ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັກເດໂມແຄຣັດ ຈັດໂຕ້ວາທີ ຜູ້ສະໝັກ ປະທານາທິບໍດີ ເທື່ອທຳອິດ


ຜູ້ສະໝັກເລືອກຕັ້ງ ປະທານາທິບໍດີສະຫະລັດ ສະມາຊິກ ສະພາສູງ ທ່ານ Bernie Sanders ຈາກລັດ Vermont.
ຜູ້ສະໝັກເລືອກຕັ້ງ ປະທານາທິບໍດີສະຫະລັດ ສະມາຊິກ ສະພາສູງ ທ່ານ Bernie Sanders ຈາກລັດ Vermont.

ຫລັງ​ຈາກ​ເບິ່ງ​ການ​ໂຕ້​ວາ​ທີຂອງ ບັນດາຜູ້ສະໝັກ​ພັກ​ຣີພັບ​ບລິ​
ກັນ ທີ່​ໄດ້​ປະ​ເຊີນ​ໄດ້​ໜ້າ​ກັນ​ສອງ​ຮອບ​ແລ້ວ ບັດ​ນີ້ ພວກຜູ້ສະ
ໝັກ​ເປັນປະທານາທິບໍດີຂອງພັກ​ເດໂມແຄຣັດ ແມ່ນໂອກາດ
​ຂອງ​ເຂົາ​ເຈົ້າ ​ໃນ​ວັນ​ອັງຄານ​ມື້​ນີ້ ທີ່ຈະ​ຂື້ນ​ເວທີຢູ່​ທີ່​ນະຄອນ
Las Vegas ເພື່ອໂຕ້​ວາທີ ເປັນ​ເທຶຶ່ອທຳ​ອິດ​ ໃນ​ການ​ໂຄສະ
ນາ​ຫາ​ສຽງ​ເລືອກ​ຕັ້ງປີ 2016.

ອະ​ດີດ​ລັດຖະມົນຕີ ຕ່າງປະ​ເທດ ທ່ານ​ນາງ Hillary Clinton ​
ແລະ​ໃນ​ຖານະ​ທີ່​ເປັນ​ຜູ້ມີຄະ​ແນນ​ສຽງນຳໜ້າໝູ່ ໃນການ​ແຂ່ງ
ຂັນ​ຂອງ​ພັກ​ເດ​ໂມ​ແຄຣັດຈະ​ເຮັດ​ໃຫ້​ທ່ານ​ນາງ ເປັນ​ຈຸດ​ສູນ
ກາງ​ຂອງ​ການ​ໂຕ້​ວາ​ທີ ​ທັງໃນດ້ານ​ຜົນງານ​ແລະພາບພົດ ​ໃນ
​ຂະນະ​ທີ່​ທ່ານ​ນາງ​ຢືນ​ຢູ່ກາງ ບັນດາຜູ້​ສະໝັກ​ເຂົ້າຮວມສີ່​ຄົນ.

ການ​ຢັ່ງສຽງ​ຫວ່າງ​ມໍ່ໆ​ມາ​ນີ້ສະແດງໃຫ້ເຫັນວ່າ ​ທ່ານ​ນາງ Clinton ມີຄະແນນສຽງນຳ​ໜ້າ​
ໂດຍໄດ້ຮັບສຽງສະໜັບສະໜູນປະມານ 40 ​ເປີ​ເຊັນ ໃນ​ຂະນະ​ທີ່​ຜູ້​ທ້າ​ທາຍ​ທີ່​ສຳຄັນ ຄືສະ
ມາຊິກ​ສະພາ​ສູງ Bernie Sanders ​ໄດ້ 25 ​ເປີເຊັນ.

ກົງກັນຂ້າມ​ກັບການ​ແຂ່ງ​ຂັນ​ຂອງ​ພັກ​ຣີພັບ​ບລິ​ກັນ ຜູ້ສະໝັກ​ພັກ​ເດ​ໂທ​ແຄຣັດ ​ໄດ້​ໃຊ້
​ເວລາໃນການ​ໂຄສະ​ນາ​ຫາ​ສຽງ​ໂຈມຕີ​ກັນ​ໜ້ອຍກວ່າ ທີ່​ເຮັດ​ໃຫ້ການໂຕ້​ວາທີ​ ​ໃນ​ວັນ​
ອັງຄານ​ມື້​ນີ້ ​ເປັນ​ການ​ໂຕ້​ວາທີທີ່ກໍ່ໃຫ້ເກີດມີຄວາມສົນໃຈກ່ຽວກັບ ​ນະ​ໂຍບາຍ​ເຂົາ​ເຈົ້າ
​ແລະ​ປະຫວັດທີ່​ຈະ​ນຳ​ມາ​ປຽບທຽບ​ໃສ່​ກັນ ​ແລະ ​ກົງກັນ ຂ້າມ​ກັນແບບໃດ.

ຂະໜາ​ດຂອງ​ສະໜາມ​ໂຕ້​ວາທີ​ ເປັນ​ເລື້ອງ​ນຶ່ງ​ຊຶ່ງເປັນ​ຂີດ​ໝາຍ ຂອງ​ຄວາມ​ແຕກ​ຕ່າງ
ໂດຍມີທ່ານ​ນາງ Clinton ​ແລະ​ທ່ານ Sanders ແລະກໍ​ຮ່ວມ​ສົມທົບໂດຍອະດີດ​ຜູ້​ປົກ
ຄອງ​ລັດ Maryland ທ່ານ Martin O’Malley ອະດີດ ສະມາຊິກສະພາ​ສູງ ທ່ານ Jim
Webb ​ແລະ ອະດີດ​ ສະມາຊິກ​ສະພາ​ສູງ ລັດ Rhode Island ທ່ານ Lincoln Chafee.
ຜູ້​ສະໝັກ​ທັງ​ສາມ​ທ່ານຂ້າງຫຼັງນີ້ກຳລັງ​ດິ້ນລົນເພື່ອໃຫ້ໄດ້ຮັບຄະແນນແມ່ນແຕ່ 1 ​ເປີ​ເຊັນ
​ໃນການ​ຢັ່ງ​ສຽງ​ຫວ່າງ​ມໍ່ໆ​ມາ​ນີ້.

ນັ້ນ​ຈະ​ເຮັດ​ໃຫ້​ແລງວັນ​ອັງຄານ​ມື້​ນີ້ ມີຄວາມສຳຄັນ​ແກ່​ເຂົາ​ເຈົ້າ ໃນເມື່ອວ່າ​ຄະ ນະ​ກຳ​ມະ
ການພັກ​ເດ​ໂມ​ແຄຣັດ ​ແຫ່ງ​ຊາດ ມີ​ກຳນົດທີ່ຈະທຳການ​ໂຕ້ວາ​ທີແຕ່ພຽງຫົກ​ເທື່ອ ​ສຳລັບ
​ຜູ້​ສະໝັກ​ເລືອກ​ຕັ້ງປະທານ​າທິບໍດີ ຊຶ່ງ​ເຄິ່ງນຶ່ງ​ຂອງພັກຣີ ພັບ​ບລິ​ກັນ ຈະ​ໂຕ້​ວາ​ທີກັນ.

ການ​ໂຕ້​ວາ​ທີ ອາດ​ເປັນ​ໂອກາດ​ດີ​ທີ່​ສຸດ ແກ່ທ່ານ O’Malley ທ່ານ Webb ​ແລະທ່ານ Chafee ​ເພື່ອ​ໃຫ້​ເຂົາເຈົ້າ ສະເໜີໂຕ​ເອງ ກ່ອນທີ່ອາດເປັນໄປ​ໄດ້ທີ່ບຸກຄົນຊຶ່ງເປັນທີ່ຮູ້​
ກັນດີ ຄືຮອງ​ປະທານາທິບໍດີ Joe Biden ​ທີ່​ບໍ່ໄດ້​ເຂົ້າ​ຮ່ວມການ​ໂຕ້​ວາ​ທີ ​ແຕ່​ຍັງ​ຈະ​ຕັດ
ສິນ​ໃຈວ່າ ​ຈະ​ເຂົ້າ​ແຂ່ງຂັນ​ເລືອກ​ຕັ້ງ​ເປັນ​ປະ ທານາທິບໍດີຫລື​ບໍ່.

XS
SM
MD
LG