ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່​ລາວ ອະ​ນຸ​ຍາດ​ໃຫ້ 2 ບໍ​ລ​ິ​ສັດ​ຈີນ ສ້າງ​ເຂື່ອນ ປາກ​ລາຍ ແລະ​ໂຮງ​ໄຟ​ຟ້າ ຫົງ​ສາ​ລິກ​ໄນ​ຕ໌ ກໍ​ຄືບ​ໜ້າ 90%


ໂຄງການ​ກໍ່​ສ້າງ​ໂຮງ​ໄຟຟ້າ​ຫົງ​ສາລິກ​ໄນ​ຕ໌ ກໍ​ຄືບໜ້າ​ໄປ​ແລ້ວ​ເກືອບ 90 ​ເປີ​ເຊັນ ຂອງ​ແຜນການ.
ໂຄງການ​ກໍ່​ສ້າງ​ໂຮງ​ໄຟຟ້າ​ຫົງ​ສາລິກ​ໄນ​ຕ໌ ກໍ​ຄືບໜ້າ​ໄປ​ແລ້ວ​ເກືອບ 90 ​ເປີ​ເຊັນ ຂອງ​ແຜນການ.

ກຸ່ມບໍລິສັດ​ຈາກ​ຈີນ 2 ລາຍ​ຈະ​ຮ່ວມ​ກັນ​ລົງທຶນ​ກໍ່ສ້າງ​ເຂື່ອນ
​ປາກ​ລາຍ​ເທິງ​ແນວ​ແມ່​ນ້ຳຂອງ ​ໃນ​ແຂວງ​ໄຊ​ຍະ​ບູລີ ສ່ວນ
​ການ​ກໍ່​ສ້າງ​ໂຮງ​ໄຟຟ້າ​ຫົງ​ສາລິກ​ໄນ​ຕ໌ ກໍ​ຄືບໜ້າ​ໄປ​ແລ້ວ​ເກືອບ
90 ​ເປີ​ເຊັນ ຂອງ​ແຜນການ.

ກອງ​ປະ​ຊຸມ​ປຶກສາ​ລະຫວ່າງ​ທາງ​ການ​ແຂວງໄຊ​ຍະ​ບູລີ ​ແລະ​ແຂວງ​ວຽງ​ຈັນ ກັບ​ຄະນະ
ຜູ້​ແທນ​ຂອງ​ກຸ່ມ​ບໍລິສັດ SINOHYDRO ​ແລະ​ກຸ່ມ​ບໍລິສັດ CIEC ຈາກ​ປະ​ເທດ​ຈີນ ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ເຂື່ອນ​ປາກ​ລາຍ​ເທິງ​ແນວ​ແມ່ນ້ຳຂອງ ​ໃນ​ເຂດ​ແຂວງ​ໄຊ​ຍະ​ບູລີ ທີ່​ຕໍ່​ເນື່ອງ​ເຖິງ​ເຂດ​ແຂວງ​ວຽງ​ຈັນ ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ ​ເມື່ອ​ບໍ່​ນານ​ມາ​ນີ້ ​ຢູ່​ທີ່​ຫ້ອງ​ວ່າ
ການ​ແຂວງ​ໄຊ​ຍະ​ບູລີ.

ໂດຍ​ການ​ປະຊຸມ​ປຶ​ກສາ​ຫາ​ລື​ໃນ​ຄັ້ງນີ້ ກຸ່ມ​ບໍລິສັດ​ຈາກ​ຈີນ​ທີ່​ຮັບຜິດຊອບ ​ໃນ​ການ​ສຶກສາ
ສຳ​ຫລວດ ​ແລະ​ອອກ​ແບບ​ການ​ກໍ່ສ້າງ​ ໂຄງການ​ທັງ​ໝົດ​ນັ້ນ ​ໄດ້​ລາຍ​ງານ​ໃຫ້​ກອງ​ປະຊຸມ​
ຮັບ​ຮູ້​ວ່າ ການ​ກໍ່ສ້າງ​ເຂື່ອນ​ປາກ​ລາຍ​ຈະ​ສົ່ງ​ຜົນ​ກະທົບ ​ແ​ລະ​ຕ້ອງຍົກຍ້າຍ​ປະຊາຊົນລາວ​
ອອກ​ໄປ ຈາກ​ເຂດ​ທີ່​ຈະ​ຖືກ​ນ້ຳຖ້ວມ​ຈຳນວນ 3,545 ຄົນ ​ໃນ 789 ຄອບຄົວ​ທີ່​ອາ​ໄສ​ຢູ່​
ໃນ​ເຂດ 3 ບ້ານ​ຂອງ​ເມືອງ​ປາກ​ລາຍ​ ​ແລະ 4 ບ້ານ​ໃນ​ເຂ​ດ​ເມືອງ​ແມດ ​ແຂ​ວງວຽງ​ຈັນ.

ສ່ວນ​ກ່ຽວ​ກັບ​ນາ​ເຂົ້າ ​ແລະ​ພື້ນ​ທີ່​ການ​ກະ​ເສດ​ທີ່​ຈະ​ຖື​ກນ້ຳຖ້ວມ​ຢ່າງ​ສິ້ນ​ເ​ຊິງ​ນັ້ນ ກໍ​ຄາດ​
ວ່າ​ຈະ​ມີ​ພື້ນ​ທີ່​ລວມກັນ​ບໍ່​ນ້ອຍ​ກວ່າ 7,770 ​ເຮັກຕາ ​ໂດຍ​ແບ່ງ​ເປັນ 4,850 ​ເຮັກຕາ​ ໃນ​
ເຂດ​ເມືອງ​ປາກ​ລາຍ ​ແລະ 2,920 ​ເຮັກ​ຕາ ​ໃນ​ເຂດ​ເມືອງ​ແມດ ທັງ​ຍັງ​ຈະ​ມີ​ຖະໜົນຫົນທາງ ​ເຖິງ 200 ກວ່າ​ບໍລິ​ເວນ ​ແລະວັດວາອາ​ຮາມ​ຕະຫລອດ​ຈົນ​ໂຮງ​ຮຽນ ​ແລະ​ອາຄານ​ສຳນັກງານ ຂອງ​ລັດຖະບານ​ລາວ​ຈຳນວນ​ໜຶ່ງ ທີ່​ຈະ​ຖືກ​ນ້ຳຖ້ວມ​ຢ່າງ​ສິ້ນ​ເຊິ​ງ.

ບໍລິເວນເຂດ ທີ່ຈະຮັບຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້າ ປາກລາຍ.
ບໍລິເວນເຂດ ທີ່ຈະຮັບຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້າ ປາກລາຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກຸ່ມ​ບໍລິສັດ​ຈີນ​ທັງ 2 ກຸ່ມ​ດັ່ງກ່າວ ກໍໄດ້​ໃຫ້ການ
ຢືນຢັນ​ຕໍ່​ກອງ​ປະຊຸມ​ວ່າ​ພ້ອມ​ແລ້ວ ທີ່​ຈະ​ຮ່ວມ​ກັນ​ລົງທຶນ​ໃນ​ມູນ​ຄ່າ
​ລວມ 1,800 ລ້ານດອນ​ລາ​ເພື່ອ​ກໍ່ສ້າງ​ເຂື່ອນ​ປາກ​ລາຍ ຊຶ່ງ​ມີ​ຂະ
ໜາດ​ຕິດຕັ້ງ 770 ​ເມ​ກະ​ວັດ ​ໂດຍ​ຕົວ​ເຂື່ອນ​ສູງ 51 ແມັດ​ເໜືອ
​ລະດັບ​ນ້ຳຂອງ ​ແລະ 240 ​ແມັດ​ເໜືອ​ລະດັບນ້ຳທະ​ເລ ສ່ວນ​ອ່າງ
​ເກັບ​ກັກ​ນ້ຳຈະ​ມີ​ລວງ​ຍາວ​ຕາມ​ແນວ​ແມ່​ນ້ຳຂອງ​ເຖິງ 110 ກິ​ໂລ
​ແມັດ ​ແລະ​ຕັ້ງຢູ່​ຕອນ​ໃຕ້​ຂອງ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ ປະມານ
130 ກິ​ໂລ​ແມັດ ​ໂດຍ​ມີ​ສັນຍາ​ສຳ​ປະທານ​ ຂອງ​ໂຄງການ​ເປັນ
​ລະຍະ​ເວລາ​ລວມ​ເຖິງ 30 ປີ.

ໂດຍ​ນອກຈາກ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ​ແລະ​ເຂື່ອນ​
ປາ​ກລາຍ​ດັ່ງກ່າວ​ແລ້ວ ຍັງ​ມີ​ໂຮງໄຟຟ້າ​ຫົງ​ສາລິກ​ໄນ​ຕ໌ ຂະ
ໜາດ​ຕິດຕັ້ງ 1,878 ​ເມ​ກະ​ວັດ ທີ່​ກຳລັງ​ດຳ​ເນີນ​ການກໍ່ສ້າງ
​ຢູ່​ໃນ​ເຂດ​ແຂວງ​ໄຊ​ຍະ​ບູລີ ເຊັ່ນ​ດຽວ​ກັນ ຊຶ່ງ​ລາຍ​ງານຫຼ້າສຸດ
ຂອງ​ທາງ​ການ​ລາວ ​ກໍ​ໄດ້​ລະບຸ​ວ່າການ​ກໍ່ສ້າງ​ໂຮງ​ໄຟຟ້າ​ຫົງ​ສາ
ລິກໄນ​ຕ໌ ​ໄດ້​ຄືບ​ໜ້າ​ໄປ​ແລ້ວ​ເກືອບ 90 ​ເປີ​ເຊັນ ຂອງ​ແຜນ
ການ ຈຶ່ງ​ເຊື່ອ​ໝັ້ນວ່າການ​ກໍ່ສ້າງ​ຈະ​ແລ້ວ​ສຳ​ເລັດ​ສົມບູນ ​ແລະ
​ສາມາດ​ສົ່ງ​ກະ​ແສ​ໄຟຟ້າ ​ຂາຍໃຫ້​ໄທ​ໄດ້ ​ຕາມ​ແຜນການ​ທີ່​
ວາງ​ໄວ້​ໃນ​ປີ 2016 ຢ່າງ​ແນ່ນອນ.

ໂຮງ​ໄຟຟ້າ​ຫົງ​ສາລິກ​ໄນ​ຕ໌ ​ເປັນ​ການ​ຮ່ວມ​ທຶນ​ລະຫວ່າງ​ລັດວິ​ສາ​ຫະກິດ​ຖື​ຫຸ້ນ ​ໃນ​ສັງກັດ​
ກະຊວງ​ການ​ເງິນ​ຂອງ​ລາວ​ທີ່​ຮ່ວມ​ທຶນ​ໃນ​ສັດ​ສ່ວນ 20 ​ເປີ​ເຊັນ ​ແລະ​ກຸ່ມ​ບໍລິສັດ​ບ້ານ​ປູ​
ຈຳກັດ (ມະຫາຊົນ​) ກັບ​ກຸ່ມ​ບໍລິສັດ​ຜະລິດ​ໄຟຟ້າ​ຣາຊະ​ບຸຣີຈຳກັດ (ມະຫາຊົນ) ຈາກ​ປະ
​ເທດ​ໄທ ທີ່​ລົງທຶນ​ໃນ​ສັດສ່ວນ​ຝ່າຍ​ລະ 40 ​ເປີ​ເຊັນ ຂອງ​ມູນ​ຄ່າ​ການ​ລົງທຶນ​ລວມ 3,700
ລ້ານ​ດອນ​ລາ ​ໂດຍ​ໂຮງ​ໄຟຟ້າ​ດັ່ງກ່າວ​ນີ້ ຈະ​ສົ່ງ​ພະລັງງານ​ໄຟຟ້າ​ຂາຍ​ໃຫ້​ກັບ​ການ​ໄຟຟ້າ​
ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ​ໃນ​ປະລິມານ 1,478 ເມ​ກະ​ວັດ ສ່ວນ​ທີ່​ເຫລື​ອ
400 ​ເມ​ກະ​ວັດ ກໍ​ຈະ​ຂາຍ​ໃຫ້​ກັບ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ (EDL) ​ເປັນ​ເວລາ 25 ປີ ​
ໂດຍ​ນັບ​ຈາກ​ປີ 2016 ​ເປັນຕົ້ນ​ໄປ.

ທັງ​ນີ້​ໂດຍ​ລັດຖະບານ​ລາວ​ຄາດ​ຫວັງ​ວ່າການ​ກໍ່ສ້າງ​ເຂື່ອນ​ໃນ​ລາວ ຈະ​ຊ່ວຍ​ລົບ​ລ້າງ​ບັນຫາ​ ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ລາວ​ໃນ​ເຂດ​ຊົນນະບົດ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ​ດັ່ງ​ທີ່​ທ່ານ​ດາ​ວົງ ພອນ​ແກ້ວ ຫົວໜ້າ​ກົມ​ນະ​ໂຍບ​າຍ ​ແລະ​ແຜນ​ພະລັງ​ງານ ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“​ເວລາ​ເຮົາ​ພັດທະນາ​ເຂື່ອນ​ໄຟຟ້າ​ນ້ຳຕົກ ມັນ​ຊ່ວຍ​ໃນ​ການ​ພັດທະນາ​ເຂດ​ຊົນ
ນະບົດ ​ເພາະວ່າ​ໂຄງການ​ໄຟຟ້າ​ນ້ຳຕົກ​ນີ້ ສິ​ໄປ​ຕັ້ງຢູ່​ຊົນນະບົດ​ຫ່າງ​ໄກ​ສອກ​ຫລີກ ສະນັ້ນ ຄັນ​ມີ​ໂຄງການ​ຢູ່​ຈຸດ​ໃດ ຜົນ​ພອຍ​ໄດ້​ກໍ​ຕາມ​ມາ ​ເພາະວ່າ​ເຮົາ​ບໍ່​ໄດ້​ແຕ່​ໄຟຟ້າ ​ເຮົາ​ສິ​ໄດ້​ຖະໜົນ​ຫົນທາງ ຮັກສາ​ແຫ​ລ່ງນ້ຳ​ໄວວ້​ໃຊ້​ໃນ​ລະດູ​ແລ້ງ ສາມາດ​ລ້ຽງ​ປາ​ໄດ້ ​ເປັນ​ແຫ​ລ່ງອາຫານຫຼື​ເປັນ​ເຂດ​ທ່ອງ​ທ່ຽວ.”

​ໃນ​ປັດຈຸບັນ​ນີ້ ລາວ​ມີ​ເຂື່ອນ​ທີ່​ຜະລິດ​ກະ​ແສ​ໄຟຟ້າ​ແລ້ວຈຳນວນ 24 ​ໂຄງການ ສ່ວນ​ທີ່​
ກຳລັງ​ກໍ່ສ້າງ​ມີ​ຢູ່ 38 ​ໂຄງການ​ແລະ​ອີກ 100 ​ໂຄງການ​ນັ້ນ ກຳລັງ​ຢູ່​ໃນ​ຂັ້ນຕອນຂອງການ ສຶກສາ​ສຳ​ຫລວດ​ອອກ​ແບບ ຫຼື ສະແຫວ​ງຫາ​ເງິນທຶນ​ເພື່ອ​ນຳ​ໃຊ້​ໃນ​ການ​ກໍ່ສ້າງ​ຕໍ່​ໄປ ​ໂດຍ​ລັດຖະບານ​ລາວ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ເພີ່ມຄວາມ​ອາດ​ສາມາດ​ໃນ​ການ​ຜະລິດ​ພະລັງງານ​ໄຟຟ້າ​ຈາກ 3,200 ​ເມ​ກະ​ວັດ ​ໃນ​ປັດຈຸບັນ​ເປັນ 12,500 ​ເມ​ກະ​ວັດ ​ໃນ​ປີ 2020.

XS
SM
MD
LG