ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

26 ຄົນ ເສຍຊີວິດ ໃນການປະທະກັນ ຢູ່ອີຣັກ


ໄດ້ມີການນໍາສົ່ງຜູ້ບາດເຈັບສູ່ໂຮງໝໍ ຫຼັງຈາກທີ່ໄດ້ຕໍ່ສູ້ກັນລະຫວ່າງ
ກອງ​ກໍາລັງຮັກສາ​ຄວາມ​ປອດ​ໄພ​ຂອງ​ອິຣັກ ​ແລະ​ພວກຊາວຊຸນ​ນີ
ໄດ້ມີການນໍາສົ່ງຜູ້ບາດເຈັບສູ່ໂຮງໝໍ ຫຼັງຈາກທີ່ໄດ້ຕໍ່ສູ້ກັນລະຫວ່າງ ກອງ​ກໍາລັງຮັກສາ​ຄວາມ​ປອດ​ໄພ​ຂອງ​ອິຣັກ ​ແລະ​ພວກຊາວຊຸນ​ນີ
ການ​ປະທະກັນລະຫວ່າງ ກອງ​ກໍາລັງຮັກສາ​ຄວາມ​ປອດ​ໄພ​ຂອງ​ອິຣັກ ​ແລະ​ພວກຊາວຊຸນ​ນີ ທີ່​ທໍາ​ການ​ປະ​ທ້ວງ ໄດ້​ສັງຫານ​ຢ່າງ​ນ້ອຍ 26 ຄົນ ​ແລະ​ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ.

​ບັນດາເຈົ້າໜ້າ​ທີ່​ທະຫານ​ແລະ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ກ່າວ​ວ່າ ການ​ຕໍ່ສູ້​ກັນ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນເມືອງ Hawija ​ໃກ້ໆ​ກັບ​ເມືອງ Kirkuk ນັ້ນ ​ໄດ້​ເລີ່​ມຂຶ້ນ ​ເວລາກອງ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ພະຍາຍາມ​ທີ່​ຈະ​ຈັບ​ກຸມ​ພວກ​ປະ​ທ້ວງ ​ແລະ​ວ່າ ​ມີ​ທະຫານ ຢ່າງ​ນ້ອຍ 2 ຄົນ​ ຮວມຢູ່​ໃນ​ພວກ​ເສຍ​ຊີວິ​ດ.

​ທູດ​ພິ​ເສດຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Martin Kobler
​ໄດ້​ຮຽກຮ້ອງ​ໃຫ້​ມີ ຄວາມສະ​ງົບ​ໃນ​ຂົງ​ເຂດ. ​ໃນຄໍາ​ຖະ​ແຫຼ​ງ​ສະບັບ​ນຶ່ງ​ ອອກ​ໃນ​ວັນ​ຈັນ​ວານ​ນີ້
ທ່ານ​ໄດ້​ຂໍຮ້ອງ​ໃຫ້ກອງ​ກໍາລັງຮັກສາ​ຄວາມ​ປອດ​ໄພ ຈົ່ງ​ໃຊ້​ຄວາມ​ຍັບ​ຍັ້ງ​ຊັ່ງ​ໃຈ ​ແລະໃຫ້ພວກ
​ປະ​ທ້ວງ​ ຈົ່ງ​ພາກັນ​ປະ​ທ້ວງຢ່າງ​ສັນຕິ​.

ບັນດາສະມາຊິກ​ຂອງ​ປະຊາ​ຄົມຊາວ​ຊຸນ​ນີ ​ໄດ້​ທໍາ​ການ​ປະ​ທ້ວງ​ມາ​ເປັນ​ເວລາ​ຫຼາຍໆ​ເດືອນແລ້ວ ​ຕໍ່​ຕ້ານ​ລັດຖະບານ ຂອງ​ນາຍົກ​ລັດຖະມົນຕີ​ Nouri al-Maliki ທີ່​ນໍາພາ​ໂດຍ ​ຊາວ​ Shi’ite ນັ້ນ.

ບັນດານັກ​ເຄື່ອນ​ໄຫວ​ຊາວຊຸນ​ນີ ຕ້ອງການ​ໃຫ້ ​ທ່ານ Maliki ລົງ​ຈາກ​ຕໍາ​ແໜ່​ງ ​ແລະ​ກ່າວ​ຫາ​ລັດຖະບານ​ຂອງ​ທ່ານ​ວ່າ ທໍາ​ການ​ຈັບກຸມຊາວຊຸນ​ນີຝ່າຍ​ຄ້ານ ​ແລະ​ກັກ​ຂັງ​ໂດຍ​ ບໍ່​ມີ​ຂໍ້​ກ່າວ​ຫາ​ໃດໆ.
XS
SM
MD
LG