ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມາເລເຊຍ ​ຂໍ​ຮ້ອງ​ ບັນດາ​ຜູ້ນຳ ASEAN ​ໃຫ້ແກ້​ໄຂ ​ບັນຫາ​ຂັດ​ແຍ້​ງຕ່າງໆ ກັບຈີນຢ່າງ​ສັນຕິ


ນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ Najib Razak ​ກ່າວ​ໄຂ
ກອງ​ປະຊຸມ ສຸດຍອດ ASEAN ຄັ້ງທີ 26th ຢູ່ນະຄອນຫລວງ Kuala Lumpur, ປະເທດ Malaysia, ວັນທີ 27 ເມສາ 2015.
ນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ Najib Razak ​ກ່າວ​ໄຂ ກອງ​ປະຊຸມ ສຸດຍອດ ASEAN ຄັ້ງທີ 26th ຢູ່ນະຄອນຫລວງ Kuala Lumpur, ປະເທດ Malaysia, ວັນທີ 27 ເມສາ 2015.

ກອງ​ປະຊຸມ​ສຸດ​ຍອດຂອງສະມາຄົມບັນດາປະ​ເທດ​ເອ​ເຊຍຕາ
​ເວັນ​ອອກ ສຽງ​ໃຕ້ ​ໄດ້ໄຂ​ຂຶ້ນ ​ໃນວັນ​ຈັນ​ມື້​ນີ້ ຢູ່ນະຄອນຫລວງ
Kuala Lumpur ຂອງ​ມາ​ເລ​ເຊຍ ​ໂດ​ຍຈະມີ​ເລື້ອງຄວາມ​ພະຍາ
ຍາມ​ຂອງ​ປັກ​ກິ່ງ ທີ່​ຈະ​ສ້າງ​ເກາະ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ຄອບ​ງຳ
ກອງ​ປະຊຸມສອງມື້ດັ່ງກ່າວ.

ນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ Najib Razak ​ໄດ້​ກ່າວ​ໄຂ
ກອງ​ປະຊຸມ ​ໂດຍ​ຂໍ​ຮ້ອງ​ໃຫ້ບັນດາ​ຜູ້ນຳ​ຂອງອີກ 9 ປະ​ເທດ​
ASEAN ​ໃຫ້​ແກ້​ໄຂ​ບັນຫາ​ຂໍ້​ຄັດ​ແຍ້​ງຕ່າງໆ ກັບຈີນຢ່າງ​ສັນຕິ ​
ເພື່ອ​ບໍ່​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ້​ມທະວີ​ຂຶ້ນ ຢູ່​ໃນ​ຂົງ​ເຂດ.

ທ່ານ Najib Razak ​ເວົ້າວ່າ “ເຫດການ​ຜັນ​ຂະຫຍາຍ​ຕ່າງໆເມື່ອບໍ່​ດົນ​ມາ​ນີ້ ໄດ້
​ກໍ່​ໃຫ້​ເກີດ​ຄວາມ​ກັງວົນກ່ຽວ​ກັບທະ​ເລ​ຈີ​ນໃຕ້ ​ແລະ ເມື່ອ​ພິຈາລະນາເບິ່ງຄວາມ​
ສຳຄັນ ຂອງ​ເສັ້ນ​ທາງ​ເດີນ​ທະ​ເລໃນ​ນັ້ນ ​ຕໍ່​ການຄ້າ​ສາກົນ​ແລ້ວ ​ມັນ​ກໍ​ເປັນ​ຂອງ
ທຳ​ມະດາ​ທີ່​ວ່າ ສິ່ງ​ໃດໆ​ ທີ່​ເກີດ​ຂຶ້ນຢູ່​ທີ່ນັ້ນ ​ແມ່ນຈະດຶງ​ດູດ​ຄວາມ​ສົນ​ໃ​ຈຈາກ​
ທົ່ວ​ໂລກ. ASEAN ຕ້ອງ​ໄດ້ປຶກສາ​ຫາລື​ກັນ ​ກ່ຽວ​ກັບສະຖານະ​ການ​ຕ່າງໆ​
ເຫຼົ່ານັ້ນ ​ໃນ​ທາງ​ທີ່​ກ້າວໜ້າ ​ພ້ອມກັນ​ນັ້ນ ​ໃນ​ທາງບວກ ​ແລະ​ ໃນທາງທີ່ສ້າງ
ສັນນຳ. ​ການເຄົາລົບ​ນັບຖື​ຕໍ່ກົດໝາຍ​ສາກົນ ລວມທັງ ສົນທິສັນຍາ​ອົງການ​
ສະຫະ​ປະຊາ​ຊາດ ປີ 1982 ກ່ຽວ​ກັບ​ກົດໝາຍ​ດ້ານ​ທະ​ເລ ​ຈະ​ຕ້ອງເປັນ​ພື້ນຖານ
ຂອງ​ກົດ​ລະບຽບຕ່າງໆ ​ໃນການ​ພົວພັນ​ກັນ ​ແລະ ກິດຈະກຳ​ຕ່າງໆ ຢູ່​ໃນ​ທະ​ເລ​
ຈີນ​ໃຕ້. ​ໃນ​ນາມ​ປະທານກອງ​ປະຊຸມ ມາ​ເລ​ເຊຍຫວັງ​ວ່າ​ ພວກ​ເຮົາ​ຈະ​ບັນລຸ​
ຄວາມ​ກ້າວໜ້າ ​ໃນ​ຄວາມ​ພະຍາຍາມ​ຂອງພວກ​ເຮົາ ​ເພື່ອ​ເຮັດ​ໃຫ້​ສຳ​ເລັດ​
ໂດຍ​ໄວ ​ກົດແຫ່ງການປະພຶດ​ປະຕິບັດນັ້ນ.”

ASEAN South China Sea
please wait
Embed

No media source currently available

0:00 0:01:45 0:00

ທ່ານ Najib ຍັງ​ໄດ້​ເນັ້ນ​ເຖິງ​ວິ​ໄສ​ທັດ ຂອງ ASEAN ​ເພື່ອ​ສ້າງຕັ້ງ ປະຊາ​ຄົມນຶ່ງ​ດຽວໃນ​
ຂົງ​ເຂດ ຊຶ່ງທາງ​ສະມາຄົມຈະຖະ​ແຫລ​ງ​ໃຫ້​ຮູ້ໂດຍ​ສັງ​ເຂ​ບ ກ່ຽວ​ກັບຮູບ​ແບບຂອງ​ມັນ ພາຍ
​ໃນທ້າຍ​ປີ​ນີ້.

ຈີນ ​ໄດ້​ຖົມ​ເກາະ​ເພື່ອ​ອ້າງ​ເອົາ​ກຳມະສິດ ​ແລະ ສ້າງ​ເດີນ​ເຮື່ອ​ບິນຫຼາຍ​ເສັ້ນ ​ແລະ ​ໂຄງ​ລ່າງ
ພື້ນຖານ ຢູ່​ໃນ​ໝູ່ເກາະ Spratly ຊຶ່ງ​ມີ ຟີ​ລິບ​ປິນ ຫວຽດນາມ ມາ​ເລ​ເຊຍ ບຣູນາຍ ​ແລະ ​
ໄຕ້​ຫວັນ ອ້າງ​ເອົາ​ກຳມະສິດ​ເຊັ່ນ​ກັນ. ບໍລິ​ເວນ​ດັ່ງກ່າວແມ່ນ​ອຸ​ດົມ​ສົມບູນ ​ໄປດ້ວຍ​ຊັບພະ
ຍາກອນ​ທຳ​ມະ​ຊາດຕ່າງໆ ​ແລະ ​ເປັນ​ເສັ້ນທາງ​ຫລັກ​ຂອງ​ການ​ຄ້າ​ຂາຍ.

ສະຫະລັດຮຽກຮ້ອງ ໃຫ້ໃຊ້ຄວາມຍັບຍັ້ງຊັ່ງໃຈ ຢູ່ທະເລຈີນໃຕ້:

Secretary Carter Urges Restraint in South China Sea
please wait

No media source currently available

0:00 0:01:46 0:00

A summit of the Association of Southeast Asian Nations opened in Kuala Lumpur Monday, with Beijing's island-building efforts in the South China Sea set to dominate the two-day conference.

Malaysian Prime Minister Najib Razak opened the conference by urging the nine other ASEAN leaders to peacefully manage territorial disputes with China without increasing tensions in the region.

Najib Razak, Malaysian Prime Minister say:

"Recent developments have raised concerns about the South China Sea, and given the importance of its sea lanes to international trade, it is natural that almost any occurrence there will attract global attention.ASEAN must address these developments in a proactive, but also in a positive and constructive way. Respect for international law, including the 1982 United Nations Convention on the Law of the Sea, must be the basis of the rules of engagement and activities in the South China Sea.As Chairman, Malaysia hopes that we will achieve progress in our efforts towards an early conclusion of a Code of Conduct."

Mr. Najib also highlighted the ASEAN vision of creating a single regional community, which the group will outline by the end of the year.

XS
SM
MD
LG