ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດ Smithfield Foods ໃນລັດ ເວີຈີເນຍ ມີເຈົ້າຂອງ ເປັນຄົນ ຈີນ


Little Change at Virginia's China-Owned Smithfield Foods
please wait

No media source currently available

0:00 0:02:38 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ໃນເວລາ​ທີ່​ບໍລິສັດ​ ຈີນ​ ​ໄດ້​ຊື້ບໍລິສັດ​ Smithfield Foods ຊຶ່ງເປັນ ບໍລິສັດຜະລິດ​ຊີ້​ນໝູ​ທີ່​ໃຫຍ່​ທີ່​ສຸດ​ໃນໂລກ ເມື່ອ​ສອງ​ປີ​ທີ່​ຜ່ານ​ມາ, ບັນດາ​ນັກ​ວິຈານ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ ການມີ​ວຽກ​ເຮັດ​ງານ​ທຳແລະຄວາມ​ປອດໄພ​ຂອງ​ອາຫານ. ນີ້​ເປັນ​ພຽງສ່ວນ​ໜຶ່ງ​ຂອງ​ການ​ເພີ່ມ​ຂຶ້ນ​ໃນ​ການ​ລົງທຶນ​ຫຼາຍ​ພັນ​ລ້ານ​ຂອງ ຈີນ ​ໃນ ສະຫະລັດ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ສາຍ​ພົວພັນ​ທີ່​ສະຫຼັບ​ສັບ​ຊ້ອນ​ລະຫວ່າງສອງປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ສາຍ​ພົວພັນ​ດັ່ງກ່າວ​ນັ້ນ​ຈະ​ຖື​ກພິຈາລະນາ​ຢ່າງ​ຮອບ​ຄອບ​ໄວໆ​ນີ້ ​ໃນ​ຂະນະ​ທີ່​ປະທານ​ປະ​ເທດ​ຂອງ ຈີນ ທ່ານ ສີ ຈິ່ນຜິ​ງ ທຳ​ການ​ຢ້ຽມ ຢາມ ສະຫະລັດ ຢ່າງ​ເປັນ​ທາງ​ການ. ​ໃນ​ລະຫວ່າງ​ນັ້ນ, ນັກ​ຂ່າວ​ວີ​ໂອ​ເອ Jim Randle ​ໄດ້ໄປ​ຢ້ຽມຢາມ​ເມືອງ Smithfield ​ເຊິ່ງ​ເປັນ​ເມືອງນ້ອຍໆ ​ແລະ ຢູ່​ໃນ​ເຂດ​ຊົນນະບົດທີ່ສອກຫລີກ​ຂອງ​ລັດ Virginia ທີ່​ເປັນ​ທີ່ຕັ້ງ​ຂອງບໍລິ​ສັດ​ທີ່ມີຍີ່​ຫໍ້​ເປັນ​ສັນຍາ​ລັກ​ຂອງ ສະຫະລັດ ຍີ່​ຫໍ້​ໜຶ່ງ ​ແລະ ​ໄດ້​ຮັບ​ຮູ້​ວ່າ​ບໍລິສັດ​ດັ່ງກ່າວ​ນັ້ນ ​ແມ່ນ​ກຳລັງ​ດຳ​ເນີນ​ວຽກ​ງານ ​ໄປ​ໄດ້​ດີ ​ແລະການ​ຈ້າງ​ງານ​ກໍ່​ໄດ້​ເພີ່ມ​ຂຶ້ນ. ​ເຊິ່ງຕໍ່​ໄປຈະເປັນແນວໃດນັ້ນ ພຸດທະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ທົ່ງ​ນາແລະສວນ​ໝາກສາລີ ປູກ​ຢູ່​ອ້ອມ​ຮອບ​ເມືອງ Smithfield, ​ແລະ ໝູ​ທີ່​ຖືກ​ເກືອ​ດ້ວຍ​ໝາກສາລີ​ໄດ້ຖືກ​ແປ​ຮູບ​ໃຫ້ເປັນ​ຜະລິດ​ຕະພັນ ​ຊີ້​ນຫຼາຍ​ປະ​ເພດ.

ໜຶ່ງ​ໃນ​ຫຼາຍ​ໂຮງງານ​ຫໍ່​ຊີ້ນ​ຂອງ​ບໍລິສັດ Smithfield Foods ​ແມ່ນໄດ້​ຖືກ​ສ້າງ​ຕັ້ງຂຶ້ນ​ໃນ​ເມືອງດັ່ງກ່າວ​ນີ້.

​ມັນ​ໄດ້ໃຊ້​ເຄື່ອງ​ຈັກ ​ແລະ ຄົນ​ຈຳນວນ​ຫຼາຍ​ເພື່ອ​ດຳ​ເນີນ​ການ​ຜະລິດ​ຊີ້ນ​ໝູ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ​ແລະ ​ໃນສອງ​ປີ​ທີ່​ຜ່ານ​ມາ ບໍລິ​ສັດ Smithfield Foods ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຂະຫຍາຍແຮ​ງງານ​ ເກືອບ 1300 ຄົນ ຂຶ້ນເປັນຫຼາຍ​ກວ່າ 48,000 ຄົນ.

ພະນັກງານ​ກຸ່ມ​ນີ້​ໄດ້​ຊ່ວຍ​ໃຫ້​ບໍລິສັດ Smithfield ​ມີ​ສະ​ຖິຕິ​ຍອດ​ຂາ​ຍຫຼາຍເປັນປະຫວັດ ການ 15 ຕື້​ໂດ​ລາໃນ​ປີ 2014.

​ໃນ​ຂະນະ​ທີ່​ບໍລິສັດ​ກຳລັງ​ເພີ່ມ​ຄົນ​ເຮັດ​ວຽກ​ຂຶ້ນ​ຕື່ມ, ພວກ​ເຂົາ​ເຈົ້າ​ກໍ​ຍັງໄດ້​ຕັດ​ໜີ້​ສິນ​ລົງ​ອີກ​ດ້ວຍ. ສິ່ງ​ດັ່ງກ່າວ​ນັ້ນ ​ໄດ້ເຮັດໃຫ້​ອົງການ S&P ປະ​ທັບ​ໃຈ, ເຊິ່ງ​ໄດ້​ເຮັດ​ໃຫ້ການ​ປະ​ເມີນ ຄ່າ​ຄວາມ​ໄວ້​ວາງ​ໃຈ​ຕໍ່ບໍລິສັດ Smithfield ​ສູງ​ຂຶ້ນ​ກວ່າ​ເກົ່າ.

ຢູ່​ຖະໜົນຫຼວງ​ແຫ່ງ​ນີ້, ປະຊາຊົນ​ເມືອງ Smithfield ​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ວ່າ ການ​ເປັນ​ເຈົ້າ​ຂອງ​ໂດຍ​ນັກ​ທຸລະ​ກິດ​ ຈີນ ອາດ​ຈະເຮັດ​ໃຫ້​ເສດຖະກິິດ​ມີ​ຄວາມ​ເສຍ​ຫາຍ​ໄດ້.

ທ່ານ John Edwards, ຜູ້ຈັດພິມ ​ໜັງສື​ພິມ the Smithfield Times ກ່າວ​ວ່າ ບາງ​ຄົນ​ຄິດ​ວ່າ ບໍລິ​ສັດ​ອາດ​ຈະ​ຍ້າຍ​ກິດ​ຈະ​ການ​ຂອງພວກ​ເຂົາ​ເຈົ້າ, ​ແລະ ວຽກເຮັດ​ງານ​ທຳ​ຫຼາຍ​ພັນ​ຕຳ​ແໜ່ງ​ໄປ​ບ່ອນ​ອື່ນ, ​ເຊິ່ງ​ໄດ້​ເຮັດ​ໃຫ້​ຊຸມ​ຊົນ​ແຫ່ງ​ນີ້​ທີ່​ມີ​ປະ​ຊາ​ຊົນ​ຢູ່ 8,000 ຄົນໝົດ​ຫວັງ​ກັນ.

ທ່ານ Edwards ເວົ້າວ່າ “ມັນຕ້ອງເປັນນຳເລື່ອງທີ່ວ່າ ຈີນ ເປັນ ປະເທດ ຄອມມູນິສ. ປະຊາຊົນບໍ່ເຊື່ອໃຈ ກັບແນວຄິດຂອງ ຈີນ ໃນການເປັນເຈົ້າຂອງ ອຸດສາຫະກຳ ທີ່ໃຫຍ່ທີ່ສຸດຂອງພວກເຮົາ.”

ເມືອງ Smithfield ​ໄດ້​ຕັ້ງ​ຂຶ້ນ​ໃນ​ປີ 1752, ​ເຊິ່ງ​ແມ່ນ​ເກົ່າ​ແກ່​ຫຼາຍ​ສຳລັບ ສະຫະລັດ. ​ເມືອງ Smithfield ໄດ້ສະຫງວນໄວ້ສຳນັກງານ ສານ ເກົ່າເຖິງໜຶ່ງສັດຕະວັດ, ເຊິ່ງສະແດງໃຫ້ເຫັນ ຮູບແບບຂອງ ຄວາມຍຸດຕິທຳໃນສະໄໝເກົ່າ.

ແລະຢູ່ໃນຖະໜົນໃຫຍ່ກໍມີຮູບປັ້ນຂອງຜູ້ສ້າງຕັ້ງປະເທດ ສະຫະລັດ ທ່ານ George Washington ​ແລະ ທ່ານ Benjamin Franklin.

​ປະຊາຊົນຄົນນຶ່ງ ທີ່ອາໄສຢູ່ໃນ​ເມືອງດັ່ງກ່າວມາເປັນເວລາດົນນານ ​ກ່າວ​ວ່າ ການ​ປ່ຽນ​ແປງ​ຢູ່​ເມືອງ​ນີ້ໄດ້​ເກີດ​ຂຶ້ນ​ຢ່າງຊ້າໆ, ​ແລະ ປະຊາຊົນ “ຂ້ອນ​ຂ້າງ​ຈະ​ກັ້ນ​ຫາຍໃຈ​ຂອງ​ພວກ​ເຂົາເຈົ້າ” ເມື່ອ​ເຫັນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ເມືອງ Smithfield.

ນາງ Florine Moore ປະຊາຊົນເມືອງ Smithfield ກ່າວວ່າ “ຂ້ອຍ ຄິດວ່າພວກເຮົາ ມັກໃນສິ່ງທີ່ພວກເຮົາເຄີຍມີ. ເມື່ອເຈົ້າມີບາງຢ່າງ, ເຈົ້າຈະບໍ່ຢາກໃຫ້ມັນປ່ຽນ ແປງ.”

ແຕ່ທ່ານ T. Carter Williams ເຈົ້າເມືອງເມືອງ Smithfield ກ່າວວ່າ ເທົ່າທີ່ກຳລັງເປັນ ຢູ່ນີ້ມັນກໍໜ້າພໍໃຈ.

ທ່ານເຈົ້າເມືອງກ່າວວ່າ “ບໍ່ມີຫຍັງເກີດຂຶ້ນເລີຍ. ມັນຍັງເປັນຄືເກົ່າເປະ. ແທ້ຈິງແລ້ວ, ມັນດີຂຶ້ນກວ່າເກົ່າຫຼາຍເທົ່າ.”

ເຈົ້າເມືອງ Williams ກ່າວວ່າ ການຈັດເກັບພາສີອາກອນຂອງເມືອງ ແມ່ນເພີ່ມຂຶ້ນພຽງ ໜ້ອຍດຽວ, ແລະ ກ່າວວ່າ ບໍລິສັດແມ່ນກຳລັງຊອກ ຫາພື້ນທີ່ ສຳລັບເຮັດຫ້ອງການໃຫ້ກັບ ພະນັກງານເພີ່ມເຕີມ, ເຖິງແມ່ນ ວ່າ ບໍລິສັດ Smithfield Foods ຈະບໍ່ໄດ້ໃຫ້ຄຳຢືນຢັນ ດັ່ງກ່າວ ກໍ ຕາມ.

ທາງບໍລິສັດ ໄດ້ປະຕິເສດການຂໍສຳພາດ ແລະ ບໍ່ໄດ້ອະນຸຍາດໃຫ້ ວີໂອເອເຂົ້າຖ່າຍ ວີດີໂອຢູ່ໃນໂຮງງານຂອງພວກເຂົາເຈົ້າ. ໃນຖະແຫຼງການສະບັບນຶ່ງ ເຈົ້າໜ້າທີ່ເມືອງ Smithfield ໄດ້ກ່າວວ່າ ພວກເຂົາ ເຈົ້າໄດ້ຮັກສາຄຳສັນຍາທີ່ຈະໃຫ້ກຽດສັນຍາ ສະຫະ ພາບແຮງງານ ວ່າ ຈະບໍ່ໄລ່ພະນັກງານອອກ, ແລະ ຮັກສາທີມຜູ້ບໍລິຫານໃນປະຈຸບັນໄວ້ ກັບໂຮງງານ ແລະ ຮັກສາສຳນັກງານໃຫຍ່ ໄວ້ໃນເມືອງນ້ອຍທີ່ບໍລິສັດ ໄດ້ຖືກໃສ່ຊື່ໃຫ້.

XS
SM
MD
LG