ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດເມືອງ Cleveland ທີ່ມີສ່ວນ ໃນການໄລ່ລົດ ໃນປີ 2012 ຖືກໄລ່ອອກ ຈາກວຽກ


ຕຳຫຼວດເມືອງ Cleveland ທ່ານ Michael Brelo, ກາງ, ນັ່ງຟັງຜູ້ພິພາກສາ ອ່ານຄຳຕັດສິນຂອງລາວ ໃນລະຫວ່າງການດຳເນີນຄະດີໃນເມືອງ Cleveland, ລັດ Ohio, 23 ພຶດສະພາ, 2015.
ຕຳຫຼວດເມືອງ Cleveland ທ່ານ Michael Brelo, ກາງ, ນັ່ງຟັງຜູ້ພິພາກສາ ອ່ານຄຳຕັດສິນຂອງລາວ ໃນລະຫວ່າງການດຳເນີນຄະດີໃນເມືອງ Cleveland, ລັດ Ohio, 23 ພຶດສະພາ, 2015.

ບັນດາເຈົ້າໜ້າທີ່ໃນເມືອງ Cleveland ລັດ Ohio ກ່າວວ່າ ພວກ ເຂົາເຈົ້າໄດ້ໄລ່ ເຈົ້າໜ້າທີ່ຕຳຫຼວດ 6 ຄົນອອກຈາກວຽກເຊິ່ງພວກ ເຂົາເຈົ້າທັງໝົດໄດ້ຍິງປືນ 137 ນັດໃສ່ລົດຄັນໜຶ່ງເຮັດໃຫ້ມີຄົນ ສອງຄົນເຊິ່ງ ບໍ່ມີອາວຸດເສຍຊີວິດຄາທີ່ ຫຼັງ ຈາກຕຳຫຼວດໄດ້ຂັບ ລົດໄລ່ດ້ວຍຄວາມໄວສູງ.

ຜູ້ອຳນວຍການຄວາມປອດໄພສາທາລະນະທ່ານ Michael McGrath ເຊິ່ງເປັນ ອະດີດຜູ້​ບັນຊາ​ການຕຳຫຼວດໃນເມືອງ Ohio ບໍ່ໄດ້ລະບຸຊື່ຂອງພວກຕຳຫຼວດ ທັງໝົດ ແຕ່ຢູ່ໃນກຸ່ມນັ້ນລວມມີຕຳ ຫຼວດສາຍກວດ ທ່ານ Michael Brelo ຜູ້ທີ່​ໄດ້​ຖືກ​ພົບ​ເຫັນ​ວ່າ​ບໍ່​ມີ​ຄວາມ​ຜິດ ໃນຂໍ້​ຫາທາງອາຍາ ​ເມື່ອປີທີ່ຜ່ານມາ.

ເຈົ້າໜ້າທີ່ເພີ່ມ​ເຕີມອີກຫົກຄົນ ທີ່ໄດ້ຍິງ​ປືນ​ເຂົ້າ​ໃສ່​ລົດ​ຄັນ​ດັ່ງກ່າວນັ້ນ ໄດ້ຖືກສັ່ງ ພັກວຽກ​ແຕ່ 21 ຫາ 30 ມື້. ພ້ອມກັບເຈົ້າໜ້າທີ່ອີກຄົນທີ່ຖືກລົງໂທດແມ່ນໄດ້ລາ ອອກບຳນານ.

ບັນດາທະນາຍຄວາມຂອງພວກເຈົ້າໜ້າທີ່ ໄດ້ໂຕ້ຖຽງວ່າ ລູກຄວາມຂອງຕົນ ມີ​ເຫດຜົນ​ທີ່​ພາ​ໃຫ້ເຊື່ອວ່າຄົນທີ່ຢູູ່ໃນລົດນັ້ນອາດຈະເປັນໄພຂົ່ມຂູ່ຕໍ່ຄວາມປອດ ໄພ, ແລະໄດ້ເນັ້ນຢ້ຳວ່າມັນ ບໍ່ສາມາດກຳນົດໄດ້ຈົນກວ່າຕໍ່ມາ ຈຶ່ງຮູ້ວ່າຜູ້ທີ່ຢູ່ໃນ ລົດແມ່ນບໍ່ໄດ້ພົກພາອາວຸດ.

XS
SM
MD
LG