ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັນດາຜູ້ສະໝັກ ທີ່ຫວັງເປັນ ປະທານາທິບໍດີ ສະຫະລັດ ພັກເດໂມແຄຣັດ ປາກົດໂຕຢູ່ໜ້າໂທລະພາບ


 ທ່ານນາງ Hillary Clinton ຜູ້ນຳໜ້າພັກເດໂມແຄຣັດ ໜຶ່ງໃນ ສາມຜູ້ສະໜັກເປັນປະທານາທິບໍດີ.
ທ່ານນາງ Hillary Clinton ຜູ້ນຳໜ້າພັກເດໂມແຄຣັດ ໜຶ່ງໃນ ສາມຜູ້ສະໜັກເປັນປະທານາທິບໍດີ.

ຜູ້​ສະໝັກ​ແຂ່ງຂັນ​ສາມ​ທ່ານ ທີ່ມີຄວາມ​ຫວັງເປັນ​ປະ​ທາ​ນາ​ທິບໍ
ດີ ສະຫະລັດ ​ເຂົ້າຮ່ວມສົນທະນາກັນ​ຢູ່​ໜ້າ​ໂທລະ​ພາຍ ​ໃນ​ວັນ
​ສຸກ​ວານ​ນີ້.

ພິທີກອນ ​ໂທລະພາບ MSNBC ທ່ານ​ນາງ Rachel Maddow
ຢູ່​ທີ່​ເມືອງ Rock Hill ລັດ South Carolina ​ໄດ້​ສຳພາດ​ຜູ້​ສະ
ໝັກ​ແຕ່ລະ​ທ່ານ ຄື ທ່ານ​ນາງ Hillary Clinton ສະມາຊິກ​ສະພາ​ສູງ ທ່ານ Bernie
Sanchez ​ແລະ ອະດີດ​ຜູ້​ປົກຄອງ​ລັດMaryland ທ່ານ Martin O’Malley ສຳພາດ
ເທຶ່ອລະ​ຄົນ ຜູ້​ສະໝັກທີ່ມີຄະແນນນຳ​ໜ້າ ຄືທ່ານ​ນາງ Clinton ​ໄດ້​ຖືກ​ສຳພາດ​ຫລັງ
​ຈາກ​ສຸພາບບຸຣຸດທັງ​ສອງ.

ທ່ານ​ນາງ Clinton ​ໄດ້​ເປັນ​ຜູ້​ດຽວຂອງ​ສາມ​ຄົນ ​ທີ່​ສະໜັບສະໜູນການ​ລົງ​ໂທດ​ປະຫານ
​ຊີວິດ ​ໃນບາງ​ກໍລະນີ ຮວມທັງການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຂອງ​ ວັນ​ທີ່ 11​ ເດືອນກັນຍາ ປີ
2001​ ທີ່ເປັນຜູ້​ອອກ​ຫົວຄິດ​ຄື ທ້າວ Khalid Sheihk Mohammed ​ແລະ​ຜູ້​ວາງ​ລະ​ເບີດ
​ທີ່​ເມືອງ Oklahoma ທ້າວ Timothy VcVeigh. ​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ນາງ​ໄດ້​ປະຕິ​ເສດ
ທີ່​ກ່າວ​ວ່າ ການ​ລົ​ງ​ໂທດປະຫານ​ຊີ​ວີ​ດ​ເປັນ​ຄຳ​ຕອບ​ທີ່​ເໝາະ​ສົມ ​ໃນ​ກໍລະນີ​ຂອງ ທ້າວ
Dylann Roof ທີ່​ກະຕຸ້ນໂດຍ​ຜີວພັນ ທີ່ຍິງ​ຊາວ​ອາ​ເມຣິກັນເຊື້ອສາຍອັຟຮິກາ ​ເກົ້າ​ຄົນ​ຢູ່​
ໃນ​ໂບດ ລັດ South Carolina.

ທ່ານ Sanders ໄດ້ໃຫ້​ຂໍ້​ສັງ​ເກດ​ວ່່າ ການຄັດຄ້ານຂອງ​ທ່ານ ຕໍ່ສົງຄາມ​ໃນ​ອີ​ຣັກ ບໍ່​ຄື​ກັບ ຂອງທ່ານ​ນາງ Clinton ​ແລະ​ທ່ານ ກໍ​ປະຕິ​ເສດບໍ່​ຮັບ​ເອົາບົດບາດອັນຍິ່ງໃຫຽ່ທາງການ
ເມືອງຂອງຄະນະ​ກຳມາທິການໃຫ້ການ​ບໍລິຈາກ. ທ່ານ​ກ່າວ​ວ່າ ທ່ານ​ຄັດຄ້ານ ການ​ຕັດ
ສິນ​ໃຈ ຂອງລັດຖະບານ​ທ່ານ Obama ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ສົ່ງ​ກຳລັງ​ພິ​ເສດ​ໄປ​ຊີ​ເຣຍ ອັນ
​ເປັນ​ໜ້າ​ວຽກ​ທີ່ ທ່ານ​ນາງ Clinton ​ໃຫ້ການ​ສະໜັບສະໜູນັ້ນ.

ທ່ານ O’Malley ກ່າວ​ວ່າ ທ່ານ​ປື້​ມປິຕິ​ຍິນ​ດີ ທີ່​ໄດ້​ສັງກັດ​ຢູ່​ພັກ​ເດ​ໂມ​ແຄຣັດ ມາ​ເປັນ​ເວ
ລາ​ອັນຍາວ​ນນານ ​ແລະ​ໄດ້​ຖາມ​ເຖິງ​ຄວາ​ມຈົງ​ຮັກ​ພັກດີ​ຂອງ ທ່ານ Sander ຕໍ່​ພັກ​ການ
ເມືອງ. ທ່ານ Sanders ​ບໍ່ສັງກັດພັກໃດ ຢູ່​ໃນ​ລັດຖະສະພາ ແຕ່ໂດຍ​ທົ່່ວ​ໄປ​ແລ້ວ​ກໍແມ່ນ
ເປັນ​ຜູ້​ເຂົ້າຂ້າງ​ກັບພັກ​ເດ​ໂມ​ແຄຣັດສະເໝີ.\


The three U.S. Democratic presidential hopefuls participated in a television forum Friday.

MSNBC host Rachel Maddow, in Rock Hill, South Carolina, interviewed each candidate -- Hillary Clinton, Vermont Senator Bernie Sanders and former Maryland governor Martin O'Malley -- one at a time. Front-runner Clinton was interviewed after the two men.

Clinton was the only one of the trio who supported the death penalty in certain cases, including for September 11, 2001 terrorist attack mastermind Khalid Sheikh Mohammed and Oklahoma City bomber Timothy McVeigh. However, she declined to say whether the death penalty is an appropriate response in Dylann Roof's racially motivated shooting of nine African Americans in a South Carolina church.

Sanders noted his opposition to the war in Iraq from the start - unlike Clinton - and his refusal to accept super political action committee donations. He said he opposes the Obama administration's recent decision to send special forces to Syria, a position Clinton supports.

O'Malley said he is proud to be a life-long Democrat, and questioned Sanders loyalty to the political party. Sanders is an independent in Congress who generally sides with Democrats.

O'Malley said " I think that when President Obama was running for re-election, I was glad to step up and work very hard for him while Senator Sanders was trying to find someone to primary him . . . I'm a life long Democrat . . . I believe in the party of Franklin Roosevelt."

XS
SM
MD
LG