ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານນາງ ດຣ. Jill Biden ພັນລະຍາ ຮອງ ປ. ສະຫະລັດ ຢ້ຽມຢາມ ສປປ ລາວ


ທ່ານນາງ ດຣ. Jill Biden ເດີນທາງມາເຖິງ ສະໜາມບິນນາໆ ຊາດ ທີ່ນະຄອນຫລວງວຽງຈັນ (ພາບ​ຈາກ​ເຟ​ສ​ບຸກ ສະ​ຖານ​ທູດ ສ​ຫລ ປະ​ຈຳ ສ​ປ​ປ ລາວ)
ທ່ານນາງ ດຣ. Jill Biden ເດີນທາງມາເຖິງ ສະໜາມບິນນາໆ ຊາດ ທີ່ນະຄອນຫລວງວຽງຈັນ (ພາບ​ຈາກ​ເຟ​ສ​ບຸກ ສະ​ຖານ​ທູດ ສ​ຫລ ປະ​ຈຳ ສ​ປ​ປ ລາວ)

ທ່ານນາງດຣ. Jill Biden ພັນລະຍາຂອງຮອງປະທານາທິບໍດີ
ສະຫະລັດ ທ່ານ Joe Biden ກຳລັງ​ຢູ່ທີ່ປະ​ເທດ​ລາວ ເພື່ອ
ຢ້ຽມຢາມນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ອັນ​ເປັນ
​ພາກສ່ວນ​ນຶ່ງໃນການ​ຢ້ຽມຢາມເອ​ເຊຍຂອງທ່ານນາງເພື່ອ
​ພົວພັນ​ກັບລັດຖະບານ ແລະ​ກຸ່ມສັງຄົມພົນລະ​ເຮືອນ ທີ່ເປັນ
ຄູ່ຮ່ວມງານກ່ຽວກັບບັນຫາຕ່າງໆໃນການມອບໝາຍອຳນາດ
ທາ​ງດ້ານ​ເສດຖະກິດ ​ແລະໂອກາດ ດ້ານການ​ສຶກສາຕ່າງໆ ໃຫ້​ແກ່​ບັນດາຜູ້ຍິງ ​ແລະ​ພວກເດັກນ້ອຍຜູ້ຍິງ.

ທ່ານ​ນາງ Biden ຍັງ​ຈະ​ເຂົ້າຮ່ວມໃນ​ພິທີຕ່າງໆ​ ຢູ່ປະ​ເທດ​ຍີ່ປຸ່ນ ອັນ​ເປັນ​ພາກ​ສ່ວນນຶ່ງ
​ຂອງການຮວມກຳລັງ​ລິ​ເລີ້ມສະໜັບສະໜູນພວກທະຫານ ນັກລົບເກົ່າເສິກແລະ​ບັນດາ
​ຄອບຄົວ​ທະຫານ. ຮ່ວມເດີນທາງໄປກັບທ່ານ​ນາງ ​Biden ໃນ ຄັ້ງນີ້ ກໍມີທ່ານ​ນາງ
Catherine Russell ​ເອັກ​ອັກຄະ​ລັດຖະທູດສະຫະລັດຮັບຜິດຊອບກ່ຽວກັບ​ເລື້ອງຜູ້ຍິງ
ໃນ​ທົ່ວ​ໂລກ ທ່ານ Scot Marciel ຮອງລັດຖະ ມົນຕີ​ຊ່ວຍວ່າການໃຫຍ່ ຂອງກະຊວງ
​ຕ່າງປະ​ເທດ ຫ້ອງການກິດຈະການ ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ຍ່ານມະຫາສະມຸດປາຊິ
​ຟິກ ​ແລະ ທ່ານ​ນາງ Christie Vilsack ທີ່​ປຶກສາ​ຂັ້ນ​ສູງ​ດ້ານການ​ສຶກສາ​ນາໆ​ຊາດ ຂອງ
ອົງການ USAID.

​ໃນ​ກາ​ນມາ​ເຖິງນະຄອນຫລວງ​ວຽງ​ຈັນ​ໃນຕອນ​ບ່າຍ ວັນ​ອັງຄານ​ມື້​ນີ້ ທ່ານ​ນາງ Biden ​
ໄດ້​ໄປຢ້ຽມຢາມ​ສູນພັດທະນາ​ຜູ້ຍິງພິການ ບ່ອນທີ່​ທ່ານ​ນາງ​ໄດ້ໄປ​ພົບ​ປະ​ກັບບັນດາ​ຜູ້ຍິງ
ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການຝຶກອົບ​ຮົມວິຊາ​ອາຊີບຂອງທາງສູນ. ນີ້​ແມ່ນ​ເປັນໂອກາດ​ ສຳລັບເນັ້ນຢ້ຳເຖິງການດຳເນີນຄວາມພະຍາຍາມຂອງສະຫະລັດ ​ໃນການໃຫ້ຄວາມສະ ໜັບສະໜູນ​ເພື່ອ​ຄໍ້າປະກັນ​ວ່າ ບັນດາ​ຜູ້ຍິງ​ພິການ ​ໄດ້​ຮັບ​ການ​ສຶກສາ ແລະ​ໂອກາດ​ການ​
ເຮັດ​ທຸລະ​ກິດທີ່ເທົ່າ​ທຽມ​ກັນ.

ຫລັງ​ຈາກ​ນັ້ນ ທ່ານ​ນາງ Biden ​ໄດ້​ໄປຢ້ຽມຢາມສະຖານທູດ ສະຫະລັດ ​ໃນ​ນະຄອນ
ຫລວງ​ວຽງ​ຈັນ ​ເພື່ອ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ ​ແລະ​ຄອບຄົວ​ເຂົາ​ເຈົ້າ. ​ໃນ​ຕອນ​
ແລງ ທ່ານ​ນາງ ຈະ​ໄດ້​ຖະ​ແຫລ​ງຢູ່​ງານ​ກິນ​ລ້ຽງ​ຕ້ອນຮັບ​ ບັນດາ​ຜູ້ນຳ​ແມ່ຍິງ ຢູ່່ທີ່ບ້ານ​ພັກ
ຂອງເອກ​ອັກຄະ​ລັດ​ທະ​ທູດສະຫະລັດ.

​ໃນ​ວັນ​ພຸດ​ຕອນ​ເຊົ້າ​ມື້ອຶ່ນນີ້ ທ່ານ​ນາງ Biden ຈະ​ພົບ​ປະ​ກັບ ລັດຖະມົນຕີກະຊວງສຶກສາ
ແລະ​ກິລາ ດຣ. ພານ​ຄຳ ວິພາ​ວັນ ​ເພື່ອ​ສົນທະນາວ່າ ສະຫະລັດ ​ແລະ ສປປ ລາວ ກຳລັງ
ປະ​ຕິ​ບັດ​ງານ​ຮ່ວມກັນແບບໃດ ​ເພື່ອ​ເສີມຂະຫຍາຍ​ລະບົບ​ການ​ສຶກສາ​ຂອງລາວ. ດຣ.
Biden ​ໄດ້​ເນັ້ນຢ້ຳເຖິງຄວາມ​ສຳຄັນ​ຂອງ​ໂອກາດການ​ສຶກສາ​ແກ່​ບັນດາ​ຜູ້ຍິງ ​ແລະ​ເດັກ
ນ້ອຍ​ຜູ້ຍິງ ​ໃນປະ​ເທດ​ລາວ ​ແລະ​ຢູ່ໃນ​ທົ່ວ​ໂລກ.

​ຫລັງຈາກນັ້ນ ທ່ານ​ນາງ Biden ​ກໍຈະໄປຢ້ຽມຢາມ​ສະຫະພັນ​ຊາວໜຸ່ມ ບ່ອນ​ທີ່​ ທ່າ​ນນາງ
ຈະໄດ້​ຖ​ະ​ແຫລ​ງເຖິງຄວາມ​ສຳຄັນ ກ່ຽວກັບຄວາມສຳພັນ ລະຫວ່າງ ສະຫະລັດກັບລາວ
​ແລະ​ບົດບາດຂອງ​ຄົນຮຸ້ນຕໍ່ໄປ​ຈະ​ດຳເນີນ ​ໃນ​ກາ​ນສ້າງ​ສ​າ ການເປັນພາຄີຢ່າງ​ແຂງ​ຂັນ
ລະຫວ່າງປະ​ເທດ​ພວກ​ເຮົາ​ທັງ​ສອງ. ຫລັງ​ຈາກ​ນັ້ນ ທ່ານນາງ​ກໍຈະ​ເດີນທາງ​ໄປຢ້ຽມຢາມ
ນະຄອນຫລວງ​ພະ​ບາງ.

The White House Office of the Vice President

VIENTIANE, Laos (July 21, 2015) — Dr. Jill Biden is traveling to Laos to visit Vientiane and Loung Prabang, as part of her visit to Asia to engage government and civil society partners on issues related to economic empowerment and educational opportunities for women and girls.

Biden will also participate in events in Japan as part of her Joining Forces initiative to support service members, veterans, and military families. She is joined by Catherine Russell, U.S. Ambassador-at-Large for Global Women’s Issues; Scot Marciel, Principal Deputy Assistant Secretary of State, Bureau of East Asian and Pacific Affairs; and Christie Vilsack, Senior Advisor for International Education, USAID.

Upon arrival in Vientiane on Tuesday afternoon, Biden will visit the Lao Disabled Women’s Development Center where she will meet with women who are benefitting from the center’s vocational training program. This will be an opportunity to highlight the United States’ ongoing support of efforts to ensure that women with disabilities have equal access to educational and business opportunities.

Afterwards, Biden will visit the U.S. Embassy in Vientiane to meet with Embassy staff and families. In the evening, she will deliver remarks at a reception for women leaders at the U.S. Embassy’s Chief of Mission’s residence.

On Wednesday morning, Biden will meet with Lao Minister of Education and Sports, Dr. PhankhamViphavanh, to discuss how the United States and Laos are working together to strengthen Laos’ education system. Dr. Biden will highlight the importance of educational opportunities for women and girls in Laos and around the world.

Later, Biden will visit the Lao Youth Union where she will deliver remarks on the importance of United States-Laos relations and the role future generations will play in building a strong partnership between our two nations. Afterwards, she will depart Vientiane en route to Loung Prabang, Laos.

XS
SM
MD
LG