ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການລ່ວງລະເມີດ ເດັກນ້ອຍທາງເພດ ຈະຍິ່ງ ຮ້າຍແຮງຂຶ້ນ ໃນເອເຊຍ ຕາເວັນອອກສຽງໃຕ້


ເດັກຍິງຫວຽດນາມ 2 ຄົນ ໄວ 8 ປິ ແລະ 10 ປີ ນັ່ງຢູ່ເທິງຕຽງ ຢູ່ໂຮງໂສເພນີແຫ່ງນຶ່ງ ໃນບ້ານ Svay Pak, ໃກ້ກັບນະຄອນຫຼວງ ພະນົມເປັນ, ກຳປູເຈຍ.
ເດັກຍິງຫວຽດນາມ 2 ຄົນ ໄວ 8 ປິ ແລະ 10 ປີ ນັ່ງຢູ່ເທິງຕຽງ ຢູ່ໂຮງໂສເພນີແຫ່ງນຶ່ງ ໃນບ້ານ Svay Pak, ໃກ້ກັບນະຄອນຫຼວງ ພະນົມເປັນ, ກຳປູເຈຍ.

ອົງການປາບ​ປາມອາ​ຊະຍາ​ກຳ​ລະຫວ່າງ​ຊາດ ຂອງ​ສະຫະ​ປະ
ຊາ​ຊາດ ​ເຕືອນ​ວ່າ ການທ່ອງທ່ຽວ ​ເພື່ອ​ໃຊ້​ບໍລິການ​ທາງ​ເພດ
​ກັບເດັກນ້ອຍ​ ​ໃນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແມ່ນ​ຈະ​ຮ້າຍ​
ແຮງ​ໜັກ​ຂຶ້ນ ​ພ້ອມ​ກັບ​ການ​ຮວມຕົວ​ກັນ​ເຂົ້າ​ທາງເສດຖະກິດ
ຂອງ​ພາກ​ພື້ນ ຊຶ່ງ​ຄາດກັນ​ວ່າ​ຈະ​ມີ​ຂຶ້ນ​ໃນບໍ່​ເທົ່າ​ໃດ​ປີ​ຕໍ່ໜ້າ​ນີ້.
Steve Herman ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີລາຍ​ງານຈາກ​ບາງກອກ
ຊຶ່ງສິງ​ຈະ​ນຳ​ມາສະ​ເໜີ​ທ່ານ​.

ການຮວມ​ໂຕ​ເຂົ້າ​ກັນທາງ​ດ້ານ​ເສດຖະກິດ ​ທີ່​ວາງ​ແຜນ​ໄວ້​ຂອງ
​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ນັ້ນ ​ໄດ້​ຮັ​ບການ​ໂຄສະນາ​ຊຸກ​ຍູ້ວ່າ
​ເປັນ​ບາດກ້າວ​ສຳຄັນ ​ໃນ​ການ​ສົ່ງ​ເສີມພາກສ່ວນ​ການ​ຜະລິດ​ຂອງ​ພາກ​ພື້ນ ​ແລະ​ຊ່ວຍ​ພັດທະນາພູມິ​ພາກ ໃຫ້​ໄດ້ເຂົ້າ​ຮ່ວມຢ່າງ​ເຕັມ​ສ່ວນໃນເສດຖະກິດຂອງ​ໂລກ.

ຕາມ​ແຜນການ​ຮວມຕົວກັນ​ເຂົ້າ​ເປັນ​ປະຊາ​ຄົມ​ເສດ​ກິດອາ​ຊ່ຽນ ຫລື AEC ນັ້ນ ຄາດ​ກັນ
​ວ່າ ອຸບປະສັກ​ກີດຂວາງ​ການ​ຄ້າ​ແລະ​ເສດຖະກິດ ຈະ​ລົດ​ລົງ. ພວກ​ນັກທຸລະກິດແລະ​ແຮງ
ງານ​ທີ່ມີ​ຝີ​ມື ກໍ​ຈະ​ມີ​ໂອກາດ ​ງ່າຍ​ຂຶ້ນ ​ໃນ​ການ​ຂ້າມ​ຊາຍ​ແດນລະຫວ່າງ​ປະ​ເທດ ​ເພື່ອ​ໄປ​
ເຮັດວຽກ​ໃນ​ອຸດສາຫະກຳ​ຕ່າງໆ ​ທີ່ຕ້ອງການເຂົາ​ເຈົ້ານັ້ນ.

ການທ່ອງທ່ຽວ​ກໍ​ຄາດວ່າ​ ຈະ​ຂະຫຍາຍໂຕ​ຂຶ້ນ​ເຊັ່ນ​ກັນ ຊຶ່ງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຈາກ
ຕ່າງປະ​ເທດ ​ໄປ​ຍັງ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້​ ​ຄາດ​ວ່າຈະ​ເພີ້​ມຂຶ້ນ ນຶ່ງ​ເທົ່າ​ໂຕ
ໃນ​ໄລຍະ 5 ປີ​ຂ້າງ​ໜ້າ​ນີ້.

​ແຕ່​ວ່າ ການ​ຮວມກັນ​ທາງ​ເສດຖະກິດ​ດັ່ງກ່າວ​ນີ້ ຈະ​ມີສ່ວນເສຍ​ນຳ​ເຊັ່ນ​ກັນ ອີງ​ຕາມ
ຫ້ອງການ​ປາບ​ຢາ​ເສບ​ຕິດ ​ແລະ​ອາ​ຊະ​ຍາ​ກຳ ຂອງ​ສະຫະປະຊາ​ຊາດ ຫຼື UNODC​.

​ໃນ​ລາຍ​ງານ​ສະບັບ​ໃໝ່​ ກ່ຽວ​ກັບການ​ທຳຮ້າຍ​ເດັກນ້ອຍ​ທາງ​ເພດ​ ອົງການ UNODC
ກ່າວ​ວ່າ ພວກທີ່​ມັກ​ທຳຮ້າຍເດັກນ້ອຍ​ທາງ​ເພດ ຈະ​ສວຍ​ໂອກາດ​ຈາກການ​ເດີນທາງ
ລະຫວ່າງ​ປະ​ເທດ​ໄດ້​ງ່າຍ​ຂຶ້ນ​ນີ້ ແລະ​ຈາ​ກການ​ທີ່​ເຈົ້າ​ໜ້າ​ທີ່ຍັງ​ສືບ​ຕໍ່ ​ບໍ່​ສາມາດແກ້​ໄຂ
ບັນຫາ​ນີ້​ໄດ້ ຊຶ່ງ​ ຈະ​ເຮັດ​ໃຫ້​ເດັກນ້ອຍ ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ຫລາຍ​ຂຶ້ນ.

ທ່ານ​ນາງ Margaret Akullo ​ເປັນຜູ້​ນຶ່ງ​ທີ່​ຮ່ວມ​ຂຽນ​ລາຍ​ງານ ສະບັບ​ໃໝ່ນີ້ ທີ່ຊື່ວ່າ
“ປົກ​ປ້ອງ​ອະນາຄົດ ​ໂດຍ​ການປັບປຸງ​ແນວທາງ​ການ​ຕອບຮັບ ​ຕໍ່​ການ​ຮຸກ​ຮານ​ເດັກນ້ອຍ
ທາງ​ເພດ​ ໃນ​ເອ​ເຊຍ​ຕາ​ເວັນ​ອອກ ສຽງ​ໃຕ້” (“Protecting the Future: Improving
the Response to Child Sex Offending in Southeast Asia”) ​ແລະຍັງ​ບໍ່​ທັນ​ໄດ້
ຖືກ​ນຳ​ອອກ​ເຜີຍ​ແຜ່​ເທື່ອ ​ແຕ່​ນັກ​ຂ່າວ​ວີ​ໂອ​ເອ​ໄດ້​ຮັບສຳ​ເນົາ ​ມາ​ສະບັບ​ນຶ່ງ.

ທ່ານ​ນາງ Akullo ກ່າວ​ວ່າ “ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ການທ່ອງທ່ຽວ ບໍ່​ໄດ້​ໝາຍເຖິງໂອກາດ​ທີ່ດີ​ຂຶ້ນ​ ຢູ່​ສະ​ເໝີ​ໄປ ​ສຳລັບ​ພວກ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ຂົງ​ເຂດທ່ອງ​ທ່ຽວເຫຼົ່າ​ນີ້. ດັ່ງ​ນັ້ນ ພວກ​ເດັກນ້ອຍຢູ່​ໃນ​ຂົງ​ເຂດ​ເຫຼົ່າ​ນີ້ ກໍ​ຈະສາມາດ​ຖືກ​ວ່າ​ຈ້າງ​ໃຫ້​
ເຮັດ​ວຽກ​ໃນ​ວົງ​ການອຸດສາຫະກຳບັນ​ເທີ​ງ​ເຫຼົ່າ​ນີ້​ໄດ້ ຫລື​ວ່າ ພວກ​ເດັກນ້ອຍ​ທີ່​ອາ​ໄສ
ຢູ່ຕາມ​ຖະໜົນ ຫຼື​ເຮັ​ດວຽກ​ຢູ່​ຕາມ​ຖະໜົນ ກໍສາມາດ​ຖືກພວກ​ນັກ​ທ່ອງ​ທ່ຽວ ລ່ວງ​ລະ
​ເມີດ ຫຼື​ສວຍເອົາປະ​ໂຫຍ​ດໄດ້.”

ລາຍ​ງານກ່າວ​ວ່າ ຈຳ​ເປັນ​ຕ້ອງ​ມີຄວາມ​ໝັ້ນ​ໝາຍ ​ໃນຮູບ​ແບບ​ໃໝ່​ໆ ເພື່ອ​ປາບ​ປາມ​ການ
ສວຍເອົາ​ປະໂຫຍ​ດ​ທາງ​ເພດຈາກ​ເດັກນ້ອຍ​ ໃນເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ນັ້ນ ​ໂດຍ​ໃຫ້
ຂໍ້​ສັງ​ເກດ​ວ່າ ນະ​ໂຍບາຍທີ່​ປະຕິບັດ​ກັນມາ ຊຶ່ງ​ບໍ່​ພຽງພໍຢູ່​ແລ້ວໃນ​ຂົງ​ເຂດ​ຊົນນະບົດ​ນັ້ນ
ບໍ່​ໄດ້ຜົນ.

ທ່ານ​ນາງ Akullo ຜູ້​ປະສານ​ງານ​ໂຄງການຂອງ UNODC ກ່າວ​ຕໍ່​ວີ​ໂອ​ເອວ່າ​ ທາງ UNODC ​ໄດ້​ທຳ​ການ​ສຳ​ຫຼວດ ບັນດາ​ໄອ​ຍະ​ການ​ ​ພວກ​ພິພາກສາ​ ແລະຕຳຫຼວດ ໃນ
​ຂົງເຂດ ​ເພື່ອ​ໃຫ້ຮູ້​ຄັກ​ແນ່ວ່າ ​ເປັນ​ຫຍັງຈຶ່ງ​ມີ​ພວກກະ​ທຳ​ຜິດ​ກົດໝາຍ​ ໜ້ອຍຄົນຫຼາຍ
ຖືກ​ນຳມາ​ດຳ​ເນີນ​ຄະດີ ​ແລະ​ລົງ​ໂທດ.

ທ່ານ​ນາງ Akullo ກ່າວ​ວ່າ “ອຸບປະສັກສຳຄັນ ທີ່​ຂັດຂວາງ​ການ​ດຳ​ເນີນ​ຄະດີ​ ພວກ​
ລ່ວງ​ລະ​ເມີດເດັກນ້ອຍ​ທາງເພດ​ນັ້ນ ​ແມ່ນ​ການ​ຂາດແຄ​ນຄວາມ​ຮູ້ຄວາມ​ຊຳນານ ​ແລະຊັບພະຍາກອນ​ ສຳລັບໃຫ້​ຕຳຫຼວດ​ສາມາດ​ລະບຸ​ຕົວ​ ສືບສວນ​ສອບ​ສວນ ​
ແລະດຳ​ເນີນຄະດີ ຜູ້​ກະທຳ​ຜິດໄດ້ ​ຢ່າງ​ມີ​ປະສິດທິ​ພາ​ບ.”

ບັນຫານີ້​ຖືກ​ເຮັດ​ໃຫ້​ຮ້າຍ​ແຮງ​ໜັກ​ຂຶ້ນ ​ຍ້ອນຕຳຫລວດ​ບໍ່​ມີ​ຄວາມ​ຮູ້ ​ພໍທີ່​ຈະ​ຮັບ​ມື​ກັບ
ອາຊະ​ຍາກຳແບບ​ນີ້ ທີ່ໄດ້​ຮັບ​ຄວາມ​ສະ​ດວກຈາກ​ທາງ ຄອມ​ພີ​ວ​ເຕີ.

​ໃນ​ບາງ​ປະ​ເທດ ​ເຊັ່ນຟີລິບ​ປິນ ມີ​ເດັກນ້ອຍ​ຈຳນວນ​ຫຼາຍ​ ທີ່​ຖືກ​ສວຍ​ໃຊ້​ປະໂຫຍ​ດໂດຍ
​ຖືກ​ບັງຄັບ​ໃຫ້​ກະທຳ​ກິດຈະກຳ​ທາງ​ເພດ​ຕ່າງໆ ​ເພື່ອ​ໃຫ້ພວກ​ລູກ​ຄ້າໃນ​ປະ​ເທດ​ອື່ນໆ
ຊື້ເບິ່ງທາງ​ອີນ​ເຕີ​ແນັດ​ນັ້ນ.

ການ​ທ້າ​ທາຍ​ອີກ​ອັນ​ນຶ່ງ​ກໍ​ແມ່ນ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ​ໃນ​ບາງ​ກໍລະນີ ​ໂດຍ​ສະ​ເພາະ
​ຢູ່ທີ່​ໄທ ພວກ​ຕຳຫລວດ​ເອງ ມີ​ສ່ວນ​ພົວພັນ​ໃນ​ການ​ຈັດ​ຫາ​ເດັກນ້ອຍ​ ​ໃຫ້​ໄປ​ຮ່ວມ​ເພດ
​ກັບພວກ​ນັກ​ທ່ອງ​ທ່ຽວ ຫຼື​ຮັບເອົາສິນ​ບົນ ແລກປ່ຽນ​ກັບ​ການ​ເຮັດ​ຫູໜວກ​ຕາບອດ.

ລາຍ​ງານ​ຂອງອົງການ UNODC ​ໄດ້​ກ່າ​ວຍ້ອງຍໍ​ ສປປ ລາວ ​ ໄທ ກຳປູ​ເຈຍ ແລະ​ຫວຽດ
ນາມ ທີ່​ໄດ້​ລິ​ເລີ້ມ​ການ​ຮ່ວມ​ມືລະດັບ​ຂົງ​ເຂດ ​ໃນ​ການ​ຕິດຕາມ​ສິ້ງ​ຊອມ ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ ພວກ​ຊາວ​ຕ່າງ​ຊາດ ທີ່​ມີ​ປະຫວັດ​ກະທຳ​ຜິດ​ກົດໝາຍ ດ້ານ​ການລ່ວງ​ເກີນເດັກນ້ອຍທາງ
ເພດ​ມາ​ກ່ອນນັ້ນ ເຂົ້າປະ​ເທດໄດ້. ພວກ​ປະ​ເທດເຫຼົ່າ​ນີ້​ຍັງ​ສາມາດ ນຳ​ໃຊ້ຖານ​ຂໍ້ມູນລະ
ຫວ່າງຊາດ ກ່ຽວ​ກັບ​ຮູບ​ພາບ​ຂອງ​ຜູ້​ລ່ວງ​ລະ​ເມີດ​ເດັກນ້ອຍທາງ​ເພດ​ ​ທີ່​ອົງການຕຳຫຼວດ
ສາກົນ​ ຫຼື INTERPOL ຈັດ​ຕັ້ງ​ຂຶ້ນມາ​ນັ້ນ ​ເພື່ອ​ລະບຸ​ຕົວ​ຜູ້​ກະທຳ​ຜິດ.

XS
SM
MD
LG