ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ແລະ ຊາວວີເກີ ມີຄຳຖະແຫລງ ທີ່ແຕກຕ່າງກັນ ເລື້ອງຄວາມບໍ່ສະຫງົບ ຢູຊີນຈຽງ (ວີດີໂອ)


ແຜນທີ່ ເຂດເມືອງ Urumqi ແຂວງ Xinjiang ປະເທດຈີນ.
ແຜນທີ່ ເຂດເມືອງ Urumqi ແຂວງ Xinjiang ປະເທດຈີນ.

ລັດຖະບານ​ຈີນ ​ແລະ ບັນດາກຸ່ມ Uighur ທີ່​ລີ້​ໄພ​ຢູ່​ນອກ
​ປະ​ເທດ ​ໄດ້​ໃຫ້​ຄຳ​ອະທິບາຍ​ ທີ່​ແຕກ​ຕ່າງ​ກັນ ກ່ຽວ​ກັບວ່າ
​ແມ່ນອັນ​ໃດ​ທີ່​ໄດ້​ນຳໄປ​ສູ່​ຄວາມ​ບໍ່​ສະຫງົບຫຼ້າສຸດ ທີ່​ເກີ​ດ
ຂຶ້ນຢູ່ໃນ ​ເຂດ Xinjiang ທີ່​ມີ​ບັນຫາ​ ບ່ອນ​ທີ່​ມີຫຼາຍໆຄົນ
ໄດ້ເສຍຊີວິດ​ໄປ ໃນອາທິດ​ນີ້.

Xinhua ອົງການ​ຂ່າວທາງ​ການ ຂອງ​ຈີນ ກ່າວ​ວ່າ ຄວາມ
​ຮຸນ​ແຮງ​ ເລີ້ມ​ຂຶ້ນ ​ເວລາ​ຝຸງ​ຊົນ​ທີ່ຖື​ມີດແລະ​ຂວັນເປັນ​ອາວຸດ
​ໄດ້ເຂົ້າ​ໂຈມ​ຕີ ສະຖານີ​ຕຳຫລວດແຫ່ງ​ນຶ່ງ ພ້ອມກັບ​ຫ້ອງການ​
ລັດ ​ແລະ ພົນລະ​ເມືອງ​ ຫຼາຍໆ​ແຫ່ງ ຢູ່ 2 ​ເມືອງນ້ອຍ​ ​ໃນເຂດ
ຫົວ​ເມືອງ Shache ​ເຮັດ​ໃຫ້ມີ​ພົນລະ​ເຮືອນ ຫຼາຍສິບ​ຄົນ​ເສຍ
​ຊີວິດ ​ໃນ​ວັນ​ຈັນ​ຜ່ານ​ມາ.

ອົງການ​ຂ່າວ Xinhua ກ່າວ​ວ່າ ຕຳຫລວດ​ໄດ້​ຍິງ​ຕອບ​ໂຕ້​ ​ເຮັດ​ໃຫ້ ຫຼາຍສິບ​ຄົນ ​ໃນ​ກຸ່ມ
ຝຸງ​ຊົນທີ່​ທຳ​ການ​ໂຈມ​ຕີນັ້ນ ​ເສຍ​ຊີວິດ. ​ຊິນ​ຫົວ ກ່າວ​ຕື່ມ​ວ່າ ການ​ສືບສວນ​ສອບ​ສວນ
​ຂັ້ນຕົ້ນ ຊີ້​ບອກວ່າ ​ເຫດຮ້າຍ​ດັ່ງ ກ່າວ ແມ່ນ​ເປັນ ​“ການໂຈມ​ຕີຂອງ​ພວກກໍ່​ການ​ຮ້າຍ​
ທີ່​ໄດ້​ມີ​ການວາງແຜນ​ໄວ້​ລ່ວງ​ໜ້າ​”
ຊຶ່ງ​ເປັນ​ຄຳ​ເວົ້າທີ່ ປັກ​ກິ່ງ​ນຳ​ໃຊ້​ໂດຍ​ທົ່ວ​ໄປ ​ໃນ
​ການ​ບັນ​ລະ​ຍາຍ ​ເຫດການ​ກໍ່ຄວາມ​ບໍ່​ສະຫງົບ​ຢູ່​ໃນ​ເຂດ Xinjiang.

ບັນດາກຸ່ມ Uighur ທີ່​ລີ້​ໄພ​ຢູ່​ນອກ​ປະ​ເທດ​ ​ໄດ້​ໂຕ້​ແຍ້​ງຕໍ່ລາຍ​ງານ​ດັ່ງກ່າວຂອງ
​ລັດຖະບານ​ຈີນ​.

ຢູ່​ໃນ​ຄຳ​ຖະ​ແຫລ​ງສະບັບ​ນຶ່ງ ສະມາຄົມວີ​ເກີອາ​ເມຣິກັນ ຫຼື Uyghur American
Association ​ໄດ້​ກ່າວ​ປະນາມ ອັນ​ທີ່​ຕົນ​ເອີ້ນ​ວ່າ “ການ​ໃຊ້​ຄວາມ​ຮຸນ​ແຮງຫຼາຍ​ເກີນ​
ຂອບ​ເຂດຂອງ​ທາງ​ການ.”
ເຂົາເຈົ້າກ່າວ​ອີກ​ວ່າ ​ພວກພົນລະ​ເມືອງ​ເຫລົ່າ​ນັ້ນ​ກຳລັງ
​ພາ​ກັນ​ປະ​ທ້ວງ​ຕໍ່ “ການປາບ​ປາມ​ແບບ​ໜັກ​ມື ​ໃນ​ເທດສະການ Ramadan”
ຂອງປັກ​ກິ່ງ ​ແລະ “ການໃຊ້​ກຳລັງອາວຸດ​ທີ່ຮ້າຍ​ແຮງ​ຕໍ່​ຊີວິດ ​ແບບ​ນອກ​ກົດໝາຍ ​
ໃນ​ຫຼາຍອາທິດຜ່ານ​ມາ​ນີ້.”


ວີດີໂອ: ການປາບປາມຂອງຈີນ ຕໍ່ຊາວມຸສລິມ ໃນເດືອນຣາມາດານ:

China Bans Many Uighur Muslims From Ramadan Fast
please wait

No media source currently available

0:00 0:02:11 0:00

XS
SM
MD
LG