ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຮັບການ
ຍ້ອງຍໍຈາກຜູ້ນຳຄິວບາ ໃນວັນເສົາວານນີ້ ສຳຫລັບການເຄື່ອນ
ໄຫວເພື່ອຟື້ນຟູສາຍພົວພັນ ທາງການທູດລະຫວ່າງວໍຊິຕັນ ແລະ
ຮາວານານັ້ນ ແຕ່ປະທານປະເທດຄິວບາ ທ່ານ Raul Castro
ບອກປະເທດຂອງທ່ານວ່າ ນັ້ນບໍ່ໄດ້ໝາຍເຖິງການສິ້ນສຸດລົງ
ຂອງການປົກຄອງດ້ວຍລະບອບ ຄອມມິວນິສ ໃນຄິວບາ.
ໃນຄຳຖະແຫລງຕໍ່ສະພາແຫ່ງຊາດຄິວບາ ທີ່ໄດ້ຖ່າຍທອດອອກ
ທາງໂທລະພາບໄປທົ່ວປະເທດເກາະດອນແຫ່ງນັ້ນ ທ່ານ Castro
ເວົ້າວ່າ ທ່ານແມ່ນເປີດກວ້າງ ຕໍ່ການເຈລະຈາຫາລື ບັນຫາຕ່າງໆ
ຢ່າງກວ້າງຂວາງ ກັບບັນດາເຈົ້າໜ້າທີ່ສະຫະລັດ ທີ່ຄາດກັນວ່າ ຈະເດີນທາງໄປຢ້ຽມຢາມ ນະຄອນຫລວງຮາວານາ ໃນເດືອນໜ້ານີ້. ທ່ານຍັງໄດ້ຢືນຢັນ ວ່າ ທ່ານຈະໄປຮ່ວມກອງປະຊຸມສຸດຍອດ ບັນດາປະເທດຂົງເຂດອາເມຣິກາ ຢູ່ທີ່ປານາມາ ໃນເດືອນເມສາປີໜ້າ ບ່ອນທີ່ຄາດກັນວ່າ ທ່ານຈະໄດ້ຈະພົບປະກັບ ທ່ານໂອບາມາ.
ທາງປະທານາທິບໍດີ ໂອບາມານັ້ນ ເມື່ອຖືກຖາມຢູ່ວໍຊິງຕັນ ກ່ຽວກັບການເຄື່ອນໄຫວ
ຂອງທ່ານ ເພື່ອຮື້ຟື້ນສາຍພົວພັນທາງການທູດ ກັບຄິວບານັ້ນ ທ່ານໂອບາມາ ໄດ້ກ່າວ
ໃນວັນສຸກຜ່ານມາວ່າ ທ່ານຄາດວ່າ ຈະບໍ່ມີການປ່ຽນແປງຢ່າງຫຼວງຫຼາຍໃນທັນທີຢູ່ຄິວບາ ແຕ່ວ່າ ບັດນີ້ ສະຫະລັດ ຈະມີໂອກາດຫຼາຍຂຶ້ນອີກ ສຳຫລັບການເຈລະຈາກັບລັດຖະບານ ແລະ ປະຊາຊົນຄິວບາ.
ຄຳຖະແຫລງຂອງປະທານປະເທດ Castro ໃນວັນເສົາວານນີ້ ແມ່ນ ເປັນການສະແດງ
ຄວາມເຫັນຢ່າງເປີດເຜີຍຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ໄດ້ມີການປະກາດພ້ອມໆກັນ
ໂດຍຜູ້ນຳຂອງທັງສອງປະເທດ ກ່ຽວກັບການຕົກລົງ ທີ່ຈະຮຶ້ຟື້ນສາຍພົວພັນທາງການທູດ
ລະຫວ່າງກັນນັ້ນ.
ທ່ານ Castro ກ່າວວ່າ ຄິວບາຈະເລັ່ງປະຕິຮູບໂຄງການເສດຖະກິດຂອງຕົນ ໂດຍມີເປົ້າ
ໝາຍທີ່ຈະສ້າງຕັ້ງຮູບແບບ ຂອງ “ລະບອບຄອມມິວນິສ ທີ່ມີຄວາມວັດທະນາຖາວອນ ແລະຍືນຍົງ.” ແຕ່ທ່ານໄດ້ກ່າວຍ້ຳວ່າ ການປ່ຽນແປ່ງຕ່າງໆນັ້ນ ແມ່ນຈະເປັນໄປ ເທື່ອລະນ້ອຍ.