ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຕັດສິນຈຳຄຸກ ເຈົ້າໜ້າທີິ່ຂັ້ນສູງ 2 ຄົນ ໃນຂໍ້ຫາ ສໍ້ລາດ ບັງຫຼວງ


ທ່ານ Jiang Jiemin (ຊ້າຍ) ແລະ ທ່ານ Li Chuncheng
ທ່ານ Jiang Jiemin (ຊ້າຍ) ແລະ ທ່ານ Li Chuncheng

ຈີນ ​ໄດ້ພົບເຫັນວ່າ ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ສອງ​ຄົນ ມີຄວາມຜິດ ​ໃນ​ຂໍ້
ຫາສໍ້ລາດ​ບັງ​ຫລວງ ​ໃນ​ວັນ​ຈັນວານ​ນີ້ ໂດຍຕັດສິນໃຫ້ພວກ​ເຂົາ​
ເຈົ້າ ​ແຕ່ລະຄົນ ຖືກຄຸກດົນ​ ກວ່າສິບ​ປີ ໃນຖານະທີ່ເປັນ​ພາກ
ສ່ວນນຶ່ງໃນ​ການກວດ​ລ້າງ​ຂອງ​ປັກກິ່ງ ຕໍ່​ການ​ປຸກລະດົມຕ້ານ
ການ​ຮັບ​ສິນ​ບົນ.

ທ່ານ Jiang Jiemin ອະດີດ​ຫົວໜ້າບໍລິສັດ​ນໍ້າມັນ​ແຫ່ງ​ຊາດ ຂອງ
​ລັດຖະບານ ​ໄດ້​ຖືກ​ກ່າວ​ຫາ​ວ່າ ຮັບ​ສິນ​ບົນ 2 ລ້ານ 2 ​ແສນ​ໂດ​ລາ
​ແລະ​ບໍ່ສາມາດໃຫ້ການອະທິບາຍ​ເຖິງແຫ​ລ່ງທີ່​ມາ​ຂອງລາຍໄດ້
ອີກ 2 ລ້ານ 3 ​ແສນໂດລາ ​ອີງ​ຕາມ​ສານເມືອງ Hanjiang ໃນ
​ແຂວງ Hubei ທາງພາກກາງຂອງປະເທດຈີນ.

ທ່ານ Jiang ຍັງ​ລະເມີດກົດ​ລະ​ບຽບຕ່າງໆ ທີ່​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຄົນ​ອຶ່ນໆ ອັນ​ເປັນ
ຜົນ​ເສຍ​ຫາຍ​ແກ່​ລັດ ອີງ​ຕາມ​ສານ ທີ່​ໄດ້​ຕັດສິນ​ທ່ານ ໃຫ້ຕິດ​ຄຸກ 16 ປີ​.

ສ່ວນທ່ານ Li Chuncheng ອະດີດ​ຮອງ​ຫົວໜ້າ​ພັກ ແຂວງແຂວງ Sichuan ໃນພາ​ກຕາ
​ເວັນ​ຕົກ​ສຽງ​ໃຕ້ຂອງປະເທດ ​ໄດ້​ຖືກ​ຕັດສິນ​ລົງ​ໂທດ​ໃນ​ຖານ​ສໍ້​ລາດ​ບັງ​ຫລວງ​ໃນ​ວັນ​ຈັນ​
ວານ​ນີ້ ​ໂດຍສານ​ ໃນ​ນະຄອນ Xianning ທີ່ຢູ່​ໃນອີກເຂດນຶ່ງ ​ຂອງ​ແຂວງ Hubei. ສານ
ກ່າວວ່າທ່ານ Li ​ໄດ້​ຖືກ​ກ່າວວ່າ​ຫາ​ຮັບ​ເງິນເກືອບ 6 ລ້ານ 4 ແສນ 5 ໝື່ນໂດລາໃນ​ການ​ຊື້​
ຈ້າງ​ຈອບ​ອອຍແລະ​ໄດ້ຖືກ​ຕັດສິນ​ໃຫ້ ຕິດຄຸກ 13 ປີ​.

ຄຳ​ປະກາດ​ດັ່ງກ່າວ ໄດ້​ມີ​ຂື້ນ​ຢູ່​ລາຍ​ງານ​ຂອງສານ.

ປະທານ​ປະ​ເທດ Xi Jingping ​ໄດ້​ໃຊ້​ເ​ວລາ​ສາມ​ປີ​ທີ່​ຜ່ານ​ມາ ​ພະຍາຍາມ​ຖອນ​ຮາກ​ການ
​ສໍ້​ລາດ​ບັງ​ຫລວງ ​ໂດຍ​ກ່າວ​ວ່າ ມັນ​ເປັນ​ໄພ​ຂົ່ມຂູ່​ຕໍ່ການ​ຢູ່​ລອດ​ອັນ​ສຳ ຄັນ​ຂອງການ​ປົກ​
ຄອງໂດຍ​ພັກຄອມ​ມິ​ວນິສ.

ທັງ​ທ່ານ Jiang ​ແລະ Li ຖືກພິຈາລະ​ນາ​ວ່າ ພົວພັນ​ກັບ​ທ່ານ Zhou Yongkang ຊຶ່ງ​ຄັ້ງ
ນຶ່ງ​ເປັນ​ຫົວໜ້າ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນປະເທດ ທີ່ມີອິດທິພົນ​ແລະ​ອະດີດສະມາ
ຊິກກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ. ທ່ານ Zhou ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຄົນສູງ​ສຸດ ໄດ້​
ຖືກ​ກ່າວຫາ​ວ່າສໍ້​ລາດ​ບັງ​ຫລວງ ​ໃນ​ການ​ປຸກລະດົມຕ້ານການຮັບ​ສິນ​ບົນ ຂອງທ່ານ Xi ​
ຊຶ່ງໄດ້​ຖືກ​ຕັດສິນ​ລົງ​ໂທດ ຖານສໍ້​ລາດ​ບັງ​ຫລວງ ​ແລະຖືກ​ຄຸກ​ຕະຫລອດ​ຊີວິດ.

XS
SM
MD
LG