ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນ ບໍ່ໃຫ້ຄວາມ ສຳຄັນຕໍ່ ການຖົມດິນ ເພື່ອສ້າງເກາະທຽມ ຢູ່ທະເລຈີນໃຕ້


ພວກກ່ຳປັ່ນດູດຊາຍຂອງຈີນ ແມ່ນເຫັນກັນເປັນທີ່ຈະແຈ້ງ ໃນທະເລ ອ້ອມຫາດ Mischief Reef ໃນບໍລິເວນໝູ່ເກາະ Spratly ທີ່ຂັດແຍ້ງກັນ ໃນທະເລຈີນໃຕ້ ຈາກພາບຂອງວີດີໂອ ທີ່ໄດ້ບັນທຶກໄວ້ ໂດຍເຮືອບິນສອດແນມສະຫະລັດ P-8A Poseidon ທີ່ສະໜອງໃຫ້ໂດຍກອງທັບເຮືອສະຫະລັດ, ວັນທີ 21 ພຶດສະພາ 2015.
ພວກກ່ຳປັ່ນດູດຊາຍຂອງຈີນ ແມ່ນເຫັນກັນເປັນທີ່ຈະແຈ້ງ ໃນທະເລ ອ້ອມຫາດ Mischief Reef ໃນບໍລິເວນໝູ່ເກາະ Spratly ທີ່ຂັດແຍ້ງກັນ ໃນທະເລຈີນໃຕ້ ຈາກພາບຂອງວີດີໂອ ທີ່ໄດ້ບັນທຶກໄວ້ ໂດຍເຮືອບິນສອດແນມສະຫະລັດ P-8A Poseidon ທີ່ສະໜອງໃຫ້ໂດຍກອງທັບເຮືອສະຫະລັດ, ວັນທີ 21 ພຶດສະພາ 2015.

ຈີນ​ກ່າວ​ໃນ​ວັນ​ອັງ​ຄາ​ນມື້​ນີ້​ວ່າ ຕົນ​ຈະ​ສືບ​ຕໍ່ເສີມຂະຫຍາຍ
ຄວາມເຂັ້ມແຂງທາງດ້ານກຳລັງທະຫານ ຈາກ​ຊາຍ​ແດນ
​ຂອງ​ຕົນ ລວມທັງເຂດ​ຂັດ​ແຍ້​ງກັນຢູ່​ໃນ​ທະ​ເລ ​ແຕ່​ໄດ້​ຢືນ
​ຢັດ​ວ່າ ຕົນ​ບໍ່​ປະສົງ​ຢາກ​ມີ​ເລື້ອງ ​ກັບບັນດາປະ​ເທດ​
ເພື່ອນບ້ານ​ຂອງ​ຕົນ.

​ຢູ່ໃນ​ເອກະສາ​ນນະ​ໂຍບາຍ​ສະບັບ​ໜຶ່ງ ຄະນະ​ລັດຖະບານ​ຈີນ
ກ່າວ​ວ່າກອງທັບ​ປະຊາຊົນ​ປະຕິວັດ ຈະ​ຫັນປ່ຽນ​ຈຸດ​ເພັ່ງ​ເລັງ
​ຂອງ​ຕົນ “ຈາກ​ການປ້ອງ​ກັນເຂດ​ນ່ານຟ້າ ​ໄປ​ເປັນການ
​ປ້ອງ​ກັນ ​ແລະ ​ການ​ບຸກ​ໂຈມ​ຕີນຳພ້ອມ.”
​ ແລະ​ຍັງ​ຈະ​
ເນັ້ນໜັກ ຫຼາຍຂຶ້ນອີກ​ກ່ຽວ​ກັບ “ການ​ປົກ​ປ້ອງ​ ​ທະ​ເລ
ທີ່​ເປີດກວ້າງ.”

US Asserts Role in South China Sea
please wait

No media source currently available

0:00 0:01:50 0:00

​ເອກະສານ​ດັ່ງກ່າວ ​ໄດ້​ຖືກ​ເປີດ​ເຜີຍ ​ໃນ​ຂະນະ​ທີ່​ຈີນ ​ແລະ ສະຫະລັດ ຜິດ​ຖຽງ​ກັນ​ເລື່ອງ
ການ​ສ້າງ​ເກາະທຽມ​ຂຶ້ນຂອງ​ປັກ​ກິ່ງ ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ທີ່​ໄດ້​ເຮັດ​ໃຫ້​ບັນດາ​ປະ​ເທດ​ອື່ນ​ໆ
ທີ່​ອ້າງເອົາກຳມະສິດ​ ໃນຂົງ​ເຂດ​ດັ່ງກ່າວ​ ພາກັນຕົກ​ໃຈ​.

ຂົງເຂດທີ່ມີການອ້າງເອົາກຳມະສິດ ຈາກບັນດາປະເທດ ຢູ່ໃນພື້ນທີ່
ຂົງເຂດທີ່ມີການອ້າງເອົາກຳມະສິດ ຈາກບັນດາປະເທດ ຢູ່ໃນພື້ນທີ່

ປັກ​ກິ່ງ​ຊຶ່ງ​ອ້າງ​ເອົາ​ກຳມະສິດເກືອບທັງ​ໝົດ ໃນທະເລຈີນໃຕ້
ໃນ​ອາທິດ​ນີ້ ໄດ້​ຍື່ນປະທ້ວງ ຢ່າງ​ເປັນ​ທາງ​ການ ຫຼັງຈາກ​ເຮືອບິນ
​ສອດ​ແນມ ທະຫານ​ສະຫະລັດ ​ໄດ້ບິນເຂົ້າໄປໃກ້​ໝູ່​ເກາະ ​ທີ່​ສ້າງ​
ຂຶ້ນດ້ວຍ​ມະນຸດ​ຂອງ​ຈີນ ຢູ່​ໃນ​ບໍລິເວນໝູ່​ເກາະ Spratly ນັ້ນ.

ສະຫະລັດ​ໄດ້​ກ່າວ​ວ່າ ຕົນ​ພວມ​ພິຈາລະນາ​ ຈະ​ສົ່ງ​ພວກເຮືອບິນ
​ແລະ ​ກຳປັ່ນ​ລົບ​ເພີ່ມຕື່ມ​ເຂົ້າ​ໄປໃກ້ໆ ບໍລິ​ເວນພວກ​ໝູ່​ເກາະ
​ດັ່ງກ່າວ ໃນ​ຄວາມ​ພະຍາຍາມ​ ທີ່​ຈະເຕືອນ​ໃຫ້​ຈີນຮູ້ວ່າ ສະຫະລັດ
​ບໍ່​ຮັບ​ຮູ້ການ​ອ້າງ​ເອົາ​ອະທິປະ​ໄຕຂອງ​ຈີນ ​ໃນ​ບໍລິ​ເວນດັ່ງກ່າວ​ນັ້ນ.

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ທ່ານ Yang Yujun ​ໃນ​ວັນ​ອັງຄານ​ມື້​ນີ້ ​ບໍ່ໄດ້ໃຫ້ຄວາມ ສຳຄັນຂອງ​ພວກ​ເກາະ ​ທີ່​ສ້າງ​ຂຶ້ນດ້ວຍ​ມະນຸດດັ່ງກ່າວ ​ໂດຍ​ເວົ້າ​ວ່າ ເກາະເຫຼົ່ານັ້ນ ​ແມ່ນ
“ບໍ່​ແຕກ​ຕ່າງ​ຫຍັງ​ກັບ​ການ​ກໍ່ສ້າງ​ຢູ່​ບໍລິ​ເວນ​ອື່ນ​ຂອງ​ຈີນ.”

US and China Voice Differences Over South China Sea
please wait

No media source currently available

0:00 0:01:26 0:00

XS
SM
MD
LG