ່າ​ໂຮງ​ໝໍ
ໃນສະຫະລັດ ​ໄດ້ສະໜອງອຸບປະກອນຕິດຕາມ​ສິ້​ງຊອມ​ເບິ່ງ ​ທີ່ທັນສະໄໝ ແລະ​ມີທາງ​
ເລືອກໃນການ​ປິ່ນປົວ​ທີ່​ກວ້າງຂວາງ.

WHO Issues Urgent Appeal for Funding to Bring Ebola Under Control
please wait

No media source currently available

0:00 0:02:55 0:00

ບັນດາ​ຜູ້​ຊ່ຽວຊານເກືອບ​ 200 ຄົນ ກ່ຽວ​ກັບອີ​ໂບລາກຳລັງ​ປະຊຸມ​ກັນ​ທີ່​ປະ​ເທດ Switzerland ​ເພື່ອ​ສົນທະນາ​ເຖິງ​ການ​ປິ່ນປົວ​ທີ່​ອາດເປັນ​ໄປ​ໄດ້ແລະ​ຢາວັກຊີນ ຕ້ານ
ເຊື້ອໄວຣັສ​ດັ່ງກ່າວ ​ໃນ​ຂະນະ​ທີ່​ໂຕ​ເລກ​ຜູ້ຕິດເຊື້ອ​ໃນເຂດອາ​ຟຣິກາຕາ​ເວັນ​ຕົກ ຍັງ​ສືບ
ຕໍ່​ສູງ​ຂື້ນ.

ບໍ່ມີຢາຫຼືວັກຊີນຊະນິດໃດ ສາມາດປິ່ນປົວເຊື້ອໄວຣັສ​ທີ່​ຮ້າຍ​ແຮງ​ດັ່ງກ່າວໄດ້ໃນ​ປັດຈຸ
ບັນ​ນີ້ ​ເຖິງ​ແມ່ນ​ວ່່າຢາທົດ​ລອງ Zmapp ທີ່​ຜະລິດໂດຍບໍລິສັດສະຫະລັດ ​ຊຶ່ງໄດ້​ນຳ​ໃຊ້​
ກັບພວກ​ຄົນ​ເຈັບຈຳນວນ​ນ້ອຍໆຈຸນຶ່ງ ທີ່ບາງຄົນໃນຈຳນວນນີ້ແມ່ນ ລອດ​ຊີວິດມາໄດ້.

ອົງການ​ອະນາ​ໄມ​ໂລກກ່າວ​ວ່າ ການລະບາດຂອງອີ​ໂອລາໃນເຂດອາ​ຟຣິກາ​ຕາ ເວັນ
ຕົກ ​ໄດ້​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດແລ້ວ​ຫລາຍ​ກວ່າ 1,900 ຄົນ ​ແລະມີຜູ້​ຕິດເຊື້ອຢ່າງ​ໜ້ອຍ
3,500 ຄົນ ສ່ວນ​ໃຫຍ່​ຢູ່ ກີ​ເນຍ ​ໄລ​ບີ​ເຣຍ ​ແລະ​ຊີ​ແອ​ຣາ​ລີອອນ.

EBOLA VO
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG