ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະສະພາ ສຫລ ຫລີກລ່ຽງ ການປິດ ລັດຖະບານ ໂດຍຮັບຜ່ານ ຮ່າງງົບປະມານ ໃນນາທີສຸດທ້າຍ


ປະທານສະພາຕ່ຳ ທ່ານ John Boehner ຈາກພັກຣີພັບບລິກັນ ຍ່າງໄປຫ້ອງການຂອງທ່ານ ຢູ່ໃນຕຶກລັດຖະສະພາ
ປະທານສະພາຕ່ຳ ທ່ານ John Boehner ຈາກພັກຣີພັບບລິກັນ ຍ່າງໄປຫ້ອງການຂອງທ່ານ ຢູ່ໃນຕຶກລັດຖະສະພາ

ລັດຖະສະພາ ສະຫະລັດ ​ໄດ້​ຮັບ​ຜ່ານ​ໃນນາທີ​ສຸດ​ທ້າຍການ​
ຕໍ່​ອາຍຸ​ໃຫ້ທຶນລັດຖະບານສອງ​ມື້ ກ່ອນ​ການປິດ​ລັດຖະບານລົງ.

ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ກຳນົດ​ເສັ້ນ​ຕາຍທ່ຽງ​ຄືນ ​ໃນ​ຕອນ​
ແລງ​ຂອງ​ວັນ​ພະຫັດວານ​ນີ້ ສະພາ​ສູງ ​ໄດ້​ຮັບຜ່ານມາດ​ຕະ
ການດ່ັງກ່າວ ບໍ່​ເທົ່າໃດ​ນາ​ທີ ​ຫລັງ​ຈາກ ໄດ້ຮັບ​ຜ່ານ ​ໂດຍ​ຜູ້​
ແທນສະພາ​ຕໍ່າ.

​ເຖິງ​ແມ່ນການ​ຂົ່ມຂູ່ ທີ່​ຈະ​ປິດ​ລັດ​ຖະ​ບານ​ລົງໂດຍ​ທັນທີນັ້ນ ໄດ້​
ຖືກ​ຍົກ​ເລີກ​ໄປ​ແລ້ວ​ກໍ​ຕາມ ​ແຕ່ສະພາ​ສູງ​ສະ​ຫະລັດ ກໍມີ​ພ່ຽງ
​ແຕ່​ສອງ​ມື້ເທົ້າ​ນັ້ນ ທີ່​ຈະ​ຮັບ​ຜ່ານ​ ຮ່າງ​ງົບປະມານ​ໃຊ້​ຈ່າຍ 1 ພັນ​
1 ຮ້ອຍ ຕື້ ​ໂດ​ລາ ​ສຳລັບ​ປີ 2015.

ອຸບປະສັກ​ອັນ​ໃຫຽຫຼວງ ໄດ້ເປັນ​ທີ່ແຈ້ງ​ຂາວ​ໃນ​ວັນ​ພະຫັດ​ວານ​ນີ້ ​ເວລາ ສະພາ​ຕຳ່ລົງ
​ຄະ​ແນນ​ສຽງ 219ສຽງ ຕໍ່ 206 ​ເພື່ອຮັບຜ່ານ​ມາດ​ຕະການໃຊ້​ຈ່າຍດັ່ງກ່າວ.

ປະທານ​ສະພາ​ຕໍ່າ ພັກຣີພັບ​ບລິ​ກັນ ທ່ານ John Boehner ​ໄດ້​ເຕືອນ​ບັນດາ​ຜູ້​ແທນ​ສະພາ​
ວ່າ ​ຖ້າ​ຫາກເຂົາ​ເຈົ້າ ບໍ່​ຜ່ານ​ຮ່າງ​ກົດໝາຍ​ ໃນ​ວັນ​ພະຫັດ ທີ່​ວ່າ​ນັ້ນ ເຖິງແມ່ນຈະ​ເປັນ​ມາດ​
ຕະການໃຫ້​ທຶນພຽງ​ຊົ່ວຄາວ​ກໍຕາມ​ ​ພວກເຂົາ​ເຈົ້າ​ຈະ​ຕ້ອງໄດ້ຢູ່ ​ໃນວໍຊໍ​ງຕັນຕໍ່​ໄປ ຈົນ​ຮອດ
ມື້ບຸນຄຣິສມັສ ວັນທີ່ 25 ​ເດືອນທັນ​ວາ.

ບັນດາ​ຜູ້​ແທນ​ສະພາ​ທັງ​ສອງ​ຝ່າຍ ​ແລະ​ປະທານາທິບໍດີ Barack Obama ໄດ້​ຮຽກຮ້ອງ​
ໃຫ້​ມີ​ການ​ຮັບຜ່ານ ​ເຖິງ​ແມ່ນ​ວ່າ ພັກ​ຍິຍົມ​ແນວທາງ​ເດີມ ຣີພັບ​ບລິ​ກັນ ​ໂກ​ດ​ແຄ້ນ​ຕໍ່​ສິ່ງ​ທີ່​
ບໍ່ປາກົດຢູ່​ໃນ​ຮ່າງ​ກົດໝາຍ ​ແລະ​ພັກເສຣີ ​ເດ​ໂມ​ແຄຣັດ ມີ​ຄວາມເສຍ​ໃຈ​ແດ່​ກໍ​ຕາມ.

US Budget
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG