ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳພັກຝ່າຍຄ້ານ ກຳປູເຈຍ ຢາກໃຫ້ ສຫລ ຊ່ອຍໄກ່ເກ່ຍ ການຂັດແຍ້ງ ທາງການເມືອງ


ທ່ານແຊມ ຣັງສີ ຜູ້ນຳຝ່າຍຄ້ານ ຂອງກຳປູເຈຍ
ທ່ານແຊມ ຣັງສີ ຜູ້ນຳຝ່າຍຄ້ານ ຂອງກຳປູເຈຍ

ຜູ້ນຳ​ຝ່າຍ​ຄ້ານ ​ຂອງ​ກຳປູ​ເຈຍ ທ່ານ​ Sam Rainsy ​ເວລາ​ນີ້ກຳ
ລັງ​ຢູ່ໃນ​ສະຫະລັດເພື່ອ​ຊອກ​ຫາ​ການ​ສະໜັບສະໜຸນ​ໃຫ້​ແກ່​ພັກ
​ຂອງ​ທ່ານ ​ແລະ​ຮ້ອງ​ຂໍ​ໃຫ້​ສະຫະລັດຊ່ອຍ​ໄກ່​ເກ່ຍ​ການຂັດແຍ້ງ
ທາງການ​ເມືອງ​ໃນກຳປູ​ເຈຍ ທີ່​ໄດ້​ເກີດ​ຂຶ້ນ​ໃນ​ປີ​ກາຍ​ນີ້.

​ໃນ​ການ​ໃຫ້​ສຳພາດ​ ແກ່​ວີ​ໂອ​ເອ ພະ​ແນ​ກພາສາ​ຂະ​ເໝນ ທີ່​ນະ
ຄອນຫລວງ​ວໍ​ຊິງຕັນ​ໃນ​ອາທິດ​ນີ້ທ່ານ Rainsy ກ່າ​ວວ່າ ບັນດາ
​ປະ​ເທດ​ຕ່າງໆ​ ເຊັ່ນ​ສະຫະລັດ ຊ່ອຍຊຸກຍູ້​ໃຫ້​ມີ​ການ​ສ້າງ​ຄວາມ
ປອງ​ດອງ​ຊາດ ​ແລະ​ໄກ່​ເກ່ຍ​ໃຫ້​ມີ​ການ​ຄືນ​ດີກັນ ຕະຫລອດ​ທັງ​ການ​ເລືອກຕັ້ງທີ່​ເສລີ​ແລະ​ເປັນ​ທຳ.

ທ່ານ Rainsy ພວມ​ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ ໂດຍປະ​ເຊີນ​ໜ້າ​ກັບ​ການ​ຖືກໂທດຈຳ​ຄຸກໃນ​
ຂໍ້​ຫາ​ຄວາມ​ຜິດ​ທາງ​ອາຍາ​ກ່ຽວ​ກັບ​ການ​ໃສ່​ຮ້າຍ​ປ້າຍ​ສີຖ້າ​ຫາກ​ທ່ານ​ເດີນທາງ​ກັບ​ຄືນ​ປະ​ເທດໃນ​ອັນ​ທີ່​ພວກ​ສະໜັບສະໜຸນ​ທ່ານກ່າວ​ວ່າ​ເປັນ​ຄະດີການ​ເມືອງ​ນັ້ນ. ​ໃນ​ຂະນະ​ດຽວ
​ກັນ ພັກກູ້​ຊາດ​ກຳປູ​ເຈຍ​ຂອງ​ທ່ານ ພວມ​ກະກຽມ ​ໃສ່ການ​ເລືອກ​ຕັ້ງທ້ອ​ງຖິ່ນ ​ໃນ​ປີ 2017​ ​
ແລະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ນຶ່ງ​ປີຫຼັງຈາກ​ນັ້ນ.

ທ່ານ Rainsy ກ່າວ​ຕໍ່​ວີ​ໂອ​ເອ ພາກ​ພາສາ​ຂະ​ເໝນວ່າ ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຊຸດ​ໃໝ່ຊຶ່ງ​ປະກອບ​ດ້ວຍບັນດາ​ສະມາຊິກ​ທີ່​ເລືອກ​ໂດຍ​ພັກ​ຝ່າຍຄ້ານ​ແລະ​ພັກ​ການ​
ເມືອງ​ຂອງ​ລັດຖະບານນັ້ນ ຄວນ​ຖື​ວ່າ​ເປັນ​ທີ່​ໜ້າ​ເຊື່ອ​ຖື ​ແລະ ຈະ​ສະໜອງ​ໃຫ້​ມີ​ຂັ້ນຕອນ​
ການ​ເລືອກ​ຕັ້ງທີ່​ດີ​ຂຶ້ນ.

XS
SM
MD
LG