ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຮຽກຮ້ອງໃຫ້ ຟິລິບປີນ ປ່ອຍຊາວປະມົງ 9 ຄົນ ທີ່ຖືກຂັງ ມາແຕ່ເດືອນ ພຶດສະພາ


ກຸ່ມຊາວປະມົງຈີນ ກຳລັງຢ່າງອອກມາຈາກສານ Puerto Princesa ທີ່ເກາະ Palawan.
ກຸ່ມຊາວປະມົງຈີນ ກຳລັງຢ່າງອອກມາຈາກສານ Puerto Princesa ທີ່ເກາະ Palawan.

ຈີນ ຮຽກຮ້ອງ​ໃຫ້ ຟິລິບ​ປີນ ປ່ອຍ​ໂຕ​ຊາວ​ປະມົງຈີນ​ 9 ຄົນ ​ທີ່​
ໄດ້​ຖືກ​ຈັບ ຢູ່ ໃນເຂດນຶ່ງ ຂອງການອ້າງກຳມະສິດຢູ່ໃນທະ​ເລ
​ຈີນ​ໃຕ້ ຂອງປະ​ເທດທັງສອງ.

ພວກຫາ​ປາຈຸນີ້ ທີ່​ຖືກ​ກັກ​ຂັງ​ໃນ​ເດືອນ​ພຶດສະພາ ໃກ້​ກັບຫາດ
Half Moon ໄດ້​ຖືກ​ປັບ​ໄໝ​ໃນອາທິດ​ນີ້ ຜູ້​ນຶ່ງ ຮ້ອຍພັນ​ໂດ​ລາ
​ໃນ​ຖານຈັບເອົາເຕົ່າ​ທະ​ເລ ທີ່​ໃກ້ຈະ​ສູນພັນແລ້ວນັ້ນ.

​ໂຄສົກ ກະຊວງຕ່າງປະ​ເທດ​ຈີນ ທ່ານ​ນາງ Hua Chunying
ກ່າວໃນ​ວັນ​ອັງຄານ​ວານ​ນີ້​ ຮຽກຮ້ອງ​ໃຫ້​ມະນິລາ ປ່ອຍ​ຊາວ
ປະມົງພ້ອມ​ດ້ວຍ​ເຮືອເຂົາ ເຈົ້າແບບບໍ່ມີເງື່ອນໄຂໃດໆທັງສິ້ນ.

ທ່ານ​ນາງ Hua ກ່າວ​ວ່າ ພວກ​ຊາວປະມົງ ​ແລ​ເຮືອເຂົາເຈົ້າ ​ໄດ້ຖືກ “ຍຶດ​ເອົາ​ຢ່າງ​ຜິດ​ກົດໝາຍ” ໂດຍ​ຟິລິບ​ປີນ ຊຶ່ງ​ທ່ານ​ນາງກ່າວ​ວ່າ “​ລະເມີດ​ອຳ​ນາດ​ການ​ປົກຄອງ​ ແລະອະ
ທິປະໄຕຂອງຈີນ.”

ຈີນ ​ໄດ້ອ້າງກຳມະສິດເອົາຫາດ Half Moon ພ້ອມ​ດ້ວຍ​ເກືອບ​ທັງ​ໝົດ​ຂອງ ທະ​ເລ​ຈີນ​ໃຕ້.

​ໃນ​ຕົ້ນ​ປີ​ນີ້ ຟິລິບ​ປີນ ​ໄດ້​ຍື່ນຟ້ອງຕໍ່​ສານສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການອ້າງ ກຳມະສິດ
​ທາງ​ທະ​ເລ​ຂອງ​ຈີນ. ປັກ​ກິ່ງກ່າວ​ວ່າ ຕົນ​ບໍ່​ຮັບ​ຮູ້​ການ​ຕັດສິນ​ໂດຍ​ນາໆ​ຊາດ ກ່ຽວ​ກັບ​ບັນ
ຫາຂັດ​ແຍ້​ງດັ່ງກ່າວ ​ແລະ​ປະຕິ​ເສດບໍ່ຍອມຕໍ່ສູ້​ປ້ອງ​ກັນ​ຕົນ​ເອງ ຫລື​ປະກອບສ່ວນເຂົ້າ
ຮ່ວມໃນ​ການ​ດຳ​ເນີນຄະດີ.

ຫວຽດນາມ ຟິລິບ​ປີນ ບຣູໄນ ​ແລະ ມາ​ເລ​ເຊຍ ຕ່າງກໍອ້າງເອົາກຳມະສິດກວມກັນ ​ເອົາ
ເຂດ​ນ້ຳດິນ​ດິນ​ທີ່ເປັນບັນຫາໂຕ້ແຍ້ງກັບ​ຈີນ ຢູ່​ທະ​ເລ​ຈີນ​ໃຕ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG