ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະພາສູງສະຫະລັດ ເລື່ອນ ການ​ລົງ​ຄະ​ແນນສຽງ ກ່ຽວກັບ ຮ່າງງົບປະມານ ອອກ​ໄປ


ປະທານສະພາຕ່ຳທ່ານ John Boehner (ກາງ) ກັບຄືນໄປຫ້ອງການຂອງທ່ານ ຫຼັງຈາກທີ່ຮັບຜ່ານ ຮ່າງງົບປະມານໃຊ້ຈ່າຍ ຢູ່ທີ່ລັດຖະສະພາສະຫະລັດ ໃນນະຄອນຫລວງວໍຊິງຕັນ ວັນທີ 11 ທັນວາ 2014.
ປະທານສະພາຕ່ຳທ່ານ John Boehner (ກາງ) ກັບຄືນໄປຫ້ອງການຂອງທ່ານ ຫຼັງຈາກທີ່ຮັບຜ່ານ ຮ່າງງົບປະມານໃຊ້ຈ່າຍ ຢູ່ທີ່ລັດຖະສະພາສະຫະລັດ ໃນນະຄອນຫລວງວໍຊິງຕັນ ວັນທີ 11 ທັນວາ 2014.

ສາ​ພາ​ສູງ​ສະຫະລັດ ​ໄດ້ເລື່ອນ​ການ​ລົງ​ຄະ​ແນນສຽງອອກ​ໄປ ​ໃນ
ຕອນເດິກວັນ​ສຸກ​ວານນີ້ ກ່ຽວ​ກັບງົບປະມານ​ ຈຳນວນ​ມະຫາສານ
ຂອງ​ລັດຖະບານ ​ຊຶ່ງ​ຈະ​ສະໜອງທຶນໃຊ້ຈ່າຍ ​ໃຫ້ສ່ວນ​ໃຫຍ່​ ຂອງ​
ລັດຖະບານກາງສະຫະ​ລັດ ໄປ​ຮອດເດືອນກັນຍາ​ປີ 2015 ນັ້ນ.
ຄາດ​ກັນ​ວ່າ ບັນດາ​ຜູ້​ແທນສະພາສູງ ຈະ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ
​ຮ່າງ​ງົບປະມານ​ ​ມູນ​ຄ່າ 1100 ​ຕື້ດອລລ່າ​ ໃນ​ວັນ​ຈັນ​ຈະ​ມາ​ເຖິງ​ນີ້.

​ແລະ ຄາດກັນ​ວ່າ ສະພາ​ສູງຈະຮັບ​ຜ່ານ ຮ່າງ​ກົດໝາຍ​ຢຸດຊ່ອງ​
ຫວ່າງ ​ໃນ​ວັນ​ເສົາ​ມື້​ນີ້ ​ເພື່ອ​ຈະສະໜອງ​ທຶນ ໃຫ້​ລັດຖະບານມີ​ເງິນ
ໃຊ້​ຈ່າ​ຍ ຊົ່ວຄາວ ​ ​ໄປຈົນ​ເຖິງ​ວັນ​ພຸດ​ອາທິດ​ໜ້າ.

ສະພາ​ຕ່ຳ​ໄດ້​ຜ່ານ​ງົບປະມານ​ໃຊ້​ຈ່າຍຊຸດ​ໃຫຍ່ນັ້ນໄປ​ແລ້ວ ​ແລະ​ໄດ້ຮັບ​ຜ່າ​ນຮ່າງ​ງົບປະມານ ແກ້​ໄຂ​ຕໍ່​ເນື່ອງ ຫລື​ຊົ່ວຄາວ​ນັ້ນ ​ເພື່ອອຳ​ນວຍ​ໃຫ້​ລັດຖະບານມີ​ເງິນ​ບໍລິຫານ​ງານ​ຕໍ່​ໄປ​ ​ແລະ ອຳນວຍໃຫ້ ບັນດາ​ຜູ້​ແທນ ສະພາ​ສູງ ຈາກທັງ​ສອງ​ພັກຄື ພັກຣີພັບ​ບລີ​ກັນຫົວ​ອະນຸລັກ ນິຍົມ ​ແລະ ພັກເດ​ໂມ​ແຄຣັດຫົວ​ເສລີ​ນິຍົມ ແກ້​ໄຂ​ຄວາມ​ກັງວົນ​ຕ່າງໆ.

ປະທາ​ນາ​ທິບໍດີ ບາຣັກ ​ໂອ​ບາ​ມາ ກ່າວ​ຖະ​ແຫລ​ງ​ໃນ​ວັນ​ສຸກ​ວານ​ນີ້ ຢູ່​ທີ່​ທຳນຽບຂ່າວ ວ່າ
ທ່ານ​ມີ​ຄວາມ​ຫວັງວ່າ ຮ່າງ​ກົດໝາຍ​ງົບປະມານ​ໃຊ້​ຈ່າຍ​ສຳ​ຫລັບ​ລັດຖະບານ ຈະ​ຜ່ານ​
ສະພາ​ສູງ. ປະທາ​ນາ​ທິບໍດີ ກ່າວ​ອີກ​ວ່າ ຮ່າງ​ກົດໝາຍນີ້​ເປັນ​ການ​ປານີ​ປານ​ອມກັນ
ລະຫວ່າງ​ທັງ​ສອງ​ພັກ​ການ​ເມືອງ.

US BUDGET BILL VO
please wait
Embed

No media source currently available

0:00 0:00:20 0:00

XS
SM
MD
LG