ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄພນ້ຳຖ້ວມ ໃນມຽນມາ ເຮັດໃຫ້ຢ່າງໜ້ອຍເສຍຊີວິດ 27 ຄົນ


ແມ່ຍິງຄົນໜຶ່ງ ແລະ ລູກຂອງນາງ ແນມໄປນອກ ເຮືອນຂອງພວກເຂົາເຈົ້າ ທີ່ເຄິ່ງໜຶ່ງຈົມຢູ່ພື້ນນ້ຳ ຢູ່ເມືອງ ບາໂກ ປະເທດມຽນມາ, ວັນທີ 1 ສິງຫາ 2015.
ແມ່ຍິງຄົນໜຶ່ງ ແລະ ລູກຂອງນາງ ແນມໄປນອກ ເຮືອນຂອງພວກເຂົາເຈົ້າ ທີ່ເຄິ່ງໜຶ່ງຈົມຢູ່ພື້ນນ້ຳ ຢູ່ເມືອງ ບາໂກ ປະເທດມຽນມາ, ວັນທີ 1 ສິງຫາ 2015.

ນ້ຳຖ້ວມ​ໃນ​ມຽນມາ ປັດຈຸບັນ​ນີ້ ​ໄດ້ເຮັດ​ໃຫ້​ມີ ຢ່າງ​ໜ້ອຍ
27 ຄົນ​ ເສຍ​ຊີວິດ ​ແລະ ​ໄດ້​ສົ່ງ​ຜົນ​ກະທົບ ຕໍ່ປະຊາຊົນຫຼາຍ
ກວ່າ 150,000 ຄົນ ຊຶ່ງ​ຄາດ​ກັນ​ວ່າ ຕົວ​ເລກ​ດັ່ງກ່າວນີ້ ຈະ
​ເພີ້​ມສູງ​ຂຶ້ນຕື່ມ ​ໃນ​ຂະນະ​ທີ່​ລັດຖະບານ ທະຫານ ​ແລະ ອົງການ
​ບັນ​ເທົາ​ທຸກ​ຕ່າງໆ ປະຕິບັດ​ພາລະກິດກອບ​ກູ້ ​ແລະ ​ໃຫ້ການ
​ຊ່ວຍ​ເຫຼືອຢູ່​ນັ້ນ.

ປະທານາທິບໍດີ ມຽນມາ ທ່ານ Thein Sein ​ເດີນທາງ​ໄປ​ຍັງ​
ຂົງ​ເຂດ Sagaing ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ​ໃນ​ວັນ​ເສົາ​
ວານ​ນີ້ ຊຶ່ງ​ເປັນ​ໜຶ່ງໃນ​ສີ່ຂົງ​ເຂດ​ ບ່ອນ​ທີ່​ຖືກ​ປະກາດ​ໃຫ້​ເປັນ​ເຂດ
​ພາວະ​ສຸກ​ເສີນ.

ຝົນ​ທີ່​ຕົກໜັກອາທິດ​ຜ່ານມານັ້ນ ​ໄດ້​ເຮັດ​ໃຫ້​ສະພາບ​ການ​ຮ້າຍ​ແຮງ​ຂຶ້ນຕື່ມ​ອີກ ຫຼັງຈາກ​ທີ່​
ຖືກ​ລົມພາຍຸ​ໄຊ​ໂຄລນ ພັດ​ຖະລົ່ມ​ຢ່າງ​ໜັກໃນເຂດ​ໜຶ່ງ​ ​ຢູ່ພາກ​ຕາ​ເວັນ​ຕົກຂອງ​ປະ​ເທດ
ເມື່ອ​ອາທິດ​ແລ້ວ​ນີ້ ທີ່​ກໍ່ໃຫ້​ເກີດ​ມີນ້ຳຖ້ວມ ​ແລະ ດິນ​ເຈື່ອນຫຼາຍ​ແຫ່ງ. ​ແລະຢູ່​ໃນບາງ​ບໍລິ​ເວນ ​
ໄດ້​ປະສົບ​ກັບໄພ​ນ້ຳຖວ້ມ ທີ່​ມີລະດັບ​ນ້ຳທີ່​ເລີກ​ຫຼາຍ​ແມັດ.

ລັດ Rakhine ທີ່ຕັ້ງຢູ່ຕາມ​ແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ຕາ​ເວັນ​ຕົກນັ້ນ ອົງການ​ດ້ານມະນຸ​ດ
ສະ​ທຳ​ ຂອງ​ສະຫະ​ປະຊາ​ຊາດ ກ່າວໃນ​ວັນ​ເສົາ​ວານ​ນີ້ ວ່າ ມີ​ຫຼາຍລາຍ​ງານ​ກ່ຽວ​ກັບ
"ຄວາມ​ເສຍ​ຫາຍ​ຢ່າງໃຫຽ່" ຕໍ່​ຄ້າຍ​ຕ່າງໆ ​ໃນ​ບໍລິ​ເວນ​ອ້ອມ ​ເມືອງ​ Swittwe ບ່ອນ​ທີ່
ປະຊາຊົນ 100,000 ຄົນ​ ໄດ້​ຍ້າຍ​ອອກ​ຈາກ​ທິ່ນຖານ​ ​ໄປ​ອາ​ໃສຢູ່​ແລ້ວນັ້ນ ຍ້ອນ​ການ​ຕໍ່
ສູ້​ກັນໃນ​ມຽນມາ.

Myanmar Flooding
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG