ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງນ້ອຍ 30 ຄົນ ເສຍຊີວິດ ໃນການຍິງປືນໃຫຍ່ ໂຈມຕີ ເມືອງ Mariupol


UKRAINE CONFLICT VIDEO
please wait

No media source currently available

0:00 0:00:53 0:00

ເບິ່ງວີດີໂອ ລາຍງານກ່ຽວກັບເລື້ອງນີ້

ພວກ​ກະບົດ​ຫົວ​ນິຍົມ​ຣັດ​ເຊຍ ​ໄດ້​ເປີດ​ສາກ​ບຸກ​ໂຈມ​ຕີ ​ເມືອງ​ທ່າ
Mariupol ທີ່​ສຳຄັນ​ຂອງ​ຢູ​ເຄຣນ ​ໃນ​ການ​ທະວີ​ຄວາມ​ເຄັ່ງຕຶງ
ທີ່​ສະຫະພາບ​ຢູ​ໂຣບ​ເຕື່ອນວ່າ ອາດ​ຈະເຮັດໃຫ້ສາຍ​ພົວພັນລະ
ຫວ່າງ​ສະຫະພາບ​ຢູ​ໂຣບ ​ແລະຣັດ​ເຊຍ ຊຸດໂຊມລົງ ຢ່າງຮ້າຍ
ແຮງນັ້ນ.

​ບັນດາເຈົ້າໜ້າ​ທີ່ຢູ​ເຄຣນ ກ່າວ​ວ່າ​ຢ່າງ​ນ້ອຍ 30 ຄົນ​ໄດ້​ເສຍ​ຊີວິດ
​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ເວລາ​ຈະ​ຫລວດຫຼາຍລູກ ​ໄດ້​ຕົກ​ໃສ່​ເຂດ
ທີ່ຢູ່​ອາ​ໄສ​ຂອງ​ປະຊາຊົນໃນເມືອງ​ທ່າ Mariupol. ການ​ຍິງ​ຈະ
​ຫລວດ​ໂຈມຕີໄດ້ ຕົກ​ໃສ່​ຕະຫລາດ​ແຫ່ງ​ນຶ່ງ ​ແລະອາຄານ​ທີ່ຢູ່​
ອາ​ໄສຫຼາຍ​ຫລັງ ​ເຮັດ​ໃຫ້ ຫຼາຍກວ່າ 80 ຄົນ​ໄດ້​ຮັບ​ບາດ​ເຈັບ.

ປະທານາທິບໍດີຢູ​ເຄຣນ ທ່ານ Petro Poroshenko ​ໄດ້ປະຕິ​ຍານ​ວ່າ ຈະ​ປົກ​ປ້ອງ​ດິນ
​ແດນ​ຂອງຢູ​ເຄຣນ. ທ່ານໄດ້ຕັດການ​ເດີນທາງ​ໄປ​ຍັງ ຊາ​ອຸ​ດີ ອາຣາ​ເບຍ ເພື່ອເຂົ້າຮ່ວມ​
ພິທີ​ຊາ​ປະ​ນາ​ກິດ​ສົບ​ຂອງ​ມື້​ລາງ ກະສັດ Abdullah ແຕ່ໄດ້ນັ່ງ​ເປັນ​ປະທານ​ ກອງ​ປະຊຸມ​
ສຸກ​ເສີນຂອງ ສະພາ​ຄວາມ​ໝັ້ນຄົງຢູເຄຣນ​ແທນ.

ຊາວຢູເຄຣນພາກັນໄຕ້ທຽນ ຢູ່ທີ່ຈັດຕຸລັດເອກະລາດ ໃນນະຄອນຫລວງ Kiyiv ເປັນຂີດໝາຍຂອງການເປັນນຶ່ງດຽວ ກັບບັນດາຜູ້ທີ່ເສຍຊີວິດ ໃນການໂຈມຕີໃສ່ເມືອງທ່າ Mariupol ຂອງຢູເຄຣນ, ວັນທີ 24 ມັງກອນ 2015.
ຊາວຢູເຄຣນພາກັນໄຕ້ທຽນ ຢູ່ທີ່ຈັດຕຸລັດເອກະລາດ ໃນນະຄອນຫລວງ Kiyiv ເປັນຂີດໝາຍຂອງການເປັນນຶ່ງດຽວ ກັບບັນດາຜູ້ທີ່ເສຍຊີວິດ ໃນການໂຈມຕີໃສ່ເມືອງທ່າ Mariupol ຂອງຢູເຄຣນ, ວັນທີ 24 ມັງກອນ 2015.

ທ່ານ Poroshenko ​ໄດ້​ໂອ້​ລົມກ່ຽວ​ກັບ​ສະຖານະ​ການ ທາງ​
ໂທລະ ສັບ​ໃນ​ວັນ​ເສົາ​ວານ​ນີ້ ກັບ​ຮອງ​ປະທານາທິບໍດີ​ສະຫະລັດ
ທ່ານ Joe Biden ຜູ້​ທີ່​ໄດ້​ປະນາມ​ການ​ໂຈມ​ຕີ​ຕ່າງໆ ​ແລະ ຄວາມ
​ຮຸນ​ແຮງ​ທີ່​ທ່ານ​ກ່າວ​ວ່າ ​ເປັນ​ການ​ລິ​ເລີ້ມ​ໂດຍ ພວກ​ຫົວ​ແບ່ງ​ແຍກ
​ດິນ​ແດນ​ ທີ່​ ​ມີຣັດ​ເຊຍສະໜັບສະໜຸນ. ບັນດາ​ເຈົ້າໜ້າ​ທີ່ ທຳນຽບ
ຂາວ​ກ່າວ​ວ່າ ທັງ​ສອງ​ທ່ານ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ ຢ່າງ​ແຮງ
ກ່ຽວ​ກັບການ​ທີ່ຣັດ​ເຊຍ ​ບໍ່​ໃຫ້ການເຄົາລົບ ​ຕໍ່ຄຳ​ໝັ້ນສັນຍາ ​ຂອງ​
ຕົນພາຍ​ໃຕ້​ສັນຍາ​ ຂໍ້​ຕົກລົງ​ຢຸດ​ຍິງ ເມື່ອ​ເດືອນກັນຍາ​ຢູ່​ທີ່ນະຄອນ
ຫລວງ Minsk.

ປະ​ເທດ​ລັດ​ເວ​ຍ ຊຶ່ງ​ໝຸນ​ວຽນມາດຳລົງ​ຕຳ​ແໜ່ງ ເປັນ​ປະທານ​
ສະຫະ​ພາບຢູ​ໂຣບ​ໃນຂະນະ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້​ກຸ່ມ​ດັ່ງກ່າວ ເປີດ
​ປະຊຸມ​ສຸກ​ເສີນ ​ກັບ​ບັນດາ​ລັດຖະມົນຕີ​ຕ່າງປະເທດຂອງກຸ່ມ ​ເພື່ອ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ ສະຖານະ​ການ.

​ເລຂາທິການ​ໃຫຍ່ອົງການ​ເນໂຕ ທ່ານ Jens Stoltenberg ກ່າວ​ວ່າ ການ​ບຸກ​ໂຈມ​ຕີ​
ດັ່ງກ່າວ “​ແມ່ນ​ເປັນ​ການ​ບໍ່​ເຄົາລົບຕໍ່​ຂໍ້​ຕົກລົງ​ຢຸດ​ຍິງ​ເລີຍ.” ທ່ານ​ກ່າວ​ອີກ​ວ່າ
ກອງ​ທະຫານຣັດ​ເຊຍ ​ໄດ້​ສະ​ໜັບສະ​ໜຸນ ການປະຕິບັດ​ການ​ຂອງ​ກະບົດ ດ້ວຍ​ອຸບປະກອນ
ທີ່​ລວມທັງລູກ​ສອນ​ໄຟຈາກ​ພື້ນ​ດິນ​ສູ່​ອາກາດ ​ແລະ “ລະບົບຍິງຈະ​ຫລວດທີ່​ທັນ​ສະ​ໄໝ
ຕ່າງໆ​ອີກດ້ວຍ.”

ທ່ານ Stoltenberg ​ແລະ ທ່ານນາງ Federica Mogherini ຫົວ ໜ້ານະ​ໂຍບາຍ​ຕ່າງ
ປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ​ໄດ້​ຮຽກຮ້ອງ​ໃຫ້ຣັດ​ເຊຍ​ຍຸດຕິ ການສະໜອງ​ການ​ສະ
ໜັບ​ສະ​ໜຸນພວກ​ກະບົດ​ ທັງ​ທາງ​ດ້ານທະຫານ ​ແລະ ດ້ານ​ການ​ເງິນ. ທ່ານນາງ Mogherini ຮຽກຮ້ອງ​ໃຫ້ຣັດ​ເຊຍ ຈົ່ງ​ໃຊ້​ອິດ​ທິພົນ​ຂອງ​ຕົນ​ເພື່ອ​ຍຸດຕິ​ການ​ບຸກ​ໂຈມ​ຕີ​ນັ້ນ.

ພວກໄວ້ທຸກຫຼາຍສິບ​ຄົນ​ໄດ້​ພາກັນ​ຢືນ​ສະ​ງົບ​ສະຕິອາລົມນາທີ​ນຶ່ງ ​ແລະ ​ໄດ້​ໄຕ້​ທຽນ ຢູ່​ທີ່
ຈັດ​ຕຸລັດ​ເອກະລາດຂອງນະຄອນຫລວງ Kyiv ເມືອ​ຕອນ​ຄ່ຳ​ວັນ​ເສົາ​ວານ​ນີ້ ​ເພື່ອ​ລະ​ນຶກ​
ເຖິງ​ບັນດາ​ຜູ້​ທີ່​ໄດ້​ເສຍ​ຊີວິດ​ໃນ​ເມືອງທ່າ Mariupol.

XS
SM
MD
LG