ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ດຳເນີນຄະດີ ນັກວິຊາການ ທີ່ຕິຕຽນ ການປະຕິບັດ ຂອງປັກກິ່ງ ຕໍ່ຊາວວີເກີ້ (ສະໄລດ໌/ວີດີໂອ)


Policemen in riot gear guard at checkpoint on road near a courthouse where ethnic Uighur academic Ilham Tohti's trial is taking place in Urumqi, Xinjiang Uighur Autonomous Region, Sept. 17, 2014.
Policemen in riot gear guard at checkpoint on road near a courthouse where ethnic Uighur academic Ilham Tohti's trial is taking place in Urumqi, Xinjiang Uighur Autonomous Region, Sept. 17, 2014.

ນັກວິຊາການ​ທີ່​ມີ​ຊື່​ສຽງ​ຄົນ​ນຶ່ງ​ຂອງ​ຈີນທີ່ໄດ້ຕຳໜິ​ຕິຕຽນ ການ
ປະຕິບັດ ຂອງປັກກິ່ງ ຕໍ່ຊາ​ວ​ Uighur ​ທີ່ເປັນຊົນກຸ່ມນ້ອຍນັ້ນ
ມີກຳນົດຈະຖືກ​ດຳ​ເນີນ​ຄະດີ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ຂໍ້​ຫາ​ແບ່ງ​ແຍກ
​ດິນ​ແດນ.

ທ່ານ Ilham Tohti ​ແມ່ນສາດສະດາຈານສອນເສດຖະສາດ
​ແລະ​ເປັນສະມາ ຊິກທີ່ກ້າປາກກ້າເວົ້າ ​ຂອງພວກຊົນກຸ່ມນ້ອຍ
ຈຸດັ່ງກ່າວ ​ໄດ້​ຈົ່ມວ່າ​ມາ​ເປັນ​ເວລາ​ດົນ​ນານແລ້ວ ​ກ່ຽວກັບການ
ປະຫັດປະຫານ ຢູ່​ໃນ​ເຂດ Xinjiang ທາງກ້ຳຕາ ເວັນຕົກສຸດ
ຂອງປະເທດຈີນ.

ທ່ານ Tohti ທີ່​ປະຕິ​ເສດຕໍ່​ຂໍ້​ກ່າວ​ຫາ​ແບ່ງ​ແຍກ​ດິນ​ແດນນັ້ນ ​ປະ​ເຊີນ​ໜ້າ​ກັບ​ການຖືກ
ຕັດສິນໂທດຈຳຄຸ​ກຕະຫລອດ​ຊີວິດ ຖ້າ​ຫາກ​ທ່ານຖືກພົບເຫັນວ່າ ມີ ຄວາມຜິດຕາມ
ທີ່ຄາດໝາຍໄວ້ໂດຍສານ Urumqi ເມືອງເອກຂອງ​ຂົງ​ເຂດທີ່ວຸ້ນວາຍ​ນັ້ນ.

ໃນການສະທ້ອນໃຫ້ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ​ຄະດີດັ່ງກ່າວ ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ ​ແລະ​ນັກ​ການ​ທູດ​ຕາ​ເວັນ​ຕົກ​ຈໍານວນ​ນຶ່ງ ​ໄດ້​ຖືກຂັດຂວາງໂດຍ ​ຕຳຫລວດ ບໍ່​ໃຫ້
​ເຂົ້າໄປໃກ້​ສານ ບ່ອນ​ທີ່​ທ່ານ Tohti ກຳລັງຖືກ​ດຳ​ເນີນ​ຄະດີ​ຢູ່.

ທ່ານ Raphael Droszewski ຜູ້​ຕາງ​ໜ້າ​ຂອງສະຫະ​ພາບ​ຢູ​ໂຣບ ​ທີ່ນະຄອນ​ຫຼວງ
ປັກ​ກິ່ງ ແມ່ນ​ຜູ້​ນຶ່ງ​ໃນ​ຈຳນວນ​ທີ່​ຖືກ​ຫ້າມ​ບໍ່ໃຫ້​ເຂົ້າ​ໄປ​ຮັບ​ຟັງການດຳເນີນຄະດີ.

ທ່ານ Tohti ​ໄດ້​ຖືກ​ຈັບ​ໃນ​ເດືອນ​ມັງກອນ ​ແລະ​ຖືກ​ກ່າວ​ຫາ ໃນເວລາຕໍ່ມາ​ວ່າ ຊຸກຍູ້​
ການ​ກໍ່​ການ​ຮ້າຍ ​ແລະ​ສະໜັບສະໜຸນ​ການ​ແບ່ງ​ແຍກ​ດິນ​ແດນ ຢູ່​ໃນການ ໃຫ້​ປາຖະ
ກະຖາ ​ໃນ​ບົດຂຽນ ​ແລະ​ການໃຫ້ຄວາມເຫັນຂອງທ່ານ ຕໍ່​ສື່ມວນຊົນ​ຕ່າງປະ​ເທດ.

ພວກ​ທະນາຍຄວາມ​ຂອງ​ທ່ານ ປະຕິ​ເສດ​ວ່າ ທ່ານ Tohti ບໍ່​ເຄີຍຊຸກຍູ້​ໃຫ້ມີການກໍ່
ຄວາມ​ຮຸນ​ແຮງ ​ແລະ​ໄດ້​ຊີ້ໃຫ້ເຫັນ​ວ່າ ທ່ານ​ໄດ້​ປະຕິ​ເສດຊ້ຳແລ້ວຊ້ຳອີກ​ຕໍ່ການ​ຮຽກ
ຮ້ອງ ໃຫ້ມີການ​ແບ່ງ​ແຍກ​ດິນ​ແດນ ຫລືເປັນ​ເອກ​ກະລາດ​ຂອງເຂດ Xinjiang.

CHINA UIGHUR SCHOLAR VOSOT
please wait

No media source currently available

0:00 0:01:28 0:00

XS
SM
MD
LG