ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ແລະລາວ ຈະຂະຫຍາຍ ການຮັກສາ ຄວາມສະຫງົບ ຕາມລຳນໍ້າຂອງ


ເຮືອຕໍາຫຼວດນໍ້າຈາກແຂວງຢຸນນານ ໃຫ້ການຄຸ້ມຄອງ ເຮືອຂົນສົ່ງສິນຄ້າຂອງຈີນ ທີ່ແລ່ນຂຶ້ນລ່ອງຕາມລຳແມ່ນໍ້າຂອງຕອນເໜືອ
ເຮືອຕໍາຫຼວດນໍ້າຈາກແຂວງຢຸນນານ ໃຫ້ການຄຸ້ມຄອງ ເຮືອຂົນສົ່ງສິນຄ້າຂອງຈີນ ທີ່ແລ່ນຂຶ້ນລ່ອງຕາມລຳແມ່ນໍ້າຂອງຕອນເໜືອ
ຈີນ ແລະ ສປປ ລາວ ໄດ້ຕົກລົງກັນ ເສີມຂະຫຍາຍການຮ່ວມມື
ໃນການຮັກສາຄວາມສະຫງົບ ຕາມລຳແມ່ນໍ້າຂອງ ເພື່ອປາບ
ປາມການກໍ່ອາຊະຍາກຳຂ້າມຊາດ ອີງຕາມລາຍງານຂ່າວຂອງ
ສື່ມວນຊົນຈີນ.

ການຕົກລົງດັ່ງກ່າວ ໄດ້ບັນລຸກັນໃນມື້ວັນພຸດຜ່ານມາ ລະຫວ່າງ
ທ່ານ Meng Jianzhu ລັດຖະມົນຕີປ້ອງກັນຄວາມສະຫງົບຂອງ
ຈີນ ແລະທ່ານທອງບັນ ແສງອາພອນ ລັດຖະມົນຕີກະຊວງປ້ອງ
ກັນຄວາມສະຫງົບຂອງລາວທີ່ພວມຢູ່ໃນລະຫວ່າງການຢ້ຽມຢາມ
ຈີນ.

ທ່ານ Meng ຍັງໄດ້ສະແດງຄວາມຂອບໃຈ ຕໍ່ຝ່າຍລາວ ທີ່ໃຫ້
ການສະໜັບສະໜຸນຢ່າງແຂງຂັນ ກ່ຽວກັບການສືບສວນຄະດີ
ຕາມລຳແມ່ນໍ້າຂອງເມື່ອບໍ່ດົນຜ່ານມານີ້ ໂດຍເວົ້າວ່າທັງສອງຝ່າຍໄດ້ສ້າງຕັ້ງການພົວພັນ ຮ່ວມມືຢ່າງຮອບດ້ານ ຫຼາຍລະດັບແລະຫຼາຍຂົງເຂດ.

ສ່ວນທ່ານທອງບັນກໍເວົ້າວ່າ ລາວແມ່ນເຕັມໃຈ ທີ່ຈະສືບຕໍ່ ໃຫ້ການສະໜັບສະໜຸນຢ່າງ ແຂງຂັນຕໍ່ຈີນ ກ່ຽວກັບການຮ່ວມມືໃນການຮັກສາຄວາມປອດໄພ ແລະປາບປາມການກໍ່ ອາຊະຍາກຳຂ້າມຊາດ ຕາມລຳແມ່ນໍ້າຂອງ.

ໃນເດືອນຕຸລາປີກາຍນີ້ ສປປ ລາວ ຈີນ ມຽນມາແລະໄທໄດ້ຕົກລົງກັນ ທີ່ກອງປະຊຸມຢູ່ນະ ຄອນປັກກິ່ງ ເພື່ອເພີ້ມການຮ່ວມມືກັນ ໃນການປາບປາມ ການກໍ່ອາຊະຍາກຳຂ້າມຊາດ ແລະຄໍ້າປະກັນຄວາມປອດໄພໃນການສັນຈອນໄປມາຂອງເຮືອສິນຄ້າຕາມລຳແມ່ນໍ້າຂອງ.

ການຕົກລົງທີ່ວ່ານີ້ ມີຂຶ້ນລຸນຫຼັງການໂຈມຕີເຮືອສິນຄ້າຈີນ 2 ລຳ ໃນເຂດສາມຫຼ່ຽມຄຳ ທີ່ ເຮັດໃຫ້ລູກເຮືອຈີນ 10 ກວ່າເສຍຊີວິດນັ້ນ.
XS
SM
MD
LG