ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວລາວ-ອາເມຣິກັນ ສະເຫລີມສະຫລອງ ຄົບຮອບ 61 ປີ ສຳພັນທະໄມຕີ ລະ​ຫວ່າງ ລາວ-ສະຫະລັດ


ພະນະທ່ານ ເອກອັກຄະລັດທະທູດ ແສງ ສຸກ​ຂະທິວົງ ພ້ອມດ້ວຍ ພັນລະຍາ ທ່ານນາງ ສົມດີ ແລະລູກສາວ ນາງ​ສາວປະ​​ກາຍ​ແສງ.
ພະນະທ່ານ ເອກອັກຄະລັດທະທູດ ແສງ ສຸກ​ຂະທິວົງ ພ້ອມດ້ວຍ ພັນລະຍາ ທ່ານນາງ ສົມດີ ແລະລູກສາວ ນາງ​ສາວປະ​​ກາຍ​ແສງ.

ທ່ານ​ຜູ້​ຟັງທີ່​ເຄົາລົບ ລາຍການ​ຊີວິດ​ລາວ​ໃນ​ ​ແລງ​ວັນ​ພະຫັດ​ມື້​ນີ້
​ເຮົາຈະ​ນໍາສະ​ເໜີ ​ການສະຫລອງຄົບ​ຮອບ ສຳພັນ​ທະ​ໄມຕີ 61 ປີ
​ລະຫວ່າງ ລາວ-ສະຫະລັດ ​ຈາກ​ປີ 1953-2014 ຊຶ່ງ​ຈະ​ມີລາຍ
​ງານ ກ່ຽວ​ກັບ​ສາຍ​ພົວພັນ ການ​ຮ່ວມ​ມື​ກັນ​ໃນ​ດ້ານ​ຕ່າງໆ ທີ່ ​ພະ
​ນະ​ທ່ານ​ແສງ ສຸກ​ຂະ​ທິ​ວົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ປ​ປ ລາວ ປະ
​ຈຳ​ ສະ​ຫະ​ລັດ ​ໄດ້​ກ່າວ​ໃຫ້​ຮູ້. ຕິດ​ຕາ​ມ​ມາ​ດ້ວຍ ຄຳ​ຖ​ະ​ແຫລ​ງ
ຂອງທ່ານ Cha Ge Yangປະທານ ສູ​ນກາງ ພັດທະນາສາກົນ ລາວ-ອາ​ເມຣິກັນ ຫລື Center for Laotian-Ameri-can Inte-rnational Development. ຊຶ່ງ ​ກິ່ງສະຫວັນ ຈະ​ນຳສະ​ເໜີ​ທ່ານ.

ສະບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນ​ແລງ​ວັນ​ເສົາ ທີ 11 ​ເດືອນ​ຕຸລາທີ່​ຜ່ານ​ມາ​ນີ້ ຢູ່​ທີ່​ຮ້ານ​ອາຫານ​ແຫ່ງ​ນຶ່ງ ​ໃນ​ເມື​ອງ Falls Churchພາກ​ເໜືອ​ຂອງ​ລັດ ​ເວີ​ຈີ​ເນຍ ຊຶ່ງ​ເປັນເຂດຊານ​ເມືອງຫລວງ ວໍຊິງ​ຕັນ ດີ​.ຊີ ​ໄດ້​ມີ​ການ​ເຕົ້າ​ໂຮມ​ ສະຫລອງ​ຄົບຮອບ 61 ປີ ຂອງ​ການຜູກ​ສຳພັນ​ທະ​ໄມ​ຕີ ລະຫວ່າງ ລາວ-ສະຫະລັດ ​ຈາກ​ປີ 1953 ມາຈົນ​ເຖິງເທົ້າ​ປັດ​ຈຸ​ບັ​ນ. ​ເລີ້ມ
ຈາກກາງ​ສັດ​ຕະ​ວັດ​ທີ່​ 20 ຫລື 1953 ຫາ​ຕົ້ນ​ສັດ​ຕະ​ສັດ​ທີ່​ 21 ຂອງ​ການ​ເປັນ​ປະ​ເທດ​ ຢູ່
ໃນ​ໂລກ​ສະ​ໄໝ​ໃໝ່ສປປ ລາວ ໄດ້​ວາງບົດ​ບາດ​ອັນສຳຄັນ​ຮ່​ວມ​ກັບ ປະຊ​າ​ຄົມໂລກ
ຫລາຍໆຢ່າງ. ຫລັງ​ຈາກ​ສົງຄາມ​ອິນດູຈີນ 1962-1975 ລາວ ​ເປັນປະ​ເທດດຽວ​ເທົ່​າ​ນັ້ນ
ໃນ​ບັນ​ດາສາມປະ​ເທດອິນ​ດູຈີນ ​ທີ່​ດຳ​ເນີນການຜູກ​ສຳພັນ​ທາງ​ການ​ທູດກັບ ສະຫະລັດ
ອາ​ເມຣິກາ ​ໂດຍ​ບໍ່​ໄດ້​ຂາດ​ຕອນ. ນອກຈາກ​ນັ້ນ​ແລ້ວ ລາວຍັງໄດ້​ສື​ບຕໍ່ການເປັນ​ສະ​ມາ​
ຊິກຖາ​ວອນ​ຂອງ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ມາ​ແຕ່ ປີ 1955 ຈົນ​ເຖິງ​ເທົ້າ​ປັດ​ຈຸ​ບັນ.

ພະນະທ່ານເອກອັກຄະລັດຖະທູດ ແສງ ສຸກຂະຕິວົງ (ກາງ) ແລະບັນດາແຂກຜູ້ມີກຽດ
ພະນະທ່ານເອກອັກຄະລັດຖະທູດ ແສງ ສຸກຂະຕິວົງ (ກາງ) ແລະບັນດາແຂກຜູ້ມີກຽດ

ເຂົ້າ​ຮ່ວມຢູ່​ໃນສະຫລອງ​ມ່ວນ​ຊື່ນ​ເປັນ​ກັນເອງ ຂອງແລງ​ວັນ​ນັ້ນ
ພະນະ​ທ່ານ​ ​ແສງ ສຸກຂະ​ທິ​ວົງ ​ເອກ​ອັກ​ຄະລັດຖະທູດ ຜູ້​ມີ​ອຳ
ນາດ​ເຕັມ ປະ​ຈຳ​ສະ​ຫະລັດ ​ກາ​ນາ​ດາ ​ແລະ ເມັກ​ຊິ​ໂກ ຕິດ​ຕາມ
​ດ້ວຍພັນ​ລະ​ຍາ ທ່ານ​ນາງ​ສົມ​ດີ ແລະ​ລູກ​ສາວ​ຄົນ​ງາມ ນາງປະ
ກາຍແສງ ສຸກຂະ​ທິວົງ ​ນອກ​ນັ້ນ​ກໍ​ມີ ເອກ​ອັກ​ຄະ​ລັດ ທະ​ທູດ​ກຳ​
ປູ​ເຈຍ ພະ​ນະ​ທ່ານ ເຮັງ ເຮັ​ມ ບັນດາ​ເຈົ້າ​ໜ້າ​ທີ່ ສະຖານທູດລາວ
ບັນດາ​ແຂກ​ຜູ້​ມີ​ກຽດ ແລະ​ສະ​ມາ​ຊິກ​ປະ​ຊາ​ຄົມ​ລາວ-ອາ​ເມ​ຣິກັນ
ທີ່ໄດ້ເດີນ​ທາງ​ມາຮ່ວມ​ຈາກ​ລັດ Minnesota, Georgia, Ten-
nessee, Maryland, Philadelphia ແລະ ນະ​ຄອນ Mon-
treal ປະ​ເທດ Canada.

ບັນດາສະຕີ ຈາກ ສະຖານທູດ ສປປ ລາວ
ບັນດາສະຕີ ຈາກ ສະຖານທູດ ສປປ ລາວ

ປະວັດຄວາມ​ເປັນ​ມາໂດຍ​ຫຍໍ້ ​ແລະ​ການ​ປະຕິບັດ​ງານ​ຂອງ
ພະນະ​ທ່ານ ​ເອກ​ອັກຄະ​ລັດຖະທູດ​ແສງ ສຸກຂະ​ທິວົງ ມີ​ດັ່ງ​ນີ້.
ທ່ານ ສຳ​ເລັດ​ການ​ສຶກ​ສາ​ພາກ​ຕົ້ນ​ຈາກ ມັດ​ທະ​ຍົມ​ຫລວງ
​ພະ​ບາ​ງ ຫລັ​ງ​ຈາກ​ນັ້ນ​ໄດ້​ໄປ​ສຶກ​ສາ​ຕໍ່​ທີ່ ສະ​ຫະ​ພາບ​ໂຊ​-
ຫວ​ຽດ ສຳເລັດ​ປະ​ລິນ​ຍາ​ໂທ ຝ່າຍພາ​ສາ​ອັງ​ກິດ ແລະພາ​ສາ
​ຣັດ​ເຊຍ. ທ່ານ​ໄດ້​ເລີ້ມເຂົ້າ​ຮັບໃຊ້​ເປັນ ​ລັດ​ຖະ​ກອນ ​ຢູ່ ກະ
ຊວງ​ຕ່າງ​ປະ​ເທດ ຊຶ່ງຢູ່ໃນລະຍະ​ນີ້ ​ທ່ານແສງ ​ໄດ້ປະ​ຕິ​ບັດ
ໜ້າ​ທີ່​ອັນ​ສຳຄັນ ຫລາຍໆຢ່າງຢູ່​ໃນ​ວົງ​ການ​ກະຊວງຕ່າງ
ປະ​ເທດ ສປປ ລາວ. ຕົກ​ມາ​ເຖິງ​ປີ 1993 ທ່ານ​ແສງ ​ໄດ້​ມາ
​ຮັບ​ຕຳ​ແໜ່ງ ເລຂາທິ​ການເອກ ​ຢູ່ ສະ​ຖານ​ທູດ ສ​ປ​ປ ລາວ ທີ່​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ໃນ
​ປີ 1996 ທ່ານ​ແສງ​ ໄດ້​ເລື່ອນ​ຂື້ນ​ມາ​ເປັນ​ຮອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສປປ ລາວ ແລະ​ໃນ
​ປີ 2010 ພະ​ນ​ະ​ທ່ານ​ແສງ ​ສຸກຂະທິວົງ ໄດ້​ກັບ​ຄືນ​ມາ​ຮັບ​ຕຳ​ແໜ່ງ​ເປັນ ເອກ​ອັກ​ຄະ​ລັດ​ຖະ
​ທູດ ຜູ້​ມີ​ອຳ​ນາດເຕັມ ປະຈຳ ສະຫະລັດ ຈົນ​ເຖິງເທົ້າປັດ​ຈຸ​ບັນ.​ ​ໃນລະ​ຍະ​ຊາວ​ເອັດ​ປີ (1993-2014) ທີ່​ທ່ານ​ໄດ້​ພົວ​ພັນກັບ​ວົງ​ການ​ທູດ ລະຫວ່າງ ສປປ ລາວ ​ແລະ ສະ​ຫະ​ລັດ
ທ່ານ​ຫລີ້ນ​ບົດ​ບາດ​ອັນ​ສຳຄັນ​ຫລາຍໆ​ຢ່າງ ​ແລະ​ເປັນ​ນັກ​ການ​ທູດລາວ ທີ່​ໄດ້​ໃຊ້​ຊີວິດ ປະ
ຕິບັດ​ງານ ຢູ່​ໃນ ສະຫະລັດ ​ເປັນ​ເວລາ​ນານ​ກວ່າ ບັນດາ​ນັກ​ການ​ທູດລາວ​ຄົນ​ອື່ນໆ ນອກ​ນັ້ນ​ຍັງໄດ້​ມີ​ໂອ​ກາດ​ເດີນ​ທາ​ໄປ​ຢ້ຽມ​ຢາມ ພີ່​ນ້ອງ​ປະ​ຊາ​ຄົມ​ລາ​ວ-ອາ​ເມ​ຣິ​ກັນ ຢູ່​ໃນສາມ​ສິບ
ກວ່າລັດ.

ທ່ານສິງຫານະຄອນ ສີຫາລາດ (ຂວາສຸດ) ເຈົ້າໜ້າທີ່ກົງສຸນ ສະຖານທູດ ສປປ ລາວ
ທ່ານສິງຫານະຄອນ ສີຫາລາດ (ຂວາສຸດ) ເຈົ້າໜ້າທີ່ກົງສຸນ ສະຖານທູດ ສປປ ລາວ

ຊ້ອງ​ໜ້າ​ບັນ​ດາ​ແຂກ​ຜູ້​ມີ​ກຽ​ດ ພະ​ນະ​ທ່ານ​ເອກ​ອັກຄະ​ລັດ
​ທະ​ທູດແສງ ໄດ້​ລາຍ​ງານ​ຢ່າງລ​ະ​ອ​ຽດ ​ແລະ​ເປັນ​ຂັ້ນ​ຕອນ
​ກ່ຽວກັບສາຍ​ສຳ​ພັນ ​ການ​ຮ່ວມ​ມື​ຮ່ວມງານຫລາຍໆ​ຢ່າງ​ລະ
​ຫວ່າງ ສ​ປປ ລາວ ​ແລະ ສະຫະລັດ ​ອາ​ເມ​ຣິ​ກາ. ວີ​ໂອ​ເອ
ຈະນຳ​ເອົາຈຸດຖະ​ແຫລງ ອັນສຳ​ຄັນຂອງ​ ພະນະທ່ານ​ແສງ
ມາສະເໜີ​ທ່ານ​ເປັນ​ຂັ້ນ​ຕອນດັ່ງ​ນີ້ :

ພະນະທ່ານ ເອກອັກຄະລັດຖະທູດແສງ ກຳລັງກ່າວລາຍງານຕໍ່ບັນດາແຂກຜູ້ທີກຽດ
ພະນະທ່ານ ເອກອັກຄະລັດຖະທູດແສງ ກຳລັງກ່າວລາຍງານຕໍ່ບັນດາແຂກຜູ້ທີກຽດ

ກ່ຽວ​ກັບ​ດ້ານສຳ​ພັນທະ​ໄມຕີກັບ ​ເຄຶຶອຍາດຊາວ​ລາວ-ອາ​ເມຣິກັນ ​ແລະ​ສະຖານທູດ​ ສປປ ລາວ ມີດັ້ງ​ນີ້ :

ພະນະທ່ານທູດແສງ ກັບສະຕີລາວ-ອາເມຣິກັນ ຈຳນວນນຶ່ງ.
ພະນະທ່ານທູດແສງ ກັບສະຕີລາວ-ອາເມຣິກັນ ຈຳນວນນຶ່ງ.


ກ່ຽວ​ກັບ​ດ້ານ​ການ​ປະຕິບັດ​ງານ ​ແລະ​ການ​ແລກປ່ຽນ​ລະຫວ່າງ ສປປ ລາວ ​ແລະ​ສະຫະລັດ ພະນະ​ທ່ານ ເອກ​ອັກຄະ​ລັດຖະທູດແສງ ​ໄດ້ກ່າວ​ດັ່ງ​ນີ້ :

ທານນາງ ສົມດີ ສຸກຂະຕິວົງ (ຂວາ) ກຳລັງມ່ວນຊື່ນກັບສຽງເພງ
ທານນາງ ສົມດີ ສຸກຂະຕິວົງ (ຂວາ) ກຳລັງມ່ວນຊື່ນກັບສຽງເພງ

ບຸກຄົນ​ສຳຄັນ​ອີກ​ຜູ້​ນຶ່ງ​ກໍ​ຄື ທ່ານ Cha Ge Yang ປະ​ທານ ສູນ​ກາງ​ພັດ​ທະ​ນາ​ສາ​ກົນ ລາວ-​ອາ​ເມ​ຣິກັ​ນ (Center for Laotian-American International Development) ​ໄດ້​ມາກ່າວ ລາ​ຍງານ​ເຖິງ ຈຸ​ດ​ສຳ​ຄັນຂອງ​ການ​ແລກປ່ຽນສາຍ​ພົວພັນ ລະຫວ່າງ ຊາວ​ລາວ-ອາ​ເມຣິກັນ ​ແລະ​ປະຊາຊົນ​ລາວ ​ດັ່ງ​ນີ້ :

Cha Ge Yang
Cha Ge Yang

ດອກເຕີ Yang Dao ທີ່ປຶກສາ ສູນກາງ ພັດທະນາສາກົນ ລາວ-ອາເມຣິກັນ
ດອກເຕີ Yang Dao ທີ່ປຶກສາ ສູນກາງ ພັດທະນາສາກົນ ລາວ-ອາເມຣິກັນ

ນອກ​ນັ້ນ​ຍັ​ງ​ມີ​ອີກ​ຫລາຍໆ​ທ່ານ ທີ່​ໄດ້​ສັບ​ປ່ຽນ​ກັນມາ​ກ່າວເຖິງ
​ຄວາ​ມກ້າວ​ໜ້າ ແລະ​ຄວ​າມປັນ​ຫ່ວງ​ກ່ຽວ​ກັບ​ ການ​ປະສານ​ງານ​
ກັບ ສ​ປ​ປ ລາ​ວ.

ສ່ວນນຶ່ງຂອງບັນດາສະຕິລາວ-ອາເມຣິກັນ ທີ່ເປັນກຳມະການຈັດງານ
ສ່ວນນຶ່ງຂອງບັນດາສະຕິລາວ-ອາເມຣິກັນ ທີ່ເປັນກຳມະການຈັດງານ

ຜູ້ມາ​ຮ່ວມ​ໃນຄືນ​ນັ້ນ ເຕັ​ມ​ໄປ​ດ້ວຍໃບ​ໜ້າ​ອັນ​ຍີ້ມ​ແຍ້ມ​ແຈ່ມ​ໃສ ໂອ້​ລົມ​ຢ່າງ​ມ່ວນ​ຊື່ນ ​ແລະ ກິນອາ​ຫານ​ອັນແຊບນົວ ເຄຶ່ອງ​ດື່ມ ໂດ​ຍ​ສະ​ເພາະ​ຢ່າ​ງ​ຍິງ ໄດ້​ຮັບ​ການ​ບັນ​ເທິງ​ຈາກ ວົງ​ດົນ​ຕີ ຫລວງ​ພະ​ບ​າງ ທີ່​ເດີນ​ທາ​ງ​ມາ​ຈາກ​ລັດ Philadelphia ​ມາ​ເສບ​ກ່ອມ​ອາລົມ ຕິດຕາມ​ດ້ວຍ ສິນລະ​ປິນ​ຍິງ​ທີ່​ມີ​ຊື່​ສຽງ ຍາ​ນາງ ພອນ ພູ​ມີ​ທອນ ຈາກ​ລັດ ​ເວຈີ​ເນຍ ແລະຍາ​ນາງວິ​ໄລ​ຈັນ ສ​ເວ​ຊ ວົງ ທີ່​ເດີນທາງ​ມາ​ຈາກ ກາ​ນາ​ດາ.

ທ່ານສາ​ມາດ​ຕິດຕາມ ອ່ານ​ແລະ​ຟັງ​ລາຍ​ງານ​ທັງ​ໝົດຂອງ ການ​ສະ​ຫລອງ​ຄົບ​ຮອບ 61 ປີໄດ້​ທີ່ ເວັຍໄຊ້ຂອງເຮົາ. ກ່ອນ​ຈາກ​ກັນ​ໄປ​ໃນ​ຄ່ຳ​ຄືນ​ວັນ​ນີ້ ​ຂ້າພະເຈົ້າ ຂໍ​ລາ​ທ່ານ​ຜູ້​ຟັງ​ດ້ວຍ ຜົນ​ງານ​ເພງ​ໃໝ່ ຂອງ ມະ​ນີ​ຈັນ ສ​ເວຊ​ວົງ ​"ຂອບ​ໃຈ​ສະຫວັນ" ປະ​ພັນ​ໂດຍ ເຈົ້າ​ຄຳ​ຜາຍ ກຸນລະ​ວຸດ

ຄະນະວົງດົນຕິ ຫລວງພະບາງ ແລະບັນດາສິນລະປີນ ນັກຮ໊ອງ
ຄະນະວົງດົນຕິ ຫລວງພະບາງ ແລະບັນດາສິນລະປີນ ນັກຮ໊ອງ

XS
SM
MD
LG