ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະທານ​ປະ​ເທດ​ຈີນ ​ໝາຍ​ໝັ້ນ​ຕັ້ງ​ໃຈ​ ທີ່​ຈະ​ປະຕິ​ຮູບ​ລະບົບກົດໝາຍ ຂອງປະເທດ


ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ທີ່​ປັກ​ກິ່ງ
ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ທີ່​ປັກ​ກິ່ງ

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ໃຫ້ການຢືນຢັນຕໍ່​ຄວາມ
​ໝາຍ​ໝັ້ນ​ຕັ້ງ​ໃຈ​ຂອງ​ທ່ານ ທີ່​ຈະ​ປະຕິ​ຮູບ​ລະບົບກົດໝາຍຂອງ
ປະເທດ ທີ່ໄດ້ຮັບຄວາມເສຍຫາຍ ຈາກການສໍ້ລາດບັງ ຫຼວງ​
​ແຕ່ຂະນະດຽວກັນ ກໍກ່າວຢ້ຳ​ວ່າ ​ພັກ​ຄອມ​ມຸຍນີສຈະ​ບໍ່ຍອມ
ສູນ​ເສຍການຄວບຄຸມສານ ຕ່າງໆ.

​ຄະດີ​ໃຫຍ່ໆ​ທີ່​ມີ​ຊື່​ສຽງຈຳນວນນຶ່ງ ທີ່​ນຳ​ໄປ​ສູ່ການຕັດສິນ​ລົງ​ໂທດ
​ຜິດ​ໆຢ່າງ​ຕໍ່​ເນື່ອງ​ນັ້ນ ​ໄດ້ ຄ່ອຍໆທຳລາຍ​ຄວາມ​ເຊື່ອ​ໝັ້ນຂອງ
ສາ​ທະ​ລະນະຊົນ ​ໃນ​ລະບົບ​ຕຸລາການ​ຂອງ​ຈີນ ​ທີ່ມີ​ອັດ ຕາ​ໃນ
​ການ​ລົງ​ໂທດ​ເກືອບ 100 ເປີ​ເຊັນ ​ແລະ​ໄດ້ກາງຕໍ່ມາເປັນເວລາ
ດົນນານແລ້ວ ຕໍ່​ການ​ບັງຄັບ​ໃຫ້​ຮັບສາລະພາບນັ້ນ.

​ໃນ​ການກ່າວຄຳປາ​ໄສໃນ​ສັບປະດາ​ນີ້ ປະທານ​ປະ​ເທດ Xi ຮັບ​ຮູ້​ເຖິງ​ການປະຕິບັດໜ້າທີ່
ທີ່ຂາດຕົກບົກຜ່ອງ “ຮວມທັງການຕັດສິນລົງໂທດທີ່ບໍ່ເປັນທຳແລະຜິດພາດ” ທີ່ຍັງສືບຕໍ່ເປັນ ບັນຫາ ອິງຕາມລາຍງານຂອງອົງການຂ່າວຊິນຫົວ ຂອງທາງການຈີນ.

ຖ້າບັນຫາທັງຫຼາຍເຫລົ່ານີ້ ຫາກບໍ່ໄດ້ຮັບການແກ້ໄຂ “ໃນເວລາອັນຄວນແລ້ວນັ້ນ” ຜູ້ນຳຂອງ
ພັກ​ຄອມ​ມຸຍນີສ ໄດ້ກ່າວວ່າ “ມັນຈະຂັດຂວາງຕໍ່ການສ້າງຄວາມກ້າວໜ້າ ໃນການ ປົກຄອງ
ດ້ວຍຕົວບົດກົດໝາຍ ແລະສ້າງຄວາມເສຍຫາຍໃຫ້ແກ່ຄວາມເປັນທຳແລະຄວາມຍຸດຕິທຳ
ຂອງສັງຄົມ.”

ແຕ່ທ່ານ Xi ກໍໄດ້ກ່າວເນັ້ນວ່າ ທາງພັກຄອມມຸຍນິສ ຈະສືບຕໍ່ໃຊ້ສິດອຳນາດເໜືອສານ​ຕ່າງໆ ໂດຍກ່າວວ່າ “ນີ້ແມ່ນເປັນຕົວແທນຂອງລັກສະນະພິເສດຂັ້ນພື້ນຖານ​ແລະການ
ໄດ້ປຽບທາງການເມືອງຂອງລະບົບຕຸລາການສັງຄົມນິຍົມ.”

XS
SM
MD
LG