ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

3 ຜູ້​ສະໝັກ ສັງກັດ​ພັກ Democrats ສະ​ແດງ​ຝີ​ມືຮອບ​ສຸດ​ທ້າຍ ທີ່​ຫໍ​ປະຊຸມທ້ອງ​ຖິ່ນ ​ລັດ Iowa


US Presidential Candidates Woo Iowa Voters Ahead of Key Vote
please wait

No media source currently available

0:00 0:02:12 0:00

ສະມາຊິກ​ພັກ Democrats ສາມ​ທ່ານ ທີ່​ຢາກ​ເປັນ​ປະທານາທິບໍດີ
​ຄົນ​ຕໍ່​ໄປ​ຂອງ​ສະຫະລັດ ​ແມ່ນໄດ້ທຳ​ການສະ​ແດງ​ຝີ​ມືຮອບ​ສຸດ​
ທ້າຍ ໃນແລງວັນ​ຈັນ​ວານ​ນີ້ ຕໍ່ປະຊາຊົນຜູ້​ມີ​ສິດ​ປ່ອນ​ບັດ ໃນລັດ​
ໄອ​ໂອວາ ຊຶ່ງ​ໃນ​ສັບປະດາ​ໜ້ານີ້ ຈະ​ເລີ້ມ​ທຳ​ການ​ຄັດ​ເລືອກ​ເອົາ​
ຜູ້ຕາງໜ້າ​ຂອງ​ພັກ ​ໂດຍ​ການ​ປະຊຸມ caucus ​ໃນ​ຂັ້ນການ​ເລືອກ​
ຕັ້ງ​ປະທານາທິບໍດີປີ 2016 ​ເປັນ​ເວລາ ຫລາຍໆ​ເດືອນ.

ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary
Clinton
​ໄດ້​ກ່າວ​ຕໍ່​ປະຊາຊົນ​ໃນ​ການ​ພົບ​ປະ​ທ້ອງ​ຖິ່ນ ທີ່​ຈັດ​ໂດຍ
ໂທລະພາບ CNN “ທ່ານ​ນາງ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ເປັນ​
ນັກ​ຕໍ່ສູ້”
​ແລະ​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ປະສົບ​ການ​ຂອງ​ທ່ານ​ນາງ​
ໃນການ​ເປັນ​ສະ ມາຊິກ​ລັດຖະບານ​ຂອງ​ທ່ານ​ໂອ​ບາ​ມາ. ທ່ານ​ນາງ​ຍັງໄດ້ກ່າວ​ວ່າ ການ​ປະຕິ
ບັດ​ງານທາງ​ ​ທະຫານ ຄວນ​ຈະ​ນຳ​ໃຊ້​ເປັນອາວຸດ​ອັນ​ສຸດ​ທ້າຍ ແລະ​ໃຫ້​ສະໜັບສະໜຸນໃຫ້​ມີ
​ການ​ນຳ​ໃຊ້ ການທູດ​ແທນ ເຖິງ​ແມ່ນ​ວ່າ​ມັນ​ຈະ​ “ຊັກ​ຊ້າ​ແດ່ ​ແລະ​ໜ້າ​ເບື່ອ ກໍ​ຕາ​ມ.”

ທ່ານ​ນາງ Clinton ຍັງ​ໄດ້​ໃຫ້​ຄວາມ​ເຫັນ ​ທີ່​ແນ​ເປົ້າ​ໝາຍໃສ່ ຜູ້ທີ່​ມີ​ຄະ​ແນນ​ສຽງ​ນຳ​ໜ້າ
ຂອງພັກ Republican ທ່ານ Donald Trump ​ໃນ​ການ​ໃຫ້ຄວາມ​ເຫັນກ່ຽວ​ກັບ​ຊາວມຸສລິ​ມ ​
ແລະເອີ້​ນການໃຫ້​ຄວາມ​ເຫັນ​ເຫຼົ່ານີ້​ວ່າ ບໍ່​ພິຈາລະນາ ດູຖູ​ກ ​ແລະ​ກົງ​ກັນ​ຂ້າມ​ກັບ​ຫຼັກຄຸນຄ່າ
ຂອງ​ຊາວ​ອາ​ເມຣິກັນ.​ ທ່ານ​ນາງ ​ໄດ້​ກ່າວວ່າ ການ​ປົກ​ປ້ອງ​ປະ​ເທດ​ຊາດ ກໍ​ຄື​ໃຫ້ ການ​ຄ້ຳ
ປະກັ​ນວ່າ ຊາວ​ມຸສລິ​ມ “ຢູ່ກັບພວກ​ເຮົາ.”

XS
SM
MD
LG