ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ນາງ Dr. Jill Biden ມ້ວນທ້າຍ ການຢ້ຽມຢາມ ສປປ ລາວ ທີ່ຫຼວງພະບາງ


Dr. Jill Biden ປູກຕົ້ນໄມ້ຢູ່ສູນກາງຊາວໜຸ່ມ ສປປ ລາວ, ນະຄອນຫຼວງວຽງຈັນ (ຮູບຈາກເຟສບຸກ ສະຖານທູດ ສຫລ)
Dr. Jill Biden ປູກຕົ້ນໄມ້ຢູ່ສູນກາງຊາວໜຸ່ມ ສປປ ລາວ, ນະຄອນຫຼວງວຽງຈັນ (ຮູບຈາກເຟສບຸກ ສະຖານທູດ ສຫລ)

ທ່ານນາງດຣ. Jill Biden ພັນລະຍາ ຂອງຮອງປະທານາທິບໍດີ
ສະຫະລັດທ່ານ Joe Biden ໄດ້ຢຸດແວ່ທີ່ນະຄອນຫຼວງພະບາງ
ກ່ອນຈະອອກເດີນທາງ ໄປຍັງປະເທດຍີ່ປຸ່ນ ເຊິ່ງເປັນບ່ອນຢຸດ
ແວ່ແຫ່ງສຸດທ້າຍ ໃນການຢ້ຽມຢາມ ສີ່ປະເທດ ໃນເຂດເອເຊຍ
ຂອງທ່ານນາງ. ທ່ານນາງ ດຣ. Jill Biden ໃນລະຫວ່າງການ
ຢ້ຽມຢາມນັ້ນ ທ່ານນາງໄດ້​ພົວພັນ​ກັບລັດຖະບານ ແລະ​ກຸ່ມສັງ
ຄົມພົນລະ​ເຮືອນ ທີ່ເປັນຄູ່ຮ່ວມງານກ່ຽວກັບບັນຫາຕ່າງໆໃນການມອບໝາຍອຳນາດທາ​ງ ດ້ານ​ເສດຖະກິດ ແລະ ໂອກາດໃນດ້ານການ​ສຶກສາຕ່າງໆ ໃຫ້​ແກ່​ບັນດາແມ່ຍິງ ​ແລະເດັກ​
ຍິງ.

ຮ່ວມເດີນທາງໄປກັບທ່ານນາງ ​ດຣ. Jill Biden ໃນຄັ້ງນີ້ ກໍມີທ່ານ​ນາງ Catherine Russell ​ເອກ​ອັກຄະລັດຖະທູດສະຫະລັດ ຮັບຜິດຊອບກ່ຽວກັບ​ເລື້ອງແມ່ຍິງໃນ​ທົ່ວ​ໂລກ ທ່ານ Scot Marciel ຮອງລັດຖະມົນຕີ​ຊ່ວຍວ່າການໃຫຍ່ ຂອງກະຊວງຕ່າງປະ​ເທດ ຫ້ອງການກິດຈະການ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ຍ່ານມະຫາສະມຸດປາຊິຟິກ ​ແລະ ທ່ານ​ນາງ Christie Vilsack ທີ່​ປຶກສາ​ຂັ້ນ​ສູງ​ດ້ານການ​ສຶກສາ​ນາໆ​ຊາດ ຂອງອົງການ USAID.

​ເວລາ​ໄປ​ຮອດນະຄອນຫຼວງ​ພະ​ບາງໃນຕອນບ່າຍວັນພຸດວານນີ້, ທ່ານ ນາງ Dr. Jill Biden ກໍໄດ້​ໄປ​ຢ້ຽມຢາມ​ວັດ​ຊຽງ​ທ​ອງ​ເຊິ່ງ​ໄດ້​ຮັບ​ການ ​ບູລະ​ນະ​ປົວ​ແປງ​ເມື່ອ​ບໍ່​ດົນ​ມາ​ນີ້​ ຈາກ​ການຊ່ວຍ​ເຫຼືອ​ຂອງ​ລັດຖະບານສະຫະລັດ. ການ​ຢ້ຽມ​ຢາ​ມໃນ​ຄັ້ງ​ນີ້​ເຮັດ​ໜ້າ​ທີ່​ດັ່ງ​ກັບ​ສັນຍາ​ລັກ​ຂອງ​ຄຳ ໝັ້ນ​ສັນຍາ​ຂອງ​ ສະຫະລັດ ​ທີ່ຈະປົກ​ປັກ​ຮັກ​ສາ ມໍລະ​ດົກ​ທາງ​ດ້ານ​ວັດ ທະນະທຳ​ຂອງ ລາວ.

ຫຼັງ​ຈາກ​ນັ້ນ, ທ່ານນາງ Dr. Jill Biden ກໍເຂົ້າ​ຮ່ວມ​ໃນ​ການ​ບັນຍາຍ​ສັ້ນຂອງໂຄງການ​ອາຫານ​ໂລກ ​ເຊິ່ງທ່ານນາງໄດ້​ຮັບ​ຟັງ​ກ່ຽວ​ກັບຄວາມ​ພະຍາຍາມ​ທີ່​ຈະ​ພັດທະນາສະພາບ​ເສດຖະກິດ​ໃນລາວ, ​ໂດຍ​ສະ​ເພາະ​ ສຳ​ລັບບັນ​ດາ​ແມ່ຍິງ ​ແລະ ເດັກ​ຍິງ. ​ແລ້ວທ່ານນາງ Dr. Jill Biden ກໍ​ໄປ​ຢ້ຽມຢາມ ຫໍ​ສະໝຸດ​ເຮືອປຶ້​ມ ຫຼື Book Boat ຢູ່​ແມ່​ນ້ຳຂອງ​ ເຊິ່ງ ສະໜັບສະໜູນ​ໂອກາດ​ໃນ​ການ​ສຶກສາ​ໂດຍ​ນຳ​ສົ່ງ​ສິ່ງ​ຂອງ​ການ​ສຶກສາ​ສູ່​ໝູ່​ບ້ານ​ທີ່ຢູ່​ຫ່າງ​ໄກ​ສອກຫຼີກ.

ຫຼັງ​ຈາກ​ນັ້ນທ່ານນາງ Dr. Jill Biden ກໍເດີນທາງ​ອອກ​ຈາກ​ນະຄອນ ຫຼວງ​ພະ​ບາງ ​ໄປ​ສູ່​ເກາະໂອ​ກິ​ນາ​ວາ ໃນ ປະ​ເທດ ຍີ່​ປຸ່ນ.

​ໃນ​ວັນ​ພະຫັດມື້ນີ້, ທ່ານນາງ Dr. Jill Biden ຈະ​ກ່າວ​ຄຳ​ປາ​ໄສ​ໃນ​ການ​ຮັບ​ປະທານ​ຊີ້ນ​ດາດ ສຳລັບ​ບັນດາ​ຄອບຄົວ​ຂອງ​ທະຫານອາເມຣິ ກັນທີ່​ຖານ​ທັບອາກາດ ຄາ​ເດ​ນະ ​ເຊິ່ງ ເປັນ​ສ່ວນໜຶ່ງ​ ຂອງການ​ລິ​ເລີ່​ມ​ເຂົ້າ ຮ່ວມ​ກອງ​ກຳລັງ​ຂອງ​ທ່ານ​ນາງ. ການ​ຢ້ຽມຢາມນີ້​ຈະ​ເປັນ​ໂອກາດ​ທີ່​ຈະ​ເນັ້ນ​ຈຸດ​ສຳຄັນ​ກ່ຽວກັບ​ຄວາມ​ພະຍາຍາມ​ທີ່​ກຳລັງ​ດຳ​ເນີນ​ຢູ່​ຂອງ​ລັດຖະບານ ​ເພື່ອ​ສະໜັບສະໜູນ​ບັນດາສະມາ​ຊິກ​ທະຫານ, ທະຫານ​ຜ່ານ​ເສິກ ​ແລະ ​ຄອບຄົວ​ຂອງ​ພວກ​ເຂົາ.

Dr. Jill Biden visit Laos day 1 (Lao National Television)
please wait

No media source currently available

0:00 0:02:29 0:00

Dr. Jill Biden visit Laos (Lao National Television)
please wait

No media source currently available

0:00 0:02:02 0:00

(ລາຍງານທັງສອງນີ້ ແມ່ນໄດ້ຮັບອະນຸຍາດ ຈາກ ໂທລະພາບແຫ່ງຊາດ)

XS
SM
MD
LG