ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໄຂ້ຍຸງທີ່ຕ້ານທານຢາ ກຳລັງລະບາດ ຢູ່ໃນເອເຊຍ ອາຄະເນ (ວີດີໂອ ພາສາລາວ/ອັງກິດ ກັບ ລາຍງານຮຽນພາສາອັງກິດ)


Drug-Resistant Malaria Spreads in Southeast Asia
please wait

No media source currently available

0:00 0:02:29 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້:

ຢູ່​ຊາຍ​ແດນ​ຂອງ​ປະ​ເທດ​ໄທ ຕິດ​ກັບ​ມຽນມາ​ນັ້ນ Clinic ປິ່ນປົວ​
ແລະ​ຄົ້ນ​ຄ້ວາໂຣກມາລາ​ເຣຍ ຫລື​ໄຂ້ຍຸງ ພວມ​ເພີ້​ມທະວີ​ຄວາມ
​ພະຍາຍາມ​ຂຶ້ນ ​ເພື່ອ​ກຳ​ຈັດ​ເຊື້ອ​ກາ​ຝາກ​ຂອງ​ພະຍາດ​ໄຂ້ຍຸງ ທີ່​
ດື້ຢາ​ ຫລື​ຕ້ານທານ​ຢາ ​ໃຫ້​ໝົດ​ສິ້ນ​ໄປ ກ່ອນ​ທີ່​ມັນ​ຈະ​ແຜ່​ລາມ​
ອອກໄປ​ນອກ​ປະ​ເທ​ດ. Steve Sandford ນັກ​ຂ່າວ​ວີ​ໂອ​ເອ
ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ມາ​ຈາກ​ແມ່​ສອດ ປະ​ເທດ​ໄທ ຊຶ່ງ​
ດາຣາຈະນຳ​ມາສະ​ເໜີ​ທ່ານ.

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ:

Clinic ຫລື​ສຸກສາລາ​ແຫ່ງທີ່​ເວົ້າ​ນີ້ ຊຶ່ງຕັ້ງ​ຢູ່​ໃກ້​ດ່ານ​ຂ້າມ​ຊາຍ​ແດນ ທີ່​ມີ​ຄົນ​ຂ້າມ​ໄປມາ
ຫລາຍ​ແຫ່ງ​ນຶ່ງ ​ແມ່ນ​ໄດ້​ປະສົບ​ຜົນສຳ​ເລັດ ຢ່າງໃຫຍ່ຫລວງ ຕະຫລອດ​ໄລຍະ​ສອງ​ທົດ​
ສະ​ວັດ​ທີ່​ຜ່ານ​ມາ ໃນ​ການ​ຫລຸດຜ່ອນ​ຜົນ​ກະທົບຂອງ​ໄຂ້​ມາ​ລາ​ເຣຍ ​ຫລື​ໄຂ້ຍຸງ.

ຈຳນວນ​ກໍລະນີ​ຄົນ​ເປັນ​ໄຂ້ຍຸງ ທີ່​ມາ​ຮັບ​ການ​ປິ່ນປົວ ​ໄດ້​ຫລຸດ​ລົງ​ຢ່າງ​ຫລວງຫລາຍ ​ແຕ່​ວ່າ
ນາຍ​ແພດ ​ເຊັ່ນ​ດອກ​ເຕີ້ Cindy Chu ກໍ​ຍັງ​ມີ​ຄວາມ​ເປັນ​ຫ່ວງ​ຢູ່. ດອກ​ເຕີ້ Chu ​ເວົ້າ​ວ່າ:

“​ແຕ່​ກ່ອນ ພວກ​ເຮົາໄດ້​ເຫັນ​ຄົນ​ເປັນໄຂ້ຍຸງ ຈຳນວນ​ຫລວງຫລາຍ ຢູ່​ທີ່​ຄະ​ລີ​ນິກ
ວັງ​ຜາ​ນີ້ ​ແຕ່​ວ່າ ມາ​ບັດ​ນີ້ ພ້ອມ​ກັບ​ຄວາມ​ພະຍາຍາມ​ເພື່ອ​ກຳຈັດ ​ແລະ​ການ​ເຝົ້າ
ຊອມ​ເບິ່ງ​ຢ່າງ​ຕັ້ງ ໜ້າ ​ແລະ​ຮອດ​ການຈັດ​ຕັ້ງ​ປ້ອມ​ກວດກາ​ໄຂ້ຍຸງຂຶ້ນ ຢູ່ໃນ​ອີກ​
ຟາກ​ນຶ່ງ​ຂອງ​ຊາຍ​ແດນ ອັດຕາ​ການ​ເປັນ​ໄຂ້ຍຸງ​ແມ່ນ​ໄດ້​ຫລຸດ​ລົງ​ຢ່າງ​ແທ້​ຈິງ.
ສະ​ນັ້ນ ກໍ​ເລີຍ​ບໍ່​ມີ​ກໍລະນີ​ຄົນ​ເປັນ​ໄຂ້ຍຸງ​ຫລາຍ​ເທົ່າ​ກັບ​ທີ່​ພວກ​ເຮົາ​ເຄີຍ​ເຫັນ​ມາ.
ແຕ່ວ່າ ​ໃນ​ອີກ​ແງ່​ນຶ່ງ​ນັ້ນ ​ໄຂ້ຍຸງ​ທີ່​ພວກ​ເຮົາ​ເຫັນ​ຢູ່​ໃນ​ທຸກ​ມື້​ນີ້ ແມ່ນ​ສະ​ລັບ​ຊັບ
ຊ້ອນກ່ວາ​ເກົ່າ ແລະ​ຍ້ອນ​ການ​ຕ້ານ​ຢາ
artemisinin ຂອງ​ເຊື້ອ​ໄຂ້ຍຸງ ພວກ​
ກໍລະນີ​ທີ່​ເຮົາ​ເຫັນ​ຢູ່ນີ້ ຈຶ່ງ​ຕ້ອງ​ການ ການ​ບຳບັດ​ຕື່ມ​ຂຶ້ນ​ອີກ
."

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ຜ່ານ​ມາ ຢາ artemisinin ​ແມ່ນ​ເຄີຍ​ໄດ້ຜົນ​ຢ່າງ​ສູງ​ມາ​ແລ້ວ ​ໃນ​ການຕໍ່ຕ້ານ​ກັບ​ໄຂ້ຍຸງ
ເວລາ​ໃຊ້​ປະສົມ​ກັນ​ກັບ​ຢາ​ອື່ນໆ. ​ແຕ່​ວ່າ ຢູ່​ໃນ​ຫ້າ​ປະເທດ​ໃນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​
ໃຕ້ ກໍ​ຄື ກຳປູ​ເຈຍ ຫວຽດນາມ ລາວ ​ໄທ ​ແລະ​ມຽນມາ​ນັ້ນ ​ເຊື້ອ​ກາ​ຝາກ​ຂອງ​ໄຂ້ຍຸງ​ແມ່ນ
​ໄດ້​ປັບ​ໂຕ​ມັນ​ເອງ ​ໃຫ້​ຕໍ່ຕ້ານ​ການ​ປິ່ນ​ປົວ.

​ບັນດານາຍ​ແພດ​ຍັງ​ສາມາດ​ຮັກສາ ພວກ​ຄົນ​ໄຂ້​ທີ່ມີ​ເຊື້ອ​ໄຂ້ຍຸງ​ດ້ວຍ​ການ​ໃຊ້​ຢາ​ຊຸດ​ປະ
ສົມ​ທີ່​ແຮງ​ຂຶ້ນ​ນັ້ນ ໄດ້​ຢູ່ ​ແຕ່​ເຂົາ​ເຈົ້າ​ກໍ​ວິຕົກ​ວ່າ ບໍ່​ໄວ​ກໍ​ຊ້າ ພວກ​ຢາ​ເຫລົ່າ​ນັ້ນ​ ກໍ​ແມ່ນ​ຈະ
ບໍ່​ມີ​ປະສິດທິພາບ​ຫຍັງ​ອີກ​ແລ້ວ.

ຢູ່​ໃນ​ຫ້າ​ປະເທດ​ໃນ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ ກໍ​ຄື ກຳປູ​ເຈຍ ຫວຽດນາມ ລາວ ​ ໄທ ​ແລະ​ມຽນມາ​ນັ້ນ ​ເຊື້ອ ​ກາຝາກ​ຂອງ​ໄຂ້ຍຸງ​ແມ່ນ ​ໄດ້​ປັບ​ໂຕ​ມັນ​ເອງ ​ໃຫ້​ຕໍ່ ຕ້ານ​ການ​ປິ່ນ​ປົວ.

Dr. Francois Nosten ​ທີ່ໄດ້​ທຳ​ການ​ຄົ້ນ​ຄ້ວາກ່ຽວ​ກັບ​ໄຂ້
ຍຸງຢູ່​ໃນເຂດ​ຊາຍ​ແດນ ໄທ-ມຽນມາ​ ຕະຫລອດ​ເວລາ 30 ປີ
​ທີ່​ຜ່ານມາ ​ເຫັນ​ວ່າ ​ເວ​ລາ​ກຳລັງ​ເຫລືອ​ນ້ອຍ​ເຕັມທີ​ແລ້ວ.
Dr. Nosten ​ເວົ້າ​ວ່າ:

“ນີ້​ແມ່ນ​ສະພາວະ​ສຸກ​ເສີນ​ດ້ານ​ສາທາລະ​ນະສຸກ​ຂອງ​ທົ່ວ
ໂລກ ​ເພາະວ່າ​ພວກ​ເຮົາ​ສາມາດແລເຫັນ​ໄດ້ ​ໃນ​ການ​ສຶກ
ສາ​ຄົ້ນ​ຄ້ວາ​ຂອງ​ພວກ​ເຮົາ​ວ່າ ​ການ​ດື້​ຢາຫລື​ຕ້ານ​ຢາ​ຂອງ​
ເຊື້ອໄຂ້ຍຸງ​ ມັນກ້າວໜ້າ​ໄປ​ໄວ​ຫລາຍສົມຄວນ. ດັ່ງໂຕຢ່າງ ​
ໃນ​ປີ 2007 ນັ້ນ ພວກ​ຄົນ​ໄຂ້​ເຫລົ່າ​ນີ້ ບໍ່​ມີ​ຈັກ​ຄົນທີ່​ຕິດ​ເຊື້ອ
ກາຝາກໄຂ້ຍຸງ​ ທີ່ດື້​ຢາ ​ແຕ່​ຕົກ​ມາໃນ​ປີ 2012 80 ສ່ວນ​ຮ້ອຍ​ຂອງ​ພວກ​ຄົນປ່ວຍ​
ເຫລົ່າ​ນີ້​ ແມ່​ນມີເຊື້ອ​ກາ​ຝາກ​ທີ່​ຕ້ານຢາ ສະ​ນັ້ນ​ກໍ​ໝາຍ​ຄວາມ​ວ່າ ​ໃນ​ໄລຍະ​ພຽງບໍ່
​ເທົ່າ​ໃດ​ປີການ​ຕິດ​ເຊື້ອ​ໄຂ້ຍຸງກໍ​ແມ່ນ​ເກີດ​ຂຶ້ນ​ຈາກ​ເຊື້ອ​ກາ​ຝາກ​ ທີ່​ຕ້ານ​ຢາ​ນັ້ນ​ເອງ.”


ດອກ​ເຕີ້ Nosten ​ເຫັນ​ດີ​ໃຫ້​ນຳ​ໃຊ້​ວິທີ​ການ​ທີ່ຮຸນ​ແຮງ​ກ່ວາ​ເກົ່າ ​ຕ້ານໄຂ້​ມາ​ລາເລຍ
ທີ່ດື້ຢານັ້ນ ​ເພື່ອ​ຄວບ​ຄຸມ​ບໍ່​ໃຫ້​ມັນ​ແຜ່​ລາມ​ອອກ​ໄປ ​ແລະ​ນັ້ນ​ກໍແມ່ນ​ເອົາ​ຢາ​ໃຫ້​ຄົນ
​ທັງ​ໝົດ​ໝູ່​ບ້ານ​ກິນ ກໍ​ຄື​ໝູ່​ບ້ານ​ທີ່ມີ​ເຊື້ອ​ກາຝາກຂອງ​ໄຂ້ຍຸງລີ້​ຊ່ອນ​ຢູ່ ​ໂດຍ​ທີ່​ຫລາຍໆ
​ຄົນ​ບໍ່​ຮູ້​ຈັກ. ທ່ານ​ກ່າວ​ວ່າ:

“ພວກ​ເຮົາ​ທຳນາຍ​ວ່າ ​ເພື່ອ​ທີ່​ຈະ​ຢຸດ​ຄວາມ​ກ້າວ​ໜ້າ​ຂອງ​ການ​ຕ້ານທານ​ຢາ
artemisinin ​ໃຫ້​ໄດ້​ນັ້ນ ເຮົາ​ກໍຈຳ​ເປັນ​ຕ້ອງ​ກຳຈັດ​ມາລາ​ເຣຍ ໃຫ້​ໄດ້​ເສຍ​
ກ່ອນ. ມັນ​ຍັງ​ບໍ່​ດີ​ພໍ ທີ່​ຈະ​ພຽງ​ແຕ່​ຫລຸດ​ ຈຳນວນ​ຄົນ​ເປັນ​ໄຂ້ຍຸງ​ລົງ ຫລຸດ​ການ
​ຕິດແປດ​ຫລື​ແຜ່ຜາຍຂອງ​ພະຍາດ​ນີ້​ລົງ ​ແຕ່​ພວກ​ເຮົາ​ຕ້ອງ​ກຳຈັດ​ເຊື້ອ​ກາ​ຝາກ
​ຂອງ​ມັນ​ໃຫ້​ໝົດ​ສິ້ນ​ໄປ.”

ຂະນະ​ທີ່​ທີ​ມພະນັກງານ​ແພດ ວາງ​ແຜນ​ຈະ​ນຳ​ເອົາ​ຢາ​ຕໍ່ຕ້ານ​ໄຂ້ຍຸງ ​ໄປແຈກ​ຢາຍ​ໃຫ້
ປະຊາຊົນ ຢູ່​ໃນພວກ​ໝູ່​ບ້ານສອກຫລີກ​ຫ່າງ​ໄກ ທີ່​ໄດ້ກາຍ​ມາ​ເປັນ​ຈຸດ​ເດືອດ​ຂອງ​ໄຂ້
ມາລາ​ເຣຍນັ້ນ ຫລາຍໆ​ຄົນ​ກໍ​ພາກັນ​ຫວັງ​ວ່າ ຄວາມ​ພະຍາຍາມ​ດັ່ງກ່າວ​ນີ້​ຈະ​ຢຸດ​ຢັ້ງ
ການ​ແຜ່ຜາຍ​ອອກ​ໄປ ຂອງ​ເຊື້ອ​ກາ​ຝາກ​ໄ​ຊ້ຍຸງ ​ທີ່​ອັນຕະລາຍ​ຫລາຍ​ຂຶ້ນ​ນັບ​ມື້​ອັນ​ນີ້.

ເບິ່ງວີດີໂອ ພາສາລາວ ກ່ຽວກັບອັນຕະລາຍ ຂອງໄຂ້ຍຸງ:

XS
SM
MD
LG