ທາງການລາວ ຄາດໝາຍວ່າ ການລົງທຶນຂອງບັນດາບໍລິສັດ
ເອກະຊົນຈີນ ໃນລາວ ຈະມີມູນຄ່າເພີ້ມຂຶ້ນ ເປັນຫຼາຍກວ່າ
7,000 ລ້ານດອນລາ ໃນປີ 2015 ນີ້ ສ່ວນການຄ້າສອງຝ່າຍ
ກໍຈະມີມູນຄ່າຫຼາຍກວ່າ 4,000 ລ້ານດອນລາ.
ກອງປະຊຸມຄະນະກຳມາທິການຮ່ວມມືດ້ານເສດຖະກິດ ການຄ້າ ແລະເທັກນິກ ລະຫວ່າງ
ລາວກັບຈີນ ຄັ້ງທີ 7 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນທ້າຍເດືອນພຶດສະພາທີ່ຜ່ານມາ
ໄດ້ສິ້ນສຸດລົງດ້ວຍການທີ່ ທັງສອງຝ່າຍໄດ້ຕົກລົງ ທີ່ຈະເສີມຂະຫຍາຍການຮ່ວມມືທາງ
ເສດຖະກິດລະຫວ່າງກັນ ຢ່າງໃກ້ຊິດ ແລະ ຮອດ້ານ ໂດຍຈະຮ່ວມກັນສ້າງແຜນແມ່ບົດ
ວ່າດ້ວຍການຮ່ວມມືດ້ານເສດຖະກິດ ແລະເທັກນິກສະບັບໃໝ່ ໃຫ້ແລ້ວສຳເລັດພາຍໃນປີ
2015 ນີ້ ເພື່ອທີ່ວ່າ ຈະໄດ້ນຳໃຊ້ເປັນແຜນປະຕິບັດ ການຮ່ວມມື ລະຫວ່າງກັນໃນຊ່ວງປີ
2016 ຫາ 2020 ຕໍ່ໄປ.
ໂດຍກອງປະຊຸມຄັ້ງນີ້ ຍັງໄດ້ສະເໜີລາຍງານດ້ວຍວ່າ ໃນປີ 2014 ທີ່ຜ່ານມາ ການຄ້າ
ລະຫວ່າງລາວ ກັບຈີນ ໄດ້ຂະຫຍາຍຕົວເພີ້ມຂຶ້ນເຖິງ 31 ເປີເຊັນ ທຽບໃສ່ປີ 2013 ດ້ວຍ
ມູນຄ່າການຄ້າລວມເຖິງ 3,610 ລ້ານດອນລາ ຊຶ່ງໃນນີ້ ແບ່ງເປັນການສົ່ງອອກສິນຄ້າ
ຂອງລາວ ໄປຈີນ ໃນມູນຄ່າ 1,770 ລ້ານດອນລາ ເພີ້ມຂຶ້ນ 27 ເປີເຊັນ ທຽບກັບປີ 2013
ແລະລາວນຳເຂົ້າສິນຄ້າຈາກຈີນ ໃນມູນຄ່າ 1,840 ລ້ານດອນລາ ເພີ້ມຂຶ້ນ 7 ເປີເຊັນ
ທຽບໃສ່ປີ 2013 ຊຶ່ງກໍເຮັດໃຫ້ຄາດໝາຍວ່າ ການຄ້າລາວ-ຈີນ ຈະມີມູນຄ່າຫຼາຍກວ່າ
4,000 ລ້ານດອນລາ ໃນປີ 2015 ນີ້ອີກດ້ວຍ.
ສ່ວນການລົງທຶນຂອງບັນດາ ບໍລິສັດເອກະຊົນຈີນໃນລາວ
ທັງໃນສ່ວນ ທີ່ເປັນການລົງທຶນຂອງຈີນ ທັງ 100 ເປີເຊັນ ແລະ
ຮ່ວມທຶນກັບເອກະຊົນລາວນັ້ນ ກໍມີຢູ່ເຖິງ 758 ໂຄງການ ໂດຍ
ມີມູນຄ່າ ການລົງທຶນຮ່ວມກັນ ຫຼາຍກວ່າ 6,600 ລ້ານດອນລາ
ເມື່ອທ້າຍປີ 2014 ຊຶ່ງກໍເຮັດໃຫ້ທາງການລາວ ຄາດໝາຍວ່າ
ການລົງທຶນຂອງຈີນ ໃນລາວຈະມີມູນຄ່າລວມຫຼາຍກວ່າ 7,000
ລ້ານດອນລາໃນປີ 2015 ນີ້ ຢ່າງແນ່ນອນ ເນື່ອງຈາກວ່າ ໃນ
ໄລຍະ 3 ເດືອນທຳອິດກໍຄື ເດືອນມັງກອນ ເຖິງເດືອນມີນາ ທີ່
ຜ່ານມານີ້ ການລົງທຶນຂອງບໍລິສັດເອກະຊົນຈີນ ຢູ່ໃນລາວກໍໄດ້
ເພີ້ມຂຶ້ນອີກ ໃນມູນຄ່າ 139 ລ້ານດອນລາ ທີ່ເປັນການລົງທຶນ
ໃນພາກພະລັງງານ ແລະຂຸດຄົ້ນແຮ່ທາດ.
ແຕ່ຢ່າງໃດກໍຕາມ ສຳຫລັບໃນດ້ານການຄ້ານັ້ນ ລາວກໍຍັງເປັນຝ່າຍທີ່ຂາດດຸນການຄ້າ
ຕ່າງປະເທດ ມາໂດຍຕະຫລອດ ໂດຍກະຊວງອຸດສາຫະກຳ ແລະການຄ້າ ລາຍງານວ່າ
ໃນໄລຍະ 6 ເດືອນທຳອິດຂອງແຜນການປີ 2014 ຫາ 2015 ກໍຄືນັບແຕ່ເດືອນຕຸລາ
2014 ເຖິງເດືອນມີນາ 2015 ນີ້ ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ 4,220
ລ້ານດອນລາ ໂດຍແບ່ງເປັນການສົ່ງອອກໃນມູນຄ່າ 1,790 ລ້ານດອນລາ ແລະ ນຳເຂົ້າ
ສິນຄ້າຈາກຕ່າງປະເທດ ໃນມູນຄ່າ 2,430 ລ້ານດອນລາ ຄິດເປັນ 51.8 ເປີເຊັນ ຂອງ
ແຜນການປີ ແລະ ເພີ້ມຂຶ້ນເຖິງ 22.9 ເປີເຊັນ ທຽບໃສ່ແຜນການປີ 2013 ຫາ 2014 ທີ່
ຜ່ານມາ.
ສຳຫລັບໃນໄລຍະແຜນການປະຈຳປີ 2014 ຫາ 2015 ນີ້ ທາງການລາວ ໄດ້ວາງຄາດ
ໝາຍ ການຄ້າຕ່າງປະເທດໄວ້ ໃນມູນຄ່າລວມເຖິງ 8,868 ລ້ານດອນລາ ຊຶ່ງແບ່ງເປັນການ ສົ່ງອອກສິນຄ້າ ໄປຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມ ບໍ່ນ້ອຍກວ່າ 4,168 ລ້ານດອນລາ ແລະ ຄວບຄຸມການນຳເຂົ້າ ສິນຄ້າຈາກຕ່າງປະເທດ ໃຫ້ຢູ່ໃນ ມູນຄ່າລວມບໍ່ເກີນ 4,700 ລ້ານດອນລາ ເພື່ອເຮັດໃຫ້ລາວ ຂາດດຸນການຄ້າ ຕ່າງປະເທດ ບໍ່ເກີນ 532 ລ້ານດອນລາ.
ແຕ່ຢ່າໃດກໍຕາມ ການທີ່ທາງການລາວ ຈະສາມາດຄວບຄຸມ ການຂາດດຸນການຄ້າ
ຕ່າງປະເທດ ໃຫ້ໄດ້ຕາມແຜນການດັ່ງກ່າວນີ້ ກໍບໍ່ແມ່ນເລື້ອງງ່າຍ ດັ່ງທີ່ທ່ານພູເພັດ
ຄຳພູນວົງ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີລາວ ໄດ້ໃຫ້ການຊີ້ແຈງວ່າ:
“ສັງຄົມເຮົາ ປັດຈຸບັນນີ້ ເອີ້ນວ່າ ເປັນສັງຄົມທຸກຍາກ ແຕ່ກໍເຫັນວ່າ ຢູ່ໃນສັງຄົມເຮົາ ມີການນຳໃຊ້ສິນຄ້າ ແລະ ການບໍລິການທີ່ຫຼູຫຼາ ທີ່ຟຸມເຟືອຍຫຼາຍພໍສົມຄວນ ຄືພວກເຮົາເຫັນນຳກັນປະເພດລົດຍົນມີຂາຍຢ່າງຫຼວງຫຼາຍ ເປັນລົດທີ່ມີລາຄາແພງຊຶ່ງວ່າ ບັນດາປະເທດໃກ້ຄຽງບໍ່ທັນມີ ບາງທີຢູ່ບ້ານເຮົານີ້ ກະມີແລ້ວ ປະເພດເຫຼົ້າບໍ່ ຢາສູບບໍ່ ກະແມ່ນມີຢ່າງຫຼວງຫຼາຍ.”
ໂດຍລາວໄດ້ນຳເຂົ້ານ້ຳມັນເຊື້ອໄຟຫຼາຍກວ່າ 900 ລ້ານລິດໃນປີ 2013 ແລະ ເພີ້ມຂຶ້ນ
ເປັນເກືອບເຖິງ 1,000 ລ້ານລິດໃນປີ 2014 ແລະຄາດວ່າ ຈະນຳເຂົ້າຫຼາຍກວ່າ 1,200
ລ້ານລິດໃນປີ 2015 ນີ້.