ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າສູນ CDC ຍັງເຊື່ອໝັ້ນວ່າ ຈະສາມາດ ຢຸດການລະບາດຂອງ ອີໂບລາໄດ້ (ວີດີໂອ ພາສາລາວ)


CDC Head Still Confident Ebola Outbreak Can Be Stopped
please wait

No media source currently available

0:00 0:02:36 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ຫລາຍ​ພັນ​ກິ​ໂລ​ແມັດ ​ໄກ​ຈາກ​ພວກປະຊາ​ຄົມ​ທີ່​ຖືກ​ກະທົບ​ໜັກທີ່
​ສຸດ ​ໂດຍ​ເຊື້ອ​ອີ​ໂບລາ​ນັ້ນ ບັນດານັກວິທະຍາ​ສາດຢູ່​ໃນ​ສະຫະລັດ
ກຳລັງ​ຂຸ້ນຂ້ຽວ​ທຳ​ງານ​ ​ເພື່ອ​ຫາ​ທາງ​ຍັບ​ຍັ້ງ​ການລະບາດ ບໍ່​ໃຫ້​ແຜ່​
ລາມ​ອອກ​ໄປ​ໃນ​ວົງ​ກວ້າງ​ຂຶ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Carol Pearson
ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຈາກ​ສຳນັກງານ​ໃຫຍ່​ຂອງ ສູນ​ກາງ
​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດຂອງ​ສະຫະລັດ ທີ່​ນະຄອນ Atlanta
ລັດ Georgia ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ:

ຢູ່​ທີ່ສູນ​ປະຕິບັດ​ການ​ສຸກ​ເສີນ ຂອງ​ສູນ​ກາງ​ຄອບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດຂອງ​ສະຫະລັດ ຫລື the Centers for Disease Control and Prevention ​ເອີ້ນ​ຫຍໍ້​ວ່າ CDC ນັ້ນ ພວກ​ພະ​ນັກງານ​ ພາກັນ​ຕິດຕາມ​ເບິ່ງ ໄພ​ຂົ່ມຂູ່​ດ້ານ​ສາ​ທາ​ລະນະ​ສຸກ​ຢູ່​ໃນ​ທົ່ວ​ໂລກ. ປີ​ນີ້ ພວກ​ເຂົາ​ເຈົ້າ​ໄດ້​ຕິດຕາມ​ເບິ່ງ​ເຊື້ອ​ໄວ​ຣັສ ອີ​ໂບລາ ນັບ​ແຕ່​ເດືອນ​ມີນາ​ ມາ​ແລ້ວ.

​ໃນ​ເດືອນ​ກັນຍາ ສູນ​ກາງ CDC ​ໄດ້​ອອກ​ການ​ຄາດ​ດະ​ເນ ທີ່​ພາ​ໃຫ້ຕົກໃຈ ​ໂດຍກ່າວ​ວ່າ ອາດ​ສາມາດ​ມີ​ຜູ້​ຄົນ​ຫລາຍ​ກ່ວາ ນຶ່ງ​ລ້ານຄົນຕິດ​ເຊື້ອ​ໄວຣັສອີ​ໂບລາ ພາຍ​ໃນ​ເດືອນ​ມັງ
ກອນ​ປີໜ້າ ຖ້າ​ຫາກ​ບໍ່​ມີ​ການເອົາ​ບາດກ້າວ​ໂດຍ​ທັນທີ ​ເພື່ອ​ຍຸດຕິການ​ແຜ່​ລະບາດ​ຂອງມັນ.

ພວກ​ນັກ​ຊ່ຽວຊານ​ຢູ່​ສູນ​ປະຕິບັດ​ການ​ສຸກ​ເສີນ ຂອງ CDC ທີ່​ນະຄອນAtlanta ສະໜອງ
​ຂໍ້​ມູນ​ທີ່​ສຳຄັນ ​ໃຫ້​ພວກ​ທີ່ຢູ່​ໃນ​ສະໜາມ ຊຶ່ງ​ໂຮມ​ທັງອົງການ​ອະນາ​ໄມ​ໂລກ​ WHO ແລະ​ບັນດາ​ລັດຖະບານ​ໃນ​ປະ​ເທດ

Liberia, Sierra Leone ​ແລະ Guinea ຊຶ່ງ​ທັງ​ສາມ​ປະ​ເທດ​ເປັນ​ຈຸດ​ໃຈກາງ​ຂອງ​ການ
ລະບາດ​ ຂອງ​ອີ​ໂບລາ​ນັ້ນ.

Dr. Thomas Frieden ຫົວໜ້າ CDC ​ໄດ້​ໄປເບິ່ງຈຸດ​ໃຈກາງບ່ອນ​ລະບາດຂອງ​ອີ​ໂບລາ ​ໃນ​ທ້າຍ​ລະດູ​ຮ້ອນຜ່ານ​ມາ.

Dr. Frieden ກ່າວ​ວ່າ “ສູນ​ກາງ CDC ​ແມ່ນ​ໄດ້​ໄປ​ຢູ່​ໃນ​ພື້ນ​ທີ່ ​ເພື່ອ​ຮັບ​ມື​ກັບ​ການລະບາດ​ຂອງ​ອີ​ໂບລາ ​ໃນ​ທຸກໆແຫ່ງ. ​ແລະ​ຂ້າພະ​ເຈົ້າ​ເອງ ກໍ​ໄດ້​ໃຫ້​
ຄວາມ​ໝັ້ນ​ໃຈ​ແກ່ ​ແຕ່ລະ​ປະ​ເທດ​ເຫລົ່າ​ນັ້ນ​ວ່າ ພວກ​ເຮົາ​ຈະ​ຢູ່​ຄຽງ​ຂ້າງ
​ພວກ​ເຂົາ​ເຈົ້າ ຈົນ​ກ່ວາ​ມັນ​ຈະ​ຍຸດຕິ​ລົງ.”


ຢູ່​ໃນ​ພວກ​ປະ​ເທດ​ທີ່​ຖືກ​ອີ​ໂບລາ​ຄຸກ​ຄາມ​ນັ້ນ ປ້າຍ​ໂຄສະນາ​ໃຫຍ່ໆ​ທີ່​ຕິດ​ຕັ້ງ​ໄວ້ຢູ່​ທົ່ວໄປ ປະກາດ​ວ່າ ອີ​ໂບລາ​ມີ​ແທ້. ບັນດາ​ນັກ​ຊ່ຽວຊານ​ດ້ານ​ການ​ສື່ສານ​ຂອງ CDC ຊ່ວຍ​ປະ​ເທດເຫລົ່າ​ນັ້ນ ສິດສອນ​ປະຊາຊົນຂ​ອງເຂົາ​ເຈົ້າ ກ່ຽວ​ກັບ​ວິທີ​ໃຊ້​ຊີວິດ​ປະຈຳ​ວັນ​ຢູ່​ຢ່າງປອດ​ໄພ ​
ແລະ​ຄວນ​ຈະ​ເຮັດ​ແນວ​ໃດ ຖ້າ​ຫາກໃຜ​ຜູ້​ນຶ່ງ​ຄີງ​ຮ້ອນ​ເປັນ​ໄຂ້ ຊຶ່ງ​ເປັນ​ຮ່ອງຮອຍຫລືອາການ
​ເຕືອນ​ອັນ​ທຳ​ອິດ ຂອງ​ເຊື້ອ​ອີ​ໂບລາ.

ສູນ CDC ບໍ່​ສົ່ງ​ນາຍ​ແພດ ​ໄປ​ຊ່ວຍດູ​ແລ​ຮັກສາພວກ​ຄົນ​ປ່ວຍ ​ແຕ່​ ເຝິກອົບ​ຮົມພວກພະນັກ
ງານຮັກສາ​ສຸຂະພາບ ກ່ຽວ​ກັບ​ວິທີ​ການ​ດູ​ແລ​ຄົນ​ປ່ວຍ​ຢ່າງ​ປອດ​ໄພ.

Dr. Frieden ກ່າວ​ວ່າ “ສູນ CDC ກຳລັງ​ເຮັດ​ວຽກ ຢູ່​ໃນ​ທຸກໆ​ດ້ານ ຂອງ​ການ
​ຕອບ​ຮັບ​ກັບ​ອິ​ໂບລາ ​ໃນ​ທຸກໆ​ປະ​ເທດ​ທີ່​ມັນລະບາດ. ເຮົາ​ຊ່ວຍ​ພວກຄົນ​ປ່ວຍ ​
ໃຫ້​ໄດ້​ຮັບ​ການກວດ​ຢ່າງ​ຖືກຕ້ອງ. ​ເຮົາ​ຊ່ວຍ​ຕິດ ຕາມ​ເບິ່ງ​ການລະບາດ. ​ເຮົາ
ຊ່ວຍ​ພວກ​ປະ​ເທດ​ເຫລົ່າ​ນັ້ນ ປັບປຸງ​ວິທີ ທີ່​ເຂົາ​ເຈົ້າ​ຮັບ​ມື​ກັບ​ມັນ ​ແລະ​ພວກ​
ເຮົາ​ຊ່ວຍ​ຄິດ​ພິຈາລະນາ​ວ່າ ມີ​ສິ່ງ​
ໃດ​ແດ່ທີ່​ສາມາດ​ເຮັດໄດ້ ​ເພື່ອ​ໃຫ້​ກ້າວ​ໄປ
ຂ້າງ​ໜ້າ​ມັນ.”


​ເຖິງ​ແມ່ນ​ວ່າການ​ໄດ້​ຮັບ​ການປິ່ນປົວ​ແຕ່​ຫົວທີ ຈະ​ຊ່ວຍ​ເພີ້​ມທະວີ​ອັດຕາການ​ລອດ​ຊີວິດ
ໄດ້ຢ່າງ​ຫລວງຫລາຍ​ກໍ​ຕາມ ​ແຕ່​ມັນ​ກໍ​ບໍ່​ມີ​ສູນປິ່ນປົວຢ່າງ​ພຽງພໍ ​ແລະ​ຫລາຍໆ​ຄົນ​ໄດ້​ຖືກ
ປະຕິ​ເສດ ​ຖືກ​ປ່ອຍໃຫ້​ລໍຖ້າ ຫລື​ປ່ອຍ​ໃຫ້​ຕາຍ​ຢູ່​ທາງ​ນອກ. Dr. Thomas Frieden
ຫົວໜ້າ​ສູນ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດຂອງ​ສະຫະລັດ ກ່າວ​ວ່າ ການ​ກໍ່ສ້າງ​ສູນ​ປິ່ນປົວ
ໃຫ້​ມີ​ຫລາຍ​ຂຶ້ນ​ຕື່ມ ​ແລະ​ຮັບ​ເອົາ​ຄົນ​ປ່ວຍ​ເຂົ້າ​ໄປ​ຮັກສາ ​ແມ່ນ​ລູກ​ກະ​ແຈ​ໄປ​ສູ່​ການ​ຢຸດ​ຢັ້ງ
ອີ​ໂບລາ.

Dr. Frieden ​ເວົ້າ​ວ່າ “​ເວລາ​ແມ່ນ​ສຳຄັນ​ທີ່​ສຸດ. ການເອົາ​ບາດ​ກ້າວ​ໃດໆ ທີ່​
ວ່າ​ດີ​ສົມຄວນ​ໃນ​ມື້​ນີ້ ​ແມ່ນ​ຈະ​ດີ​ຫລາຍ​ກ່ວາ ລໍຖ້າ​ການ​ເອົາ​ບາດກ້າວທີ່​ດີ​
ກ່ວາ​ຫລາຍ​ ໃນອາທິດ​ນຶ່ງ​ນັບ​ຈາກ​ມື້​ນີ້. ມັນ​ຮີບ​ດ່ວນ​ປາ​ນ ນັ້ນ​ພຸ້ນ​ແຫລະ.”


​ເວລາ​ນີ້ ກອງທະຫານ​ທີ່ສະຫະລັດສົ່ງ​ໄປ​ຊ່ວຍ ກຳລັງ​ພາກັນ​ກໍ່ສ້າງ ສູນປິ່ນ​ປົວ​ໃໝ່​ຫລາຍໆ​ແຫ່ງ ຢູ່ໃນ​ພວກ​ປະ​ເທດ​ທີ່​ຖືກ​ອີ​ໂບລາຄຸກ​ຄາມ. ຄາດ​ວ່າ ທະຫານ​ສະຫະລັດ
​ຈະ​ເດີນທາງ​ໄປ​ຮອດ​ອາ​ຟຣິກາ​ຕາ​ເວັນຕົກ ຕື່ມ​ອີກ ພາຍ​ໃນ​ທ້າ​ຍ​ເດືອນ​ຕຸລາ​ນີ້.

Dr. Frieden ກ່າວ​ວ່າ ທ່ານ​ຍັງ​ເຊື່ອໝັ້ນ​ຢູ່​ວ່າ ຈະ​ສາມາດ​ຢຸດ​ການລະບາດ​ຂອງ​ອີ​ໂບລາ​ໄດ້ ແຕ່ໃນ​ຂະນະ​ດຽວ​ກັນ ທ່ານກໍ​ກ່າວ​ວ່າ ສະຖານະ​ການ​ແມ່ນ​ຈະ​ຮ້າຍ​ແຮງ​ໜັກ​ລົງ​ໄປ​ອີກ ກ່ອນ​ທີ່​ມັນ​ຈະ​ດີ​ຂຶ້ນ.

Obama Reassures Americans as Ebola Fears Grow
please wait

No media source currently available

0:00 0:02:27 0:00

Thousands of kilometers from the communities hit hardest by Ebola, scientists in the United States are working to stop the outbreak. VOA's Carol Pearson reports from the headquarters of the Centers for Disease Control and Prevention in Atlanta, Georgia.

This is the Emergency Operations Center at the Centers for Disease Control and Prevention - the CDC. It's here that workers track public health threats around the world. Since March, they have been tracking Ebola.
In September, the CDC issued a stunning projection: that more than a million people could get the virus by January if immediate action isn't taken to end the epidemic.
The experts at the Emergency Operations Center in Atlanta provides critical information to those in the field, including the World Health Organization and governments in Liberia, Sierra Leone and Guinea, the heart of the Ebola epidemic.
Dr. Thomas Frieden, the head of the CDC, visited Ebola's epicenter in late summer.
"CDC has been on the ground for every Ebola response. And I personally, assured each of the countries that we would be there with them until it was over."
In the Ebola-affected countries, billboards proclaim that the virus is real. CDC communications specialists help countries teach people how to stay safe and what to do if someone has a fever, the first warning sign of Ebola virus.
The CDC doesn't send doctors to care for the patients. Instead, it trains health care workers to do it safely.
"CDC is working in every aspect of the response in every country where the epidemic is present. We're helping patients get tested accurately. We're helping track the epidemic. We're helping countries improve the way they're responding to it. And we're helping to figure out what we can do to get ahead of it."
While early care dramatically increases survival rates, there aren't enough treatment centers, and many people are turned away, left to wait or die outside. Dr. Frieden says building more treatment centers and getting people into them is the key to stopping the epidemic.
"Time is absolutely of the essence. An action that is pretty good today is way better than an action that is great a week from today. It's that urgent."
U.S. troops are building new treatment facilitlies. More troops are expected to arrive in Africa in late October.
Dr. Frieden says he is still confident that the Ebola epidemic can be stopped.
But he also says it's going to get worse before it gets better.

XS
SM
MD
LG