ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ເສຍຊີວິດ ຍ້ອນອີໂບລາ ຢູ່ເຂດ ອາຟຣິກາ ຕາເວັນຕົກ ເພີ້ມຂຶ້ນເປັນ 1350 ຄົນແລ້ວ (ສະໄລດ໌/ວີດີໂອ)


WEST AFRICA EBOLA CNPK
please wait

No media source currently available

0:00 0:01:49 0:00

ໄວຣັສ ອີໂບລາ: ວິທີປ້ອງກັນການຕິດແປດ ແລະການແຜ່ຜາຍ

ວິທີປ້ອງກັນການແຜ່ຜາຍຂອງ ເຊື້ອອີໂບລາ:

· ຫລີກເວ້ນການສຳພັດກັບຄົນທີ່ມີອາການຕິດ
ເຊື້ອນີ້: ເປັນໄຂ້ບໍ່ເຊົາ ຕາແດງ ຮາກ ແລະ
ເຈັບທ້ອງ.

· ລ້າງມືຢູ່ເລື້ອຍໆແລະໃຫ້ສະອາດ ຮວມທັງ
ຢູ່ໃຕ້ເລັບ. ໃຊ້ສະບູ່ແລະນ້ຳສະອາດລ້າງ.
ໃຊ້ນ້ຳຢາທຳຄວາມສະອາດມື ຖ້າບໍ່ມີສະບູ່.

· ໃສ່ຖົງມື ເວລາດູແລຄົນປ່ວຍ ທີ່ຕິດເຊື້ອ
ອີໂບລາ.

· ປຸງແຕ່ງອາຫານສັດ ຫລືເຮັດດ້ວຍຊິ້ນສັດ
ທຸກຢ່າງໃຫ້ສຸກດີ. ຫລີກເວ້ນການກິນຊິ້ນ
ສັດປ່າ.

· ໃສ່ເສື້ອຜ້າທີ່ມີການປ້ອງກັນແລະຖົງມື
ເວລາຈັບບາຍສັດ

· ຢ່າຈັບບາຍ ຄົນທີ່ຫາກໍຕາຍຍ້ອນຕິດເຊື້ອ
ອີໂບລາ.


ແຫລ່ງ: Centers for Disease Control; Plan International

​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ຕື່ມ​ອີກ 106 ຄົນ ​ເຮັດ
​ໃຫ້​ຈຳນວນ​ຜູ້​ຄົນ ​ທີ່​ເສຍ​ຊີວິດ​ ຍ້ອນ​ເຊື້ອ​ໂຣກດັ່ງກ່າວ ເພີ້​ມຂຶ້ນ
​ເປັນ 1350 ຄົນ​ແລ້ວ.

ອົງການ​ອະນາ​ໄມ​ໂລກແຈ້ງ​ໂຕ​ເລກ​ໃໝ່​ນີ້​ໃຫ້​ຮູ້​ໃນ​ວັນ​ພຸດ​ວານ​ນີ້ ​
ໃນ​ຂະນະ​ທີ່​ ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ໄລ​ເບ​ເຣຍປະກາດ​ຫ້່າມບໍ່ໃຫ້ມີ
ການເຂົ້າອອກ ຢູ່ໃນ​ສອງ​ເຂດ​ຊານ​ເມືອງ​ ຂອງ​ນະຄອນຫລວງ
​ໃນ​ຄວາມ​ຫວັງເພື່ອ​ຄວບ​ຄຸມ ​ບໍ່​ໃຫ້​ເຊື້​ອ​ໄວຣັສດັ່ງກ່າວ ​ລະ​ບາດ​
ອອກ​ໄປ​ອີກ.

ຕຳຫຼວດ​ໄດ້​ຍິງ​ປືນ​ແລະ​ແກັສນ້ຳຕາ ເພື່ອ​ຂັບ​ໄລ່​ພວກ​ປະ​ທ້ວງ​ທີ່​
ແກວ່ງ​ກ້ອນ​ຫິນ​ໃຫ້​ແຕກ​ໜີ​ໄປໃນ​ເຂດ West Point ທີ່​ພາກັນ​ບໍ່
ພໍ​ໃຈ​ນຳ​ການ​ຕັນ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ທີ່ເຂົ້າ​ແລະ​ອອກຄຸ້ມ​
ຂອງ​ເຂົາ​ເຈົ້າ​ນັ້ນ. ພວກ​ທີ່​ເຫັນ​ເຫດການ​ ກ່າວ​ວ່າ ຢ່າງ​ໜ້ອຍ​ປະ
ຊາຊົນ 4 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ໄລ​ເບ​ເຣຍ ​ເປັນ​ບ່ອນ​ທີ່​ 90 ​ເປີ​ເຊັນ​ ຂອງ​ພວກ​ຜູ້​ຄົນ​ເສຍ​ຊີວິດ​
ໃໝ່ໆທີ່​ທາງ​ອົງການ​ອະນາ​ ໄມ​ໂລກ​ແຈ້ງ​ໃຫ້​ຊາບກ່ຽວ​ກັບ​ໂຣກ
ລະບາດ​ດັ່ງ ກ່າວ.

ອົງການ​ອະນາ​ໄມ​ໂລກ ຍັງ​ແຈ້ງ​ໃຫ້​ຊາ​ບ​ເຊັ່ນ​ກັນ​ກ່ຽວ​ກັບ​ພວກ
​ທີ່​ຕິດ​ເຊື້ອ​ອີ​ໂບລາ​ລາຍ​ໃໝ່​ຕື່ມ​ອີກ 221 ຄົນ ​ເຮັດ​ໃຫ້​ຈຳນວນ
​ຂອງ​ພວກທີ່​ຕິດ​ເຊື້ອ​ອີ​ໂບລາທັງໝົດ ໃນໄລ​ເບ​ເຣຍ ກີ​ນີ ​ໄນ​ຈີ
​ເຣຍ ແລະ Sierra Leone ເພີ້ມຂຶ້ນ ​ເກືອບ​ຮອດ 2500 ຄົນ​
ແລ້ວ.


The Ebola epidemic gripping West Africa has claimed another 106 lives, raising the overall death toll to 1,350.

The World Health Organization reported the new figures Wednesday, as officials in Liberia imposed a general quarantine on two suburbs of the capital in hopes of curbing the outbreak.

Police fired bullets and tear gas in the West Point area to disperse stone-throwing protesters, who were upset by the sudden blockade of roads in and out of their neighborhood. Witnesses say at least four people were injured.

Liberia is where 90 percent of the new deaths reported by the WHO occurred.

The WHO also reported 221 new cases of Ebola, bringing the total number of cases across Liberia, Guinea, Nigeria and Sierra Leone to just under 2,500.

Concern about the outbreak spreading further spiked over the weekend when a mob attacked an Ebola treatment center in West Point, forcing 37 patients to flee. All 37 have since been found and taken to a different facility.

In a nationwide speech late Tuesday, Liberian President Ellen Johnson Sirleaf said public disregard for the government's advice and warnings is helping the epidemic to grow.

Some Liberians have continued to treat Ebola patients at home and conduct traditional burials despite warnings these practices can expose them to the Ebola virus. The virus is transmitted through direct contact with the blood or bodily fluids of an infected person.

The outbreak has prompted the affected countries and other African nations to take additional precautions.

Nigerian Health Minister Onyebuchi Chukwu told VOA ((English to Africa)) his country is stepping up efforts to secure borders by screening travelers who visit the country.

"We need to secure our airports. We need to secure our land borders. We need to secure our seaports so, that is one strategy."

Cameroon says it has closed all of its borders with Nigeria in an effort to prevent the spread of the virus.

African Media Tries to Educate Public About Ebola
please wait

No media source currently available

0:00 0:02:51 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG