ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດ ຈີນ ຈະສົ່ງດາວທຽມ ໜ່ວຍທຳອິດຂອງ ລາວ ຂຶ້ນສູ່ ອາວະກາດ


ລັດຖະບານ ລາວ ແລະ ຈີນ ຕົກລົງກັນໃນການສົ່ງດາວທຽມ ໜ່ວຍທຳອິດຂອງ ລາວ ຂຶ້ນສູ່ ອາວະກາດ ໃນທ້າຍ ປີ 2015 ນີ້.
ລັດຖະບານ ລາວ ແລະ ຈີນ ຕົກລົງກັນໃນການສົ່ງດາວທຽມ ໜ່ວຍທຳອິດຂອງ ລາວ ຂຶ້ນສູ່ ອາວະກາດ ໃນທ້າຍ ປີ 2015 ນີ້.

ບໍລິສັດ​ຈີນ ກຳນົດທີ່ຈະ​ສົ່ງ​ດາ​ວທຽມ​ດວງ​ທຳ​ອິດ​ຂອງ​ລາວ ຂຶ້ນສູ່​ວົງ​ໂຄຈອນ ​ໃນ​ທ້າຍ​ເດືອນ​ພະຈິກ​ປີ​ນີ້ ​ເພື່ອ​ເປັນ​ການສະ​ເຫຼີມ ສະຫຼອງ​ ​ໃນ​ໂອກາດ​ການ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີ ​ໃນ​ວັນ​ທີ 2 ທັນວາ​ນີ້.

ທ່ານ​ ຫຽມ ພົມມະຈັນ ລັດຖະມົນຕີ​ວ່າການ ກະຊວງ​ໄປສະນີ ​ແລະ ​ໂທລະ​ຄົມມະນາຄົມ ​ໃຫ້ການ​ຢືນຢັນ​ວ່າ ບໍລິສັດ China APMT ​ແລະ​ບໍລິສັດ​ອຸດສາຫະກຳ ກຳ​ແພງ​ຍັກ​ແຫ່ງປະ​ເທດ ​ຈີນ ຊຶ່ງ​ເປັນ​ບໍລິສັດ ທີ່​ຮັບຜິດຊອບ ​ໃນ​ກາ​ນສ້າງ​ດາວ​ທຽມ​ດວງ​ທຳ​ອິດ​ຂອງ​ລາວ ​ໄດ້​ມີ​ກຳນົດ​ການ​ຢ່າງ​ຄັກ​ແນ່​ແລ້ວ​ວ່າ ຈະ​ດຳ​ເນີນ​ການ​ສົ່ງ​ດາວທຽມ​ດວງ​ທຳ​ອິດ​ຂອງ​ລາວ​ຂຶ້ນສູ່​ວົງ​ໂຄຈອນ ​ໃນ​ທ້າຍເດືອນ​ພະຈິກ 2015 ນີ້ ​ເພື່ອ​ເປັນ​ການສະ​ເຫຼີມສະຫຼອງ ​ໃນ​ໂອກາດ​ການ​ສະຖາປະນາ ສປປ ລາວ​ຄົບຮອບ 40 ປີ ​ໃນ​ວັນ​ທີ 2 ທັນວາ​ປີ​ນີ້.

ຮູບພາບຂອງຈະຫຼວດ ທີ່ຈະນຳດາວທຽມໜ່ວຍທຳອິດຂອງ ລາວ ຂຶ້ນສູ່ອາວະກາດ
ຮູບພາບຂອງຈະຫຼວດ ທີ່ຈະນຳດາວທຽມໜ່ວຍທຳອິດຂອງ ລາວ ຂຶ້ນສູ່ອາວະກາດ

​ໂດຍ​ກ່ອນ​ໜ້າ​ນີ້ ທ່ານ ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ​ຄະນະ ກໍ​ໄດ້​ເດີນທາງ​ໄປ​ຢ້ຽມ ຢາມ​ປະ​ເທດ​ຈີນ ຢ່າງ​ເປັນ​ທາງ​ການ ​ແລະ​ໄດ້​ຖື​ໂອກາດ​ເດີນທາງ​ໄປ​ຢ້ຽມ​ຊົມ​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ ​ແລະ​ການ​ຕຽມ​ຄວາມ​ພ້ອມ​ ໃນ​ການ​ສົ່ງດາວ​ທຽມ​ດວງ​ທຳ​ອິດ​ຂອງ​ລາວ ຂຶ້ນສູ່​ວົງ​ໂຄຈອນ​ດັ່ງ ກ່າວມາ​ແລ້ວ​ເມື່ອ​ວັນ​ທີ 2 ກັນຍາ 2015 ທີ່​ຜ່ານ​ມາ ຊຶ່ງ​ກໍ​ພົບ​ວ່າ ການ​ດຳ​ເນີນ​ງານ​ໄດ້​ເປັນ​ໄປ ຕາມ​ແຜນການ​ທີ່​ວາງ​ໄວ້ ​ໃນ​ທຸກ​ດ້ານດັ່ງ​ທີ່ ທ່ານ​ ສົມ​ສະຫວາດ ​ເລັ່ງ​ສະຫວັດ ຮອງ​ນາຍົກລັດຖະ ມົນຕີ ຜູ້​ຊີ້​ນຳ​ຂົງ​ເຂດ​ເສດຖະກິດການ​ຜະລິດ ​ແລະ ຈະລາຈອນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ຕາມ​ແຜນການ​ທີ່​ວາງ​ໄວ້ ດາວ​ທຽມ​ດວງ​ນີ້​ນິ ຈະ​ໄດ້​ສົ່ງ​ຂຶ້ນ​ເພື່ອ​ສະຫຼອງ ສປປ ລາວ 40 ປີ ຂ້າພະ​ເຈົ້າ​ໄດ້​ຕິດຕາມ​ປະທານ​ປະ​ເທດ ​ໄປຢາມ​ຮອດ​ບ່ອນ​ເຂົາ​ກຽມ​ຕົວ​ດາວ​ທຽມ​ຫັ້ນ​ແຫລະ ກັບ​ລູກ​ສອນ​ໄຟ ​ເຂົາກໍ​ຢືນຢັນ​ກັບ​ຜູ້ນຳ​ເດ້ ວ່າ​ແມ່ນ​ຈະ​ຖື​ວ່າ​ເປັນ​ເຫດການ​ປະຫວັດສາດ ທີ່​ສົ່ງ​ຂຶ້ນ​ໃນ​ເວລາ​ນັ້ນ.”

ການ​ສ້າງ​ແລະ​ສົ່ງ​ດາວ​ທຽມ​ດວງ​ທຳ​ອິດ​ຂອງ​ລາວ ຂຶ້ນ​ສູ່​ວົງ​ໂຄຈອນ​ດັ່ງກ່າວ ຖື​ເປັນ​ພາກ ສ່ວນ​ໜຶ່ງ​ຂອງ​ການ​ຮ່ວມ​ມື ​ໃນ​ການ​ພັດທະນາ​ເທັກ​ໂນ​ໂລ​ຈີ້​ດ້ານ​ຂໍ້​ມູນ​ຂ່າວສານ ລະຫວ່າງ​ລັດຖະບານ​ລາວ ກັບ​ຈີນ ທີ່​ໄດ້​ລົງ​ນາມ​ຮ່ວມ​ກັນ​ໃນ​ປີ 2011 ຊຶ່ງ​ລັດຖະບານ​ຈີນ​ໄດ້​ຕົກລົງ ​ໃຫ້​ເງິນ​ກູ້​ແກ່​ລັດຖະບານ​ລາວ ​ໃນ​ມູນ​ຄ່າ 254 ລ້ານ​ໂດ​ລາ ສຳ​ຫລັບ​ເປັນ​ຄ່າ​ຈ້າງ​ບໍລິສັດ​ຈີນ ​ໃນ​ການ​ສ້າງ ​ແລະ​ສົ່ງ​ດາວ​ທຽມ​ດວງ​ງທຳ​ອິດ​ຂຶ້ນສູ່​ວົງ​ໂຄຈອນ​ດັ່ງກ່າວ.

ນອກຈາກ​ນັ້ນ ລັດຖະບານ​ລາວ​ຍັງ​ມີ​ແຜນການ ທີ່​ຈະ​ສ້າງດາວ​ທຽມ​ດວງ​ທີ 2 ​ເພື່ອ​ໃຫ້​ຄົບ​ຖ້ວນ​ຕາມ​ທີ່​ໄດ້​ຮັບ​ສິດ​ຈາກ​ອົງການ​ດາວ​ທຽມ​ສາກົນ​ອີກ​ດ້ວຍ ​ໂດຍ​ຈະ​ເປັນ​ການ​ຮ່ວມ​ທຶນ​ລະຫວ່າງ​ທາງ​ການ​ລາວ ກັບ​ບໍລິສັດ​ເອກະ​ຊົນ​ຈີນ ຊຶ່ງ​ຄາດໝາຍ​ວ່າ ຈະ​ຕ້ອງ​ໃຊ້​ເງິນ​ລົງທຶນ​ໃນ​ມູນ​ຄ່າ​ເຖິງ 960 ລ້ານ​ໂດ​ລາ ​ເນື່ອງ​ຈາກ​ວ່າ ​ເປັນ​ດາວ​ທຽມ​ທີ່​ມີ​ເຖິງ 36 ຊ້ອງ​ສັນຍານ ​ໃນ​ການ​ຮັບ-ສົ່ງ​ສັນຍານ​ໂທລະພາບ ​ແລະ​ໂທລະສັບ ຈຶ່ງ​ຕ້ອງ​ໃຊ້​ເງິນ​ລົງທຶນ​ສູງ​ກວ່າ ດາວ​ທຽມ​ດວງ​ທຳ​ອິດ ຂອງ​ລາວ​ນັ້ນ​ເອງ.

ອີກ​ດ້ານ​ໜຶ່ງ ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ລົງມະຕິ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ຕ້ານ ​ແລະ​ສະກັດ​ກັ້ນອາຊະຍາ​ກຳ ທາງ​ລະບົບ​ຄອມ​ພິວ​ເຕີ້ ​ໃນໂອກາດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 9 ທີ່​ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃນ​ຊ່ວງ​ເດືອນ​ກໍລະກົດ ທີ່​ຜ່ານ​ມາ ​ໂດຍ​ຮ່າງ​ກົດໝາຍ​ສະບັບ​ນີ້ ​ເປັນຄວາມ​ຮັບຜິດຊອບ ຂອງ​ກະຊວງ​ໄປສະນີ ​ແລະ​ໂທລະ​ຄົມມະນາຄົມ ຊຶ່ງ​ປະກອບ​ດ້ວຍ 9 ພາກ 2 ໝວດ ​ແລະ 60 ມາດຕາ ທີ່​ແນ​ໃສ່​ການ​ປ້ອງ​ກັນ​ຜົນ​ກະທົບຕໍ່​ຄວາມ​ສະຫງົບ​ຮຽບຮ້ອຍ ​ແລະຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ລາວ ຊຶ່ງ​ຈະ​ເກີດ​ຈາກ​ອາ​ຊະ​ຍາ​ກຳ ທາງ​ລະບົບ​ຄອມ​ພິວ​ເຕີ້ ​ໃນ​ທຸກ​ຮູບ​ແບບ​ເປັນ​ສຳຄັນ.

​ໂດຍ​ສະ​ເພາະ ​ແມ່ນ​ການ​ກວດກາ​ ການ​ນຳ​ໃຊ້​ສື່​ສັງຄົມ Social Media ​ໃນ​ລະບົບ Internet ຊຶ່ງ​ມີ​ການ​ຮັບ-ສົ່ງ​ຂໍ້​ມູນ-ຂ່າວສານ ລະຫວ່າງ​ກັນ ຕະຫຼອດ​ເວລາ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ມີ​ການ​ເພີ້​ມມາດ​ຕະການ​ເຂັ້ມງວດຫຼາຍຂຶ້ນ ​ເພາະ​ປາກົດ​ວ່າ ​ໄດ້​ມີ​ການ​ນຳ​ໃຊ້​ສື່​ສັງຄົມ ​ໄປ​ໃນ​ທາງ​ທີ່​ບໍ່​ສ້າງສັນຫຼາຍຂຶ້ນນັບ​ມື້ ທັງ​ຍັງ​ມີ​ການ​ໃຫ້​ຂ່າວສານ ​ແລະ​ຂໍ້​ມູນ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ຈາກ​ການ​ດຳ​ເນີນ​ມາດ​ຕະການ​ກວດກາ​ ໃນ​ລະຍະ​ທີ່​ຜ່ານ​ມາ ກໍ​ຍັງ​ພົບ​ວ່າ ມີ​ການ​ນຳ​ໃຊ້​ສື່​ສັງຄົມ ອິນ​ເຕີ​ເນັດ ​ໄປ​ໃນ​ທາງ​ຂອງ​ການ​ວິພາກ​ວິຈານທາງ​ການ​ເມືອງ​ໃນ ລາວ ​ແລະໃສ່​ຮ້າຍ​ປ້າຍ​ສີ ການ​ນຳ​ໃນ​ພັກປະຊາຊົນ​ປະຕິວັດ​ລາວ ​ແລະ​ລັດຖະບານ​ ອັນ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ໄດ້ອີກ​ດ້ວຍ ​ເພາະສະນັ້ນ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ມີ​ການ​ດຳ​ເນີນ ມາດ​ຕະການ​ປິດກັ້ນ ​ສື່​ສັງຄົມອິນ​ເຕີ​ເນັດ ດັ່ງກ່າວ​ຢ່າງ​ເຂັ້ມງວດ​ທີ່​ສຸດ ​ໃນ​ລະຍະ​ຕໍ່​ໄປ​ນີ້ ​ໂດຍ​ນຳ​ໃຊ້​ດາວ​ທຽມ​ດວງ​ທຳ​ອິດ​ຂອງ​ລາວ​ນັ້ນ​ເອງ.

XS
SM
MD
LG