ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ແລະຈີນ ສ້າງຕັ້ງສາຍດ່ວນ ລະຫວ່າງກັນ ຕື່ມອີກ


ກຳປັ່ນ ຂອງໜ່ວຍຍາມຝັ່ງຈີນ ພວມໄລ່ກຳປັ່ນຫວຽດນາມ ຫຼັງຈາກກຳປັ່ນທັງສອງຝ່າຍ ຢູ່ຫ່າງຈາກຖານເຈາະນ້ຳມັນ Haiyang Shiyou 981 ຫຼື HD-981 ໃນທະເລຈີນໃຕ້ (15 ກໍລະກົດ 2014)
ກຳປັ່ນ ຂອງໜ່ວຍຍາມຝັ່ງຈີນ ພວມໄລ່ກຳປັ່ນຫວຽດນາມ ຫຼັງຈາກກຳປັ່ນທັງສອງຝ່າຍ ຢູ່ຫ່າງຈາກຖານເຈາະນ້ຳມັນ Haiyang Shiyou 981 ຫຼື HD-981 ໃນທະເລຈີນໃຕ້ (15 ກໍລະກົດ 2014)

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ທ່ານ Phung Quang Thanh ກ່າວ​ວ່າ ທ່ານ​ແລະ​ຄູ່​ຕຳ​ແໜ່​ງຈາກ​ຈີນ ​ໄດ້​ຕົກລົງ​ກັນ​ຈັດ​ຕັ້ງ ໂທລະສັບ​ສາຍ​ດ່ວນ​ໂດຍ​ກົງກັນ​ຂຶ້ນ ​ເປັນ​ສາຍ​ທີ​ສອງ​ໃນ​ຮອບ 2 ປີ “ເພື່ອ​ຄວບ​ຄຸມ​ເຫດການ​ທີ່​ເປັນ​ໄປ​ໄດ້​ໃນ​ທະ​ເລ ທີ່​ອາດ​ຈະ​ພາ​ໃຫ້​ເກີດ ວິ​ກິດ​ການ​ຕ່າງໆ​ຂຶ້ນ​ນັ້ນ.”

​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ສຸດ​ກອງທັບ​ຫວຽດນາມ ​ໄດ້​ປະກາດ​ເລື້ອງ​ນີ້​ໄປ​ຍັງ​ສາຂາ​ສື່​ມວນ​ຊົນ​ໃນ​ທ້ອງ​ຖິ່ນ ​ແລະ​ສື່​ມວນ​ຊົນ​ແຫ່ງ​ລັດ​ໃນ​ວັນ​ຈັນ​ມື້ກ່ອນ ນີ້ 2 ມື້​ຫຼັງ​ຈາກ​ຜູ້ກ່ຽວ​ເສັດ​ສິ້ນ​ການ​ຢ້ຽມຢາມ​ນະຄອນຫຼວງ​ປັກ​ກິ່ງ ທີ່​ບໍ່​ໄດ້​ປະກາດ​ໃຫ້​ຊາບ​ລ່ວງ​ໜ້າ​ນັ້ນ.

​ແຕ່​ຝ່າຍ​ຈີນ​ຍັງ​ບໍ່​ທັນ​ໄດ້​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ໃດໆ​ອອກ​ມາ​ໃຫ້​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຄັ້ງ​ຫຼ້າ​ສຸດ​ນີ້ ຊຶ່ງ​ບັນ​ດາ​ນັກ​ສັງ​ເກດ​ການ​ກ່າວ​ວ່າ ສາມາດ​ຊ່ອຍ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ ລະຫວ່າງ​ສອງ​ຝ່າຍ​ລົງ​ໄດ້​ນັ້ນ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ມີ​ຂຶ້ນ​ໃນ​ເວລາ 5 ​ເດືອນ​ຫຼັງ​ຈາກ​ສອງ​ຝ່າຍ​ໄດ້​ປະ​ເຊີນ​ໜ້າ​ກັນ ກ່ຽວ​ກັບ​ການ​ຍົກຍ້າຍຖານ​ເຈາະ​ຂອງບໍລິສັດນ້ຳມັນ ຍັກໃຫຍ່​ຂອງ​ຈີນ ເຂົ້າໄປ​ຍັງ​ເຂດ​ນ່ານນ້ຳ ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ​ໃນ​ທະ​ເລ​ຈີນ​ໃຕ້ຊຶ່ງ​ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ວິ​ກິດ​ການ​ດ້ານ​ການ​ທູດ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດໃນ​ຮອບ​ຫລາຍ​ປີຜ່ານມາ.

XS
SM
MD
LG