ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຄຣິສຕຽນ ໃນທົ່ວໂລກ ພາກັນສະຫຼອງ ວັນອິສເຕີ (ສະໄລດ໌/ວີດີໂອ)


easter20april14
please wait
Embed

No media source currently available

0:00 0:01:16 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ໃນ​ວັນ​ອາທິດ​ມື້​ນີ້ ຊາວ​ຄຣິສຕຽນ​ໃນ​ທົ່ວ​ໂລກ​ ພາກັນ​ສະຫຼອງ​
ວັນ Easter ທີ່​ຖື​ວ່າ​ເປັນ ວັນ​ສັກສິດ​ທີ່​ສຸດ​ໃນ​ປະຕິທິນ​ຂອງ​
ເຂົາ​ເຈົ້າ ​ເປັນ ວັນ​ຂີດ​ໝາຍແຫ່ງ​ການ​ຟື້ນ​ຄືນ​ຊີບຂອງ​ພະ​ເຍຊູ
ທີ່​ພວກ​ເຊື່ອ​ຖືເວົ້າ​ວ່າ​ໄດ້​ເກີດ​ຂຶ້ນ​ໃນ​ເວລາ 3 ມື້​ ຫຼັງ​ຈາກ​ພະ​ອົງ​
ຖືກ​ຕອກ​ຕິດ​ໃສ່​ກັບ​ໄມ້​ກາງ​ເຂນ​.

ທີ່​ນະຄອນຫລວງໂຣມ ສັນຕະປາປາ Francis ​ໄດ້​ທຳ​ພິທີ​ທາງ​ສາສະໜາ ​ສະຫຼອງ​ບຸນ​ອິສ​ເຕີ​ ໃນ​ວັນ​ອາທິດ​ມື້​ນີ້ ຕໍ່ໜ້າ​ຝູງ​ຊົນຫຼາຍ​ພັນ​ຄົນ​ທີ່​ຈະຕຸ​ລັດ Saint Peters.

ທີ່​ເກົາຫຼີ​ໃຕ້ ບ່ອນ​ທີ່​ທົດ​ທັງປະ​ເທດ​ກຳລັງ​ໄວ້ອາ​ໄລ​ນຳ​ພວກ​ເຄາະ​ຮ້າຍ​ທີ່​ເສຍ​ຊີວິດ​ໄປ​
ໃນ​ເຮືອ​ຂ້າມ​ຟາກ​ຂວ້ຳນັ້ນປະຊາຊົນ​ຫຼາຍ​ພັນ​ຄົນ​ພາກັນ​ສະຫຼອງພະ​ເຍຊູ ​ໃນ​ຖານະ​ເປັນແສງ​ສະຫວ່າງ​ແຫ່ງ​ຄວາມ​ຫວັງ​ໃນ​ເທດສະການ​ອິສ​ເຕີ​ນີ້.

ນັກຮຽນໂຮງຮຽນ​ປະຖົມ ຄົນນຶ່ງ​ກ່າວ​ວ່າ : “​ເຊັ່ນ​ດຽວ​ກັນ​ກັບທີ່​ພະ​ເຍຊູ​ຟື້ນ​ຄືນ​ຊີບມາຈາກ​ການ​ເສຍ​ຊີວິດ ຂະ​ນ້ອຍ​ຂໍ​ພາວະນາ​ໃຫ້ ​ພວກ​ເອື້ອຍ​ອ້າ​ຍ​ແລະ​
ນ້ອງ​ທີ່​ຕົກ​ຄ້າງ​ຢູ່​ໃນ​ເຮືອ​ຂ້າມ
ຟາກ​ລຳ​ນີ້ ຖືກ​ຊ່ອຍ​ຊີວິດ​ມາ​ໄດ້​ຢ່າງ​ມະຫັດ
ສະຈັນ ​ເພື່ອກັບ​ຄືນ​ມາສູ່​ພວກຄອບຄົວ​ຂອງ​ເຂົາ​ເຈົ້າ.”


ນາງ Jim Eun-joo ຊາວ​ນະຄອນຫຼວງ​ໂຊ​ລ ກໍກ່າວ​ວ່າ: “ພວກ​ເຮົາ​ຍັງ​ບໍ່​ຮູ້ຈັກ​
ຊ້ຳ​ວ່າ ພວກ​ປະຊາຊົນ​ທີ່ຫາຍ​ສາບ​ສູນ​ ຢູ່​ໃນ​ນ້ຳທະ​ເລ​ອັນ​ໜາວເຢັນນັ້ນ​
ຕາຍ​ໄປ​ແລ້ວ​ຫຼື​ຍັງ ​ແຕ່ຂ້າພະ​ເຈົ້າ​ຫວັງ​ວ່າ ​ຈະ​ໄດ້​ຮັບ​ຂ່າວ​ທີ່​ດີ ​ມ່ວນ​ຊື່ນ​
ເບີກບານ​ໃຈ ​ໃນ​ມື້​ທີ່​ພະ​ເຈົ້າ​ຟື້ນ​ຄືນ​ຊີບ​ນີ້.”


ທີ່​ນະຄອນ Jerusalem ພວກໄປໄຫວ້​ວອນ​ໄດ້​ປະກອບສ່ວນ​ໃນ​ພິທີ​ຈູດ​ໄຟສັກສິດ ​
ທີ່​ໂບດ​ Holy Sepulchre ຊຶ່ງ​ເປັນ​ບ່ອນ​ທີ່​ຊາວ​ຄຣິສ ຕຽນ​ທັງຫຼາຍ​ເຊື່ອ​ວ່າ ພະ​ເຍຊູ
​ຖືກ​ຕອກໃສ່​ກັບ​ໄມ້​ກາງ​ເຂນ ​ແລະ​ຝັງສົບ​ໄວ້ ​ແລະ​ຟື້ນ​ຄືນ​ຊີບ ​ຢູ່​ທີ່​ນັ້ນ.

ທ່ານ Eihab Tawkfk ຜູ້​ສະ​ແຫວ​ງບຸນ​ຈາກ​ສະຫະລັດ ກ່າວ​ວ່າ:

“ມັນ​ປະ​ເສີດ​ຫຼາຍ ​ທີ່​ໄດ້​ມາ​ຢູ່​ໃນ​ນະຄອນ Jerusalem ​ເພື່ອ​ສະຫຼອງໂອກາດ
ດັ່ງກ່າວ​ນີ້. ມັນ​ແມ່ນ​ເຫດຜົນ​ສຳຄັນຂອງ​ຄວາມ​ມ່ວນ​ຊື່ນ ກໍ​ຄືພະ​ເຍຊູ​ຄຣິສ ​ໄດ້
ລຸກ​ຂຶ້ນ​ມາ. ແມ່ນ​ແລ້ວ ທ່ານ​ໄດ້ລຸກ​ຂຶ້ນ​ມາ​ແທ້ໆ.


ທີ່ຣັດ​ເຊຍ ປະທານາທິບໍດີ Vladimir Putin ​ໄດ້​ເຂົ້າ​ຮ່ວມ​ໃນ​ພິທີ​ສາສະໜາ ເປັນ
​ຂີດ​ໝາຍ​ບຸນ​ອິສ​ເຕີ ທີ່​ໂບດ Christ the Saviour ​ໃນ​ນະຄອນຫລວງມົສກູ.

ວັນ​ອິສ​ເຕີ​ ແມ່ນ​ການສະ​ເຫຼີ​ມສະຫຼອງບຸນສາ​ສະໜາ​ທີ່​ສຳຄັນ​ ສຳລັບ​ຊາວຄຣິສຕຽນ
​ນິກາຍ Orthodox ​ໃນຣັດ​ເຊຍ.

​ແຕ່ການ​ສະຫຼອງ​ບຸນ​ອິສ​ເຕີ​ ​ບໍ່​ໄດ້​ເປັນ​ການ​ສະຫຼອງ​ທາງ​ສາສະໜາທັງ​ໝົດ. ປະຊາ
ຊົນ​ຫຼາຍ​ຄົນ​ເຂົ້າ​ຮ່ວມ​ໃນ​ການ​ປະ​ກວດ​ ນາງ​ສາວ​ອິສ​ເຕີ ທີ່ສະ​ແດງ​ນຸ່ງ​ເຄື່ອງ​ແບບ
​ພິ​ເສດ​ ​ແບບ​ແປກ​ປະຫລາດ ທີ່​ເຂົາ​ເຈົ້າ​ນຸ່ງ​ເພື່ອ​ສະຫລອງໂອກາດ​ນີ້.

Christians around the world Sunday are celebrating Easter - the holiest day of their calendar - marking the resurrection of Jesus the faithful say took place three days after his crucifixion.

In South Korea, where the country is mourning the deaths of passengers on a capsized ferry, thousands celebrated Jesus as a beacon of hope this Easter.

"Like Jesus Christ was resurrected from death, I wish for the brothers and sisters trapped in the ship to be rescued in a miracle to come back to their families."

"We don't even know whether the missing people in the cold water are dead or alive. I hope for delightful news to be heard on this day God resurrected."

In Jerusalem, worshippers took part in the holy fire ceremony at the Church of the Holy Sepulchre. It is the site where Christians believe Jesus was crucified, buried and resurrected.

"It's beautiful to be here in Jerusalem celebrating this occasion. It's the main reason for joy. Christ has risen. Indeed, he's risen."

In Russia, President Vladimir Putin attended Easter Services at the Cathedral of Christ the Saviour in Moscow.

Easter is the main religious celebration for Russian Orthodox Christians.

Not all Easter celebrations are religious. Many people are taking part in Easter pageants, often showcasing the special outfits people are wearing.
XS
SM
MD
LG