ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສະແດງຄອນເສີດ ແລະໂຮມຊຸມນຸມກັນ ເພື່ອສະຫຼອງ ວັນໂລກ ທີ່ ວໍຊິງຕັນ


ໜ່ວຍໂລກ ທີ່ນຳມາວາງສະແດງ ຢູ່ສະໜາມຫລວງ ໃນນະຄອນຫລວງວໍຊິງຕັນ.
ໜ່ວຍໂລກ ທີ່ນຳມາວາງສະແດງ ຢູ່ສະໜາມຫລວງ ໃນນະຄອນຫລວງວໍຊິງຕັນ.

ມີການ​ໂຮມຊຸມນຸມກັນເນື່ອງໃນວັນ​ໂລກ ຫຼື Earth Day ແລະ
ມີການສະແດງ concert ຢູ່​ທີ່ບໍລິເວນ​ສະໜາມ​ຫລວງ ໃນນະ
ຄອນຫລວງວໍ​ຊິງ​ຕັນ ​ໃນ​ວັນ​ເສົາມື້​ນີ້.

ບັນດາ​ຫົວ​ເລື້ອງ​ກ່ຽວກັບການ​ສະຫລອງ​ໃນ​ວັນເສົາມື້​ນີ້​ໂດຍ
ການ​ເປັນ​ເຈົ້າພາບ​ຂອງ ທ່ານ Will.i.am ​ແລະຍານາງ So-
ledad O’Brien ຮວມທັງ Mary J. Blige, Fall Out Boy,
No Doubt, Usher, Train ​ແລະ My Morning Jacket.

​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon
ປະທານທະນາ ຄານໂລກທ່ານ Jim Yong Kim ດາຣາ Don Cheadle ​ແລະ Chris
Martin ຈາກວົງດົນຕີພັອມColdplay ຂອງອັງກິດກໍຄາດ​ວ່າ​ ຈະມາ​ກ່າວ​ຕໍ່ຝູງຊົນ ຊຶ່ງ​
ຄາດ​ວ່າ ຈະມີຫລາຍ​ຮ້ອຍພັນ​ຄົນ​ເຂົ້າຮ່ວມ.

​ການສະແດງ Concert ​ແລະ​ການ​ໂຮມຊຸມນຸມກັນ ​ເປັນ​ເວລາ​ທີ່​ບັງເອີນມີຂຶ້ນພ້ອມກັບ
ກອງປະຊຸມທະນາຄານໂລກ ​ແລະອົງການກອງ​ທຶນ​ສາກົນ ໃນລະດູບານ​ໃໝ່​ ທີ່​ກຳລັງ​ພະຍາຍາມ​ຊອກ​ຫາ​ຊ່ອງ​ທາງແກ້​ໄຂ​ ບັນຫາ​ຕ່າງໆ ທີ່ພົວພັນລະຫວ່າງ ​ຄວາມທຸກ​ຈົນ
​ແລະ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ.

ທ່ານ​ນາງ Katherine Rogers ປະທານ ຕາໜ່າງຂອງ​ວັນໂລກ ກ່າວ​ວ່າ ​ “ບໍ່​ວ່າ​ຈະ​ເປັນ​ການຍົກຍ້າຍ​ຄັ້ງໃຫຍ່ ທີ່ພວກ​ເຮົາ​ຄາດ​ວ່າ​ຈະ​ເຫັນ ຫລື​ດິນທີ່ຫາຍ​ໄປ ຫລື​ມະຫາ​ສະມຸດ ທີກຳລັງແຫ້ງ​ລົງ ການ​ສູນ​ເສຍ​ພືດແລະສັດສາຍ​ພັນຕ່າງໆ ການສູນ​ເສຍ​ປ່າ​ໄມ້ ສິ່ງ​ທັງ​
ໝົດ​ນີ້ ແມ່ນກໍ່ໃຫ້ເກີດ​ຄວາມທຸກ​ຍາກ​ ຊຶ່ງໃນເວລາດຽວກັນ ມັນຍັງເຮັດ​ໃຫ້​ເກີດ​ບັນຫາ​
ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດນຳດ້ວຍ.”

ວັນ​ໂລກສະຫລອງ​ກັນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ພຸດຈະມາ. ປີ​ນີ້ ​ເປັນ​ຂີດ​ໝາຍຄົບຮອບ
45 ປີ ໃນການສະຫລອງວັນ​ໂລກ.

An Earth Day rally and concert are being held on Washington's National Mall Saturday.

Headliners at Saturday's festivities -- hosted by will.i.am and Soledad O'Brien --include Mary J. Blige, Fall Out Boy, No Doubt, Usher, Train, and My Morning Jacket.

United Nations Secretary-General Ban Ki-moon, World Bank President Jim Yong Kim, actor Don Cheadle and Coldplay's Chris Martin are expected to speak to the estimated hundreds of thousands of attendees.

The concert and rally, timed to to coincide with the Spring meetings of the World Bank and the International Monetary Fund, are seeking to shine a light on the linked problems of poverty and climate change.

"Whether it's the big migrations we expect to see or soil depletion or emptying the oceans, loss of species, loss of timberland - all these things are creating poverty at the same time that they are also creating climate change issues," says Kathleen Rogers, Earth Day Network president.

Earth Day is officially observed on Wednesday.This year marks Earth Day's 45th anniversary.

XS
SM
MD
LG