ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າ​ທີ່ ສຫລ ​​ກວດ​ພົບ ກໍລະນີີ ຕິດເຊື້ອ​ ອີ​ໂບລາ ທຳ​ອິດ​ ໃນ​ປະ​ເທດ


ໂຮງໝໍ Texas Health Presbyterian ຢູ່ນະຄອນດາ​ລັສ ລັດ​ເທັກ​ຊັສ, ວັນທີ 30 ກັນຍາ 2014.
ໂຮງໝໍ Texas Health Presbyterian ຢູ່ນະຄອນດາ​ລັສ ລັດ​ເທັກ​ຊັສ, ວັນທີ 30 ກັນຍາ 2014.

ບັນດາເຈົ້າໜ້າ​ທີ່ການ​ແພດ​ສະຫະລັດ ​ໄດ້​ທຳ​ການ​ກວດ​ພົບກໍລະນີີ
ຕິດ ເຊື້ອ​ອີ​ໂບລາທຳ​ອິດ​ ຂອງ​ປະ​ເທດ.

ຫົວໜ້າ​ສູນ​ຄວບ​ຄຸມ ແລະ​ປ້ອງ​ກັນ​ພະຍາດ​ຂອງສະຫະລັດ ຫຼື
CDC ດຣ Tom Frieden ​ໄດ້ໃຫ້ການຢືນຢັນ​ໃນ​ວັນອັງຄານ
ວານ​ນີ້ວ່າ ​ໄດ້​ກວດພົບເຊື້​ອ​ໄວຣັສ ທີ່​ອາດ​ເປັນ​ອັນຕະລາຍ​ເຖິງ
ແກ່ຊີວິດ ​ໃນ​ຄົນ​ປ່ວຍຜູ້​ຊາຍ​ຄົນ​ໜຶ່ງ ທີ່​ໄດ້​ຕິດ​ເຊື້ອ​ໄວຣັສ ຢູ່​ໃນ
​ປະ​ເທດ​ໄລ​ບີ​ເຣຍ. ຜູ້ກ່ຽວ​ ໄດ້​ເລີ້ມມີ​ອາການ​ຕ່າງໆມາຫຼາຍມື້​ແລ້ວ
ຫຼັງຈາກ​ລາວ​ໄດ້​ເດີນທາງມາ​ຮອດນະຄອນດາ​ລັສ ລັດ​ເທັກ​ຊັສ
ຢູ່​ທາງ​ພາກຕາ​ເວັນ​ຕົກ​ສຽງ​ໃຕ້​ ຂອງສະຫະລັດ​ເມື່ອ​ວັນ​ທີ 20
ກັນຍາ​ນີ້.

ດຣ Frieden ເວົ້າວ່າ ຄົນ​ປ່ວຍ​ທີ່​ບໍ່​ໄດ້​ລະບຸ​ຊື່​ດັ່ງກ່າວ​ໄດ້​ເຂົ້າ​ຮັບ​ການ​ຮັກສາຢູ່​ທີ່ໂຮງໝໍ​
Texas Health Presbyterian ໃນ​ວັນ​ອາທິດແລ້ວ​ນີ້ ​ແລະ ​ໃນ​ຂະນະ​ນີ້ ​ແມ່ນ​ຖືກແຍກ
ໃຫ້ຢູ່ໂດດດ່ຽວຢ່າງເຂັ້ມງວດ. ບັນດາ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ ກຳລັງ​ພະຍາຍາມກວດຄືນ​ເບິ່ງ​
ວ່າ ​ຜູ້​ໃດ​ແດ່​ ທີ່​ອາດ​ໄດ້ສຳ​ຜັດ​ກັບ​ຄົນ​ປ່ວຍຜູ້ນີ້.

ອັນ​ນັ້ນ​ໂດຍ​ສ່ວນ​ໃຫຍ່​ແລ້ວ ມີທ່າທາງວ່າຈະ​ເປັນບັນດາ​ເພື່ອນ​ມິດແລະ ​ສະມາຊິກ​ຄອບຄົວ​ຂອງ​ລາວ. ​ເຈົ້າໜ້າ​ທີ່​ກ່າວ​ວ່າ ບໍ່​ມີ​ຜູ້​ໃດ​ເລີຍ ທີ່​ໄດ້​ເດີນທາງ​ເຂົ້າມາ​ໃນ​ສະຫະລັດ​ຢູ່ໃນຖ້ຽວ​ບິນ​ດຽວ​ກັນ​ກັບ​ຜູ້​ປ່ວຍ​ນັ້ນ ​ຕົກ ​ຢູ່​ໃນ​ຄວາມ​ອັນຕະລາຍ​ແຕ່​ຢ່າງ​ໃດ.

ຫົວໜ້າອົງການ CDC ກ່າວ​ວ່າ ​ບໍ່ມີຄວາມສົງໄສໃດໆເລີຍທີ່ວ່າ​ເຈົ້າໜ້າ​ທີ່​ ຈະ​ສາມາດ​ຄວບຄຸມ​ເຊື້ອ​ໄວຣັສນີ້​ເພື່ອ​ບໍ່​ໃຫ້​ມັນ​ແຜ່​ລະບາດອອກ​ ໄປ​ຢ່າງ​ກວ້າງ​ຂວາງ​ຢູ່​ໃນ​ສະຫະລັດ.

​ເຖິງແມ່ນ​ວ່າ ມີເຈົ້າໜ້າທີ່ການ​ແພດ​ຊາວ​ອາ​ເມຣິກັນ ໄດ້​ຖືກ​ກວດ​ພົບ ວ່າຕິດ​ເຊື້ອ​ໄວຣັສຢູ່​ໃນ​ອາ​ຟຣິກາ ແລະໄດ້​ຖືກສົ່ງກັບ​ມາສະຫະລັດ​ເພື່ອ​ຮັບ​ການ​ປິ່ນປົວ​ໄປ​ແລ້ວນັ້ນກໍ່ຕາມ ​ແຕ່ຜູ້​ຊາຍ​ຄົນ​ລັດ​ເທັກ​ຊັສນີ້ ​ແມ່ນ​ເປັນ​ຄົນ​ປ່ວຍ​ຜູ້​ທຳ​ອິດ ທີ່​ໄດ້​ຖືກ​ກວດ​ພົບ​ວ່າຕິດເຊື້ອ​ພະຍາດອີ​ໂບລາຢູ່​ ໃນ​ສະຫະລັດ.

EBOLA CNPK
please wait
Embed

No media source currently available

0:00 0:02:26 0:00

XS
SM
MD
LG