ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະກຳມະການ ປົກປ້ອງນັກຂ່າວ ເປີດເຜີຍ ບັນຊີພວກປະເທດ ທີ່ຈຳກັດຮັດແຄບ ສື່ມວນຊົນ ຫລາຍທີ່ສຸດ


CPJ Names 10 Most Restrictive Nations for Media
please wait

No media source currently available

0:00 0:02:00 0:00

ຄະນະ​ກຳມະການປົກປ້ອງນັກ​ຂ່າວ ​ຫລື CPJ ໄດ້ຈັດເອົາ 10
ປະ​ເທດ ເຂົ້າໄວ້ໃນບັນຊີ ທີ່​ສື່​ມວນຊົນ ມີ​ການ​ຈຳກັດຮັດແຄບ
ຫຼາຍ​ທີ່​ສຸດນັ້ນ. ນຳ​ໜ້າ​ໂດຍ ເອຣິເທຣຍແລະເກົາຫລີ​ເໜືອ
ລາຍງານຂອງອົງການ CPJ ​ທີ່ນຳອອກເຜີຍ​ແຜ່ ໃນວັນ​ອັງ
ຄານອາທິດ​ແລ້ວ​ນີ້ ກ່າວ​ວ່າ ບັນດາ​ປະ​ເທດ​ເຫລົ່າ​ນີ້ ໄດ້ຮາວີ
ລົບກວນ ​ແລະ​ຈັບກຸມພວກ​ນັກ​ຂ່າວ​ໃສ່​ຄຸກ ພ້ອມ​ທັງ​ກວດກາ
ອິນ​ເຕີ​ແນັດ​ເພື່ອ​ເຮັດ​ໃຫ້​ພວກ​ນັກ​ຂ່າວມິດງຽບ. ຜູ້ສື່​ຂ່າວວີໂອ​ເອ Daniela Schrier ມີ​
ລາຍລະອຽດກ່ຽວກັບ ເລື້ອງນີ້​ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ການ​ຖືກ​ຕິດ​ຄຸກ​ ​ແມ່ນ​ສິ່ງ​ທີ່ໄດ້​ເກີດ​ຂື້ນ​ກັບບັນດາ​ນັກ​ຂ່າວຢູ່ໃນ 10 ປະ​ເທດ ທີ່ຄະນະ​
ກຳມະການປົກປ້ອງ​ນັກ​ຂ່າວ ​ຫລື CPJ ໄດ້ອ້າງ​ເຖິງ​ຢູ່ໃນ​ລາຍ​ງານ.

ຈີນ ​ເປັນ​ປະ​ເທດ​ທີ່ນຳ​ໜ້າໝູ່ ໃນການຈັບນັກຂ່າວຂັງ​ຄຸກຢູ່ໃນລາຍງານ ໂດຍມີ​ບັນດາ​
ນັກ​ຂ່າວ 44 ຄົນກຳລັງ​ຕິດ​ຄຸກຢູ່ ​ແລະອົງການ CPJ ​ໄດ້ອ້າງ​ວ່າອີ ຣ່ານ ໃຊ້ການຈັບກຸມ
ຄຸມຂັງຂະໜາດໃຫຍ່ແລະຕາມອຳເພີໃຈ​ ​ເພື່ອ​ປິດ​ປາກ​ຜູ້ທີ່​ບໍ່​ເຫັນ​ພ້ອມ ​ແລະ​ບັງຄັບໃຫ້
ໄປລີ້ໄພຢູ່ຕ່າງປະ​ເທດ.

ທ່ານ ນາງ Courtney Radsch ຈາກອົງການ CPJ ກ່າວ​ວ່າ ມີ​ນັກ​ຂ່າວຢູ່​ທົ່ວ​ໂລກ 200 ຄົນ ຖືກຕິດ​ຄຸກ​ໃນປີນີ້ ພຽງປີດຽວ​ເທົ່າ​ນັ້ນ ​ແລະມັນ​ເປັນ​ເວລ​າ ທີ່ເປັນອັນ​ຕະລາຍ​ທີ່​ສຸດ​ ທີ່ຈະຕ້ອງ​ລາຍ​ງານ.

ທ່ານນາງ Courtney Radsch ຜູ້ອຳນວຍການດ້ານໃຫ້ການສະໜັບສະໜູນ ຂອງອົງ
ການ CPJ ກ່າວວ່າ “​ໃນ​ຮອບສາມ​ປີ​ທີ່​ຜ່ານ​ມາ​ນີ້ໄດ້​ ເປັນ​ໄລຍະທີ່ຕົກ ຢູ່ໃນ​ອັນ​ຕະລາຍຮ້າຍແຮງ​ທີ່​ສຸດ​ສຳຫລັບພວກ​ນັກ​ຂ່າວ ຄືມີການເສຍ​ຊີວິດ​ຫຼາຍ ເປັນ​
ຫວັດ​ການ ການຈັບກຸມຄຸມຂັງ ​ແລະອີງ​ຕາມ​ຂໍ້ມູນໃຫ້ການ​ຊ່ວຍ​ ຂອງ​ອົງ ການ
​CJP ແລ້ວ
ມີພວກ​ນັກ​ຂ່າວຫລາຍ​ກວ່າ 400 ຄົນ​ ໄດ້ຖືກ​ບັງຄັບ​ໃຫ້​ໄປ ລີ້ໄພ
ຢູ່ຕ່າງປະ​ເທດ
ໃນ​ລະຍະ​ຫ້າ​ປີ​ທີ່​ຜ່ານ​ມານີ້."

ການກວດກາ​ທາງອິນ​ເຕີ​ແນັດ ​ເປັນອາວຸດ​ທີ່ສຳຄັນເພື່ອປິດປາກປິດສຽງພວກຕຳໜິ​ຕິ
ຕຽນ​. ຢູ່​ໃນເກົາຫລີ​ເໜືອ ມີ​ແຕ່​ນັກ​ການ​ເມືອງ​ຂັ້ນ​ສູງ​ເທົ່າ​ນັ້ນ​ທີ່​ສາມາດ​ເຂົ້າ​ຫາ​ອິນ​ເຕີ
ແນັດ​ໄດ້. ຢູ່​ທີ່​ປະ​ເທດ​ຄິວ​ບາ ພວກ​ຂຽນຂ່າວລົງ​ຄອມ​ພິວ​ເຕີ ຕ້ອງ​ໄດ້​ອັບໂຫລດ ຫລື
ຖ່າຍໂອນຂໍ້ມູນຈາກຄອມພິວເຕີຂອງຕົນໄປຍັງໄປຫາຄອມພິວເຕີຂອງບັນດາສະຖານ
ທູດ​ຕ່າງປະ​ເທດຫລື​ໂຮງ​ແຮມ​ຕ່າງໆ​ເພື່ອຈະໄດ້​ຕິດ​ຕໍ່​ແບບທີ່ ບໍ່ມີການ​ກວດກາ.

ບັນດາຜູ້​ໃຊ້​ອິນ​ເຕີ​ແນັດ ໃນຈີນ 642 ລ້ານ​ຄົນ ປະ​ເຊີນ​ໜ້າ​ກັບ​ອັນ​ທີ່​ຮ້ອງ​ວ່າ “Great
Firewall” ທີ່​ກີດ​ກັ້ນເວັບໄຊທ໌ຕ່າງໆ ​ແລະ​ສື່​ສັງຄົມ ຂອງພວກຄັດ ຄ້ານລັດຖະບານນັ້ນ.

ທ່ານນາງ Radsch ກ່າວວ່າ “ກາ​ນກວດກາ ​ເປັນ​ເຄື່ອງມືທີ່​ມີ​ອຳນາດ ມັນ​ຈຳ ກັດ​ການຫລັ່ງໄຫລ​ຂອງຂໍ້ມູນ. ​ໃນ​ກໍລະນີ​ທີ່​ຈະ​ຫລີກເວັ້ນຈາກ​ການ​ກວດກາ​ໄດ້​ນັ້ນ
ທ່ານ​ຈະ​ຕ້ອງ​ມີ​ຄວາມ​ຊຳນິ​ຊຳນານໃນດ້ານເທັກນິກ​ທີ່​ກ້າວໜ້າ ວ່າ​ຈະ​ໃຊ້​ເຄຶ່ອງ​
ມື​ແນວ​ໃດ ເທັກນິກອັນ​ໃດ ​ແລະ​ຍັງຕ້ອງຮູ້​ວິ​ທີເກັບ​ ແຫ​ລ່ງຂ່າວຕ່າງໆ​ໃຫ້ປອດ
​ໄພ ​ແລະຊີວະປະຫວັດຫຍໍ້ໃນຂອບເຂດທີ່ກວ້າງຂວາງຂອງເຂົາເຈົ້າໃຫ້​ປອດ​ໄພ.”

ຂະບວນການເຄື່ອນ​ໄຫວ​ ໃນລະດູ​ບານ​ໃໝ່ຂອງຊາວອາຣັບ ​ໄດ້​ນຳພາ​ໄປ​ສູ່​ການປາບ
ປາມ​ທັບ​ມ້າງ ຢູ່​ໃນເອຣິ​ເທຣຍ ບ່ອນ​ທີ່​ລັດຖະບານ ລຶບລ້າງແຜນ​ນຳ​ໃຊ້​ອິນ​ເຕີແນັດ ​ໃຫ້​
ແກ່່ປະຊາຊົນຂອງ​ຕົນ. ນັບ​ແຕ່ການລຸກຮືຂຶ້ນໃນລະ​ດູ​ບານ​ໃໝ່ຂອງຊາວ​ອາຣັບ ຊາ​ອຸ​ດີ
ອາຣາ​ເຍຍ ​ໄດ້​ດັດແປງ​ກົດໝາຍສື່​ມວນ​ຊົນ ​ເພື່ອ​ປ້ອງ​ກັນ​ການ​ພິມ​ເຜີຍ​ແຜ່​ເອກ​ກະສາ​ນ
ທີ່​ຂັດ​ແຍ້​ງກັບກົດໝາຍ Sharia ຫລື ບ່ອນທຳລາຍຕໍ່​ຄວາມ​ເປັນ​ລະ​ບຽບຮຽບຮ້ອຍ
ຂອງສັງຄົມ.

ສື່​ມວນ​ຊົນຂອງ​ລັດຖະບານ ມັກ​ຈະ​ເປັນແຫ​ລ່ງຂໍ້ມູນຂ່າວສານແຕ່ພຽງອັນດຽວ ຢູ່​ໃນສິບ
​ປະ​ເທດ ທີ່ມີຊື່ຢູ່ໃນບັນຊີດັ່ງກ່າວ. ທ່ານນາງ Radsch ກ່າວ​ວ່າ ການ​ພິມເຜີຍແຜ່ລາຍ​
ງານ​ນີ້ ແມ່ນອຳນວຍໃຫ້​ບັນດາ​ນັກ​ຂ່າວ ​ແລະ​ປະຊາຊົນ ​ຢູ່​ໃນ​ບັນດາປະ​ເທດ​ເຫລົ່າ​ນີ້ຮູ້
ວ່າ ​ໂລກ​ກຳລັງ​ຈັບຕາເບິ່ງ ​ແລະ​ມີ​ຄວາມ​ເປັນ​ຫ່ວງເຂົາ ເຈົ້າ.

XS
SM
MD
LG