ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນສົ່ງ ຍານອະວະກາດ ບໍ່ມີຄົນຂັບ ໄປດວງຈັນ ແລະ ກັບຄືນມາໂລກ


CHINA SPACE VO
please wait
Embed

No media source currently available

0:00 0:00:24 0:00

ຈີນໄດ້ສົ່ງຍານອະວະກາດບໍ່ມີຄົນຂັບ ຊຶ່ງນັບເປັນເທື່ອທຳອິດ
ໃນປະຫວັດສາດຂອງໂຄງການອະວະກາດຈີນທີ່ຈະບິນອ້ອມ
ດວງຈັນ ແລ້ວກັບຄືນມາສູ່ໂລກມະນຸດ.

ຍານອະວະກາດທີ່ບໍ່ມີຄົນຂັບ ໄດ້ທະຍານຂຶ້ນສູ່ທ້ອງຟ້າໃນວັນ
ສຸກມື້ນີ້ ຈາກສູນກາງສົ່ງດາວທຽມຊີ່ຊ່າງ ໃນແຂວງສີສວນທາງ ພາກຕາເວັນຕົກສຽງໃຕ້ຂອງຈີນ.

ການປະຕິບັດງານເປັນເວລາ 8 ມື້ດັ່ງກ່າວ ແມ່ນເພື່ອທົດສອບ
ເທັກໂນໂລຈີ ທີ່ຈະນຳໃຊ້ ໃນແຜນການປີ 2017 ທີ່ແນໃສ່ເພື່ອ ເກັບກຳໂຕຢ່າງດິນຈາກພື້ນຜິວຂອງດວງຈັນ.

ອົງການຂ່າວຊິນຫົວຂອງທາງການຈີນກ່າວວ່າ ການປະຕິບັດງານເທື່ອຫຼ້າສຸດນີ້ແມ່ນເພື່ອ ຈະເກັບກຳຂໍ້ມູນການທົດລອງ ແລະເທັກໂນໂລຈີໃນການບິນກັບຄືນສູ່ໂລກຂອງຍານອະ ວະກາດຈີນ.

ຈີນໄດ້ສົ່ງຍານອະວະກາດ 2 ລຳໄປໂຄຈອນອ້ອມດວງຈັນ. ໃນປີກາຍນີ້ ຈີນໄດ້ສົ່ງຍານ ສຳຫຼວດລົງສູ່ພື້ນດວງຈັນ. ການປະຕິບັດງານທັງສອງນີ້ບໍ່ໄດ້ອອກແບບທີ່ແນໃສ່ເພື່ອໃຫ້ ກັບຄືນມາຍັງໂລກ.

ປັກກິ່ງຫວັງວ່າ ໃນວັນໃດວັນນຶ່ງຂ້າງໜ້າ ຕົນກໍຈະກ້າວເຂົ້າໄປຢູ່ໃນກຸ່ມດຽວກັນ ກັບສະ ຫະລັດແລະຣັດເຊຍ ທີ່ສາມາດສົ່ງມະນຸດ ໄປຍັງດວງຈັນໄດ້.

ນອກນັ້ນ ຈີນຍັງມີແຜນການ ທີ່ຈະສ້າງສະຖານີອະວະກາດ ຢ່າງເປັນການຖາວອນ ພາຍ ໃນປີ 2020 ນີ້.

XS
SM
MD
LG