ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເລື້ອງທະເລຈີນໃຕ້ ມີທ່າວ່າ ຈະເປັນຫົວຂໍ້ສຳຄັນ ໃນການຢ້ຽມຢາມຈີນ ຂອງທ່ານ Kerry


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry.
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry.

ຄວາມ​ທະເຍີທະຍານທາງ​ທະຫານ​ຂອງ​ເກົາຫລີ​ເໜືອ ​ແລະ​ການ
​ອ້າງ​ເອົາ​ກຳມະສິດທາງທະເລຂອງຈີນຈະ​ເປັນ​ສອງ​ຫົວ​ຂໍ້​ສຳຄັນ
​ສຳຫຼັບລັດຖະມົນ​ຕີຕ່າງ ປະ​ເທດສະຫະລັດ ທ່ານ John Kerry
​ເວລາ​ທ່ານ​ເດີນທາງ​ໄປ​ເອເຊ​ຍ ໃນ ທ້າຍ​ອາດ​ທິດ​ນີ້.

ທ່ານ Kerry ຈະ​ຢ້ຽມຢາມປັກ​ກິ່ງ ​ໃນ​ວັນ​ເສົາ​ແລະ​ວັນ​ອາທິດ
​ເພື່ອ​ຫາລືກັບ​ບັນດາ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງກ່ອນ​ໜ້າ​ກອງ​ປະຊຸມສົນ
ທະ​ນາ​ດ້ານຍຸດ​ທະ​ສາດແລະ​ເສດຖະກິດ ​ໃນ​ລະດູ​ຮ້ອນ​ຈະ​ມາ​
ເຖິງ​ນີ້​ແລະ​ປະທານ​ປະ​ເທດຈີນທ່ານ Xi Jingping ມີ​ແຜນ​ມາ
ຢ້ຽມຢາມສະຫະລັດ ໃນລະດູ​ໃບ​ໄມ້​ຫລົ່ນ ປີ​ນີ້.

ຫລັງ​ຈາກ​ນັ້ນ ທ່ານຈະເດີນທາງ​ໄປ ​ເກົາຫລີໃຕ້ ​ເພື່ອ​ສົນທະນາ​ກັບ ປະທານາທິບໍດີ Park Geun-hye ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ອື່ນໆກ່ຽວ​ກັບ​ບັນ​ຫາ​ຂອງສອງ​ຝ່າຍ ແລະບັນຫາຕ່າງໆ ຢູ່ໃນ​ຂົງ​ເຂດ.

US Faces Diplomatic Challenges in China, Korea
please wait

No media source currently available

0:00 0:02:35 0:00

ການ​ຢ້ຽມຢາມປະ​ເທດ​ຈີນຂອງທ່ານ Kerry ມີ​ຂື້ນ​ໃນ​ເວລາທີ່ພວມເກີດຄວາມເຄັ່ງ​ຕຶງ ​
ກ່ຽວ​ກັບການ​ຂະຫຍາຍ​ເນື້​ອທີ່​ໃນ​ຄວາມ​ພະຍາຍາມ​ເພື່ອຖົມດິນ ຢູ່ໃນ ເຂດ​ທີ່​ມີການ
ຂັດ​ແຍ້​ງກັນ​ ໃນທະ​ເລ​ຈີນ​ໃຕ້.

​ໂດຍ​ສະ​ເພາະ​ແລ້ວ ຈີນ ​ໄດ້​ເພີ້ມ​ຄວາມ​ພະຍາ​ຍາມ ໃນການຖົມດິນຂອງຕົນຢູ່​ໃນບໍລິ
ເວນໝູ່​ເກາະ Spratly ຊຶ່ງບາງເຂດແມ່ນ​ອ້າງ​ເອົາ​ກຳມະສິດ ໂດຍຟິລິບ​ປີນ ຫວຽດນາມ
ມາ​ເລ​ເຊຍ ບຣູ​ໄນ ​ແລະໄຕ້​ຫວັນ.

​ໃນ​ຕົ້ນ​ອາທິດ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ ທຳນຽບຫ້າ​ແຈ ກຳລັງ​ພິຈາລະນາ
ທີ່ຈະ​ສົ່ງ ກໍ​າປັ່ນ​ທະຫານ ​ແລະ​ເຮືອ​ບິນລົບ​ ​ໄປຍັງ​ທະ​ເລ​ຈີນ​ໃຕ້ ​ເພື່ອປົກປ້ອງສິດເສລີ
ພາບ​ໃນການ​ເດີນ​ເຮືອ.

ຊຶ່ງນັ້ນ​ໄດ້​ພາ​ໃຫ້​ມີ​ການ​ຕອບ​ໂຕ້​ຢ່າງ​ໄວ​ ຈາກກະຊວງ​ຕ່າງປະ​ເທດຈີນ ທີ່​ກ່າວ​ວ່າ ການ​
ເຄື່ອ​ນ​ໄຫວນີ້ ຈະ​ພິຈາລະນາ​ວ່າ ​ເປັນ​ການ​ທ້າທາຍເກາະຜິດ.

US Asserts Role in South China Sea
please wait

No media source currently available

0:00 0:01:52 0:00

XS
SM
MD
LG