ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

10 ຄົນ ເສຍຊີວິດ ຍ້ອນ ລະເບີດລົດ ຢູ່ນະຄອນຫຼວງ ອີຣັກ (ສະໄລດ໌/ວີດີໂອ)


ຜູ້ຊາຍຄົນນຶ່ງຢ່າງຜ່ານບ່ອນທີ່ມີການໂຈມຕີ ດ້ວຍລະເບີດລົດ ຢູ່ນະຄອນຫຼວງອີຣັກ.
ຜູ້ຊາຍຄົນນຶ່ງຢ່າງຜ່ານບ່ອນທີ່ມີການໂຈມຕີ ດ້ວຍລະເບີດລົດ ຢູ່ນະຄອນຫຼວງອີຣັກ.

ລະ​ເບີດ​ລົດ​ໄດ້​ແຕກ​ຂື້ນ ຢູ່​ໃນ​ຄຸ້ມນຶ່ງຂອງ​ຊາວ Shi’ite ​ໃນ​
ນະຄອນຫລວງ​ຂອງ ອີຣັກ ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ
10 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບອີີກ 31 ຄົນ.

ເຫດລະເບີດ ໃນວັນອັງຄານມື້ນີ້ ເກີດຂຶ້ນທີ່ບໍລິເວນຄຸ້ມໃໝ່
ຂອງນະຄອນແບັກ ແດດ ໃນຕອນເຊົ້າຊົ່ວໂມງເຂົ້າການ.

ການ​ໂຈມ​ຕີ​ນີ້​ເກີ​ດຂື້ນ​ນຶ່ງ​ມື້​ ຫລັງ​ຈາກໄດ້ເກີດເຫດລະ​ເບີດ
ຢ່າງ​ຕໍ່​ເນື່ອງ​ກັນ​ຢູ່​ໃນ ອີຣັກ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ ຢ່າງ​
ໜ້ອຍ 20 ຄົນ ຮວມ​ທັງ 11 ຄົນ​ ຢູ່​ທີ່​ວັດ Shi’ite ໃນ​ຄຸ້ມດຽວ
ກັນ ກັບເຫດລະເບີດ​ໃນ​ວັນ​ອັງຄານ​ມື້​ນີ້.

ອີຣັກ ​ໄດ້​ດີ້ນ​ລົນ​ຕໍ່ສູ້ເພື່ອຮັບມືກັບຄວາມ​ຮຸນ​ແຮງທີ່ເພີ້ມທະວີຂຶ້ນໃນປິ​ນີ້​ ຊຶ່ງ​ເຮັດ​ໃຫ້​
ຫລາຍ​ກວ່າ 10,000 ຄົນ​ເສຍ​ຊີ​ວິດແລ້ວ ​ໃນ​ຂະ​ນະ​ທີ່​ພວກ​ຫົວ​ຮຸນ​ແຮງ​ຈາກ ກຸ່ມລັດ
​ອິສລາ​ມ ​ໄດ້ເຂົ້າຄວບ​ຄຸມຂົງ​ເຂດ​ອັນກວ້າງ​ຂວາງ​ຢູ່ໃນ​ພາກ​ເໜືອ ​ແລະ​ພາກ​ຕາ​ເວັນ​
ຕົກ​ຂອງ​ປະ​ເທດ.

ສະຫະລັດ​ແລະ​ບັນດາ​ປະ​ເທ​ດອື່ນໆ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນໃນການສ້າງຕັ້ງ​ລັດຖະບານຊຸດ​ໃໝ່ຂອງອີຣັກ ທີ່ຕາງໜ້າໃຫ້ແກ່​ຊົນ​ກຸ່ມ​ນ້ອຍເຜົ່າ​ຕ່າງໆ​ຂອງ ອີຣັກ
ນັ້ນວ່າ ​ເປັນ​ກະ​ແຈອັນສຳຄັນ​ໃນ​ການຟື້ນຟູສະຖຽນ​ລະ​ພາບ.

​ໃນ​ວັນ​ຈັນ​ວານ​ນີ້ ຮອງ​ປະທານາທິບໍດີ ສະຫະລັດ ທ່ານ Joe Biden ກ່າວ​ວ່າ ອີຣັກ ​
ໄດ້​ສ້າງຄວາມຄືບໜ້າ​ທາງ​ດ້ານ​ການ​ເມືອງ ​ທີ່ພາໃຫ້ປະເທດດັ່ງກາວ ໄດ້ ຮັບການສະ
ໜັບສະໜຸນເພີ້ມຂຶ້ນ ​ຢູ່ໃນ​ຂົງ​ເຂດ ​ແລະໃນ​ໂລກນຳດ້ວຍ.

IRAQ VO
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG