ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານໂອບາມາ ພິຈາລະນາ ບາດກ້າວເພີ້ມຕື່ມ ເພື່ອປ້ອງກັນ ອີໂບລາ ໃນສະຫະລັດ


EBOLA CNPK
please wait
Embed

No media source currently available

0:00 0:02:53 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ປະທານາທິບໍດີ Barack Obama ກ່່າວ​ວ່າ ລັດຖ​ະບານ​ຂອງ​
ທ່ານ ກຳລັງ​ພິຈາລະ​ນາມາດ​ຕະການ​ໃໝ່ ​ເພື່ອ​ປ້ອງ​ກັນການ
ແຜ່​ຜາຍ​ຂອງ​ເຊື້ອໄວຣັສ ອີ​ໂບລາ ຢູ່​ໃນສະຫະລັດ.

​ໃນ​ລະຫວ່າງ​ການ​ປະຊຸມ​ກັບ ຄະນະ​ເຈົ້າ​ໜ້າ​ທີ່​ຄວາມ​ໝັ້ນຄົງ​
ແຫ່ງ​ຊາດ ຂອງ​ທ່ານ ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ Obama ກ່າວ​
ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ກຳລັງ​ພິຈາ ລະນາ ຈັດ​ຕັ້ງ​ປະຕິບັດມາດ
​ຕະການເພີ້​ມ​ເຕີມ ​ເພື່ອ​ກວດກາພວກ​ຜູ້​ໂດຍສານ ນຳສາຍ
​ການບິນ​ນາ​ໆຊາດ ທັງຢູ່​ໃນອາ​ຟຣິກາ ​ແລະສະຫະລັດ.

ມີ​ການເອົາ​ມາ​ຕະການລະມັດລະວັງເພີ້​ມຕື່ມດັ່ງກ່າວ​ນີ້ ​ກໍເພື່ອ​
ຕອບ​ໂຕ້​ຕໍ່ກໍລະ​ນີ ​ຕິດເຊື້ອ​ໄວຣັສ ອີ​ໂບລາ ຄົນ​ທຳ​ອິດ​ທີ່​ຢືນຢັນ​ໄດ້ ຢູ່​ໃນ​ດິນ​ແດນສະຫະ
ລັດ. ທ້າວ Thomas Eric Duncan ທີ່​ໄດ້​ເດີນທາງມາສະຫະລັດ ຈາກ​ໄລ​ບີ​ເຣຍ ​ໃນ​ເດືອນແລ້ວ​ນີ້ ມີ​ອາການ​ຂັ້ນ​ວິກິດ ທີ່​ໂຮງໝໍ​ແຫ່ງ​ນຶ່ງ​ໃນ​ນະຄອນ Dallas ລັດ Texas.

ທ່ານ Obama ກ່າວວ່າ ລັດຖະບານ​ຂອງ​ທ່ານ ກຳລັງ​ກຽມ​ມາດ​ຕະການ​ເພີ້ມ​ເຕີມ ​ເພື່ອ
ກວດກາບັນດາ​ຜູ້​ໂດຍສານ​ທາງ​ເຮືອບິນ ​ເພື່ອລະບຸ​ໂຕຜູ້​ທີ່​ອາດ​ຕິ​ດ​ເຊື້ອ​ໄວຣັສຮ້າຍ​ແຮງ​
ເຖິງ​ຕາຍ​ນັ້ນ. ທ່ານ​ຍັງ​ກ່າວອີກ​ວ່າ ທ່ານ​ຈະ​ເພີ້​ມຄວາມກົດ​ດັນຕໍ່ພວກປະ​ເທດ​ໃຫຍ່​ ຊຶ່ງ​
ທ່ານ​ບໍ່​ໄດ້ບອກຊື່ ​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ແກ່ບັນ​ດາປະ​ເທດອາ​ຟຣິກາຕາ​ເວັນ​ຕົກ ທີ່
​ກໍ​າລັງ​ດີ້ນ​ຮົນ​ເພື່ອ​ຄວບ​ຄຸມການ​ແຜ່​ລະບາດ​ທີ່​ຮ້າຍ​ແຮງ​ສຸດຂອງອີ​ໂບລາ ​ໃນ​ປະວັດ​ສາດ.

ທ່ານ Obama ກ່າວ​ວ່າ ​ໂອ​ກາດ​ການລະບາດຂອງອີ​ໂບລາ ​ຢູ່​ໃນສະຫະລັດ ນັ້ນ ​ມີ​ຕຳ່ທີ່
​ສຸດ. ​ແຕ່​ທ່ານ​ກ່າວວ່າ ມີ​ຫລາຍ​ປະ​ເທດ​ໃຫຍ່ໆ ທີ່ມີ​ຄວາມ​ສາມາດ ​ເຮັດ​ໄດ້​ຫລາຍ​ກ່ວາ​ນີ້
​ເພື່ອ​ຊ່ວຍ​ເຫລືອ ​ແຕ່ກໍ​ບໍ່​ໄດ້ປະຕິບັດ​ຢ່າງ​ພຽງພໍ.

​ໃນ​ຂະນະ​ດຽວ​ກັນ ນັກ​ຂ່າວອາ​ເມຣິກັນຄົນ​ນຶ່ງ ທີ່​ຖືກ​ກວດ​ພົບ​ວ່າ​ຕິດເຊື້ອອີ​ໂບລາ ຢູ່​ໃນ​ໄລ
​ບີເຣຍ ​ໄດ້​ເດີນທາງ​ກັບ​ມາຮອດສະຫະລັດ​ແລ້ວ ​ເພື່ອ​ປິ່ນປົວ. ນັກ​ຂ່າວ Ashoka Mukpo ​ເປັນຊາວ​ອາ​ເມຣິກັນຄົນ​ທີ່​ຫ້າ ທີ່​ຖືກ​ວິນິດ​ໄສ​ວ່າ ຕິດ​ເຊື້ອອີ​ໂບລາ.

​ແລະ​ຢູ່​ໃນ​ປະ​ເທດສະ​ເປ​ນ ນາງພະຍາບານ​ຄົນ​ນຶ່ງ ທີ່ໄດ້ຊ່ວຍ​ປິ່ນປົວຄົນປ່ວຍ​ຍ້ອນອີ​ໂບ
ລາ ຢູ່​ໂຮງໝໍ​ແຫ່ງ​ນຶ່ງໃນ​ນະຄອນຫລວງ Madrid ​ກໍໄດ້​ຕິດ​ເຊື້ອ​ໄວ ຣັສດັ່ງກ່າວ ​ແລະ​ໄດ້​
ກາຍ​ມາ​ເປັນ​ຄົນ​ທຳ​ອິດ ທີ່​ຕິດ​ເຊື້ອ​ອີ​ໂບລາ ຢູ່​ນອກຂົງ​ເຂດ ອາ​ຟຣິກາຕາ​ເວັນ​ຕົກ.

ພາບກ່ຽວກັບ ຈາກນະຄອນ Madrid ກ່ຽວກັບນາງພະຍາບານ ທີ່ຕິດເຊື້ອອີໂບລາ:

XS
SM
MD
LG